ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອິຈິບຫລາຍພັນຄົນ ປະທ້ວງ ຢູ່ຈະຕຸລັດ Tahir ທີ່ໄຄໂຣ (ເບິ່ງວີດີໂອ)


ຊາວອີຈິບປະທ້ວງຕໍ່ຕ້ານລັດຖະບານທະຫານ
ຊາວອີຈິບປະທ້ວງຕໍ່ຕ້ານລັດຖະບານທະຫານ

ຊາວ​ອີຈິບ​ຫລາຍ​ພັນ​ຄົນ ພາກັນ​ປະ​ທ້ວງຢູ່​ຈະຕຸ​ລັດທາ​ເຣຍ (Tahrir) ຂອງ​ນະຄອນ​ຫລວງ​
ໄຄ​ໂຣ ​ຍ້ອນໂກດ​ແຄ້ນ​ຕໍ່ສິ່ງ​ພວກ​ເຂົາ​ເຈົ້າ​ເອີ້ນວ່າ ​ເປັນການ​ດໍາ​ເນີນຄວາມ​ພະຍາຍາມ​ຂອງ
ຝ່າຍທະຫານຂອງ​ປະ​ເທດ ​ເພື່ອ​ເສີມສ້າງ​ກໍາລັງ​ຂອງ​ຕົນ​ເອງ​ ໃຫ້​ແໜ້ນ​ແກ່ນຂຶ້ນ.

ການ​ໂຮມຊຸມນຸມ​ປະ​ທ້ວງໃນ​ວັນ​ສຸກມື້ນີ້​ ແມ່ນ​ມີ​ຂຶ້ນຍ້ອນການຮຽກຮ້ອງຂອງ​ກຸ່ມພະລາ
ດອນພາບມຸສລິ​ມ ຫລື Muslim Brotherhood ຊຶ່ງ​ເປັນກຸ່ມ​ການ​ເມືອງທີ່​ມີ​ການຈັດຕັ້ງ
ແໜ້ນໜາກວ່າໝູ່ ຢູ່​ໃນ​ອີຈິບ ​ເພື່ອ​ສະ​ແດງການ​ຕອບ​ໂຕ້ຕໍ່ການສະ​ເໜີຂອງ​ລັດຖະບານ
ທີ່ຈະ​ໃຫ້ສິດ​ໃນການ​ຕັດສິນ​ຊີ້ຂາດ​ກ່ຽວ​ກັບ​ນະ​ໂຍບາຍໃຫຍ່ໆຂອງ​ລັດຖະບານ ​ແກ່ຝ່າຍ
ທະຫານ​ນັ້ນ.

ພວກ​ປະ​ທ້ວງ ​ແລະພັກ​ຝ່າຍ​ການ​ເມືອງ​ອື່ນໆ ຍັງ​ໄດ້ຮຽກຮ້ອງ​ໃຫ້​ມີ​ກໍານົດ​ເວລາອັນ​ຊັດ
ເຈນສໍາລັບ​ການ​ມອບ​ອໍານາດ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ.

ຊາວ​ອີຈິບ ​ໄດ້​ມີ​ໝາຍກໍານົດທີ່​ຈະ​ໄປປ່ອນ​ບັດໃນ​ທ້າຍ​ເດືອນ​ນີ້ ​ເພື່ອເລີ້ມຕົ້ນການ​ເລືອກ​ຕັ້ງ​
ເອົາ​ສະພາ​ຊຸດໃໝ່ ຊຶ່ງ​ຈະ​ເປັນການເລືອກ​ຕັ້ງຄັ້ງທໍາ​ອິດ ​ນັບ​ແຕ່​ມີ​ການ​ລຸກຮື້ຂຶ້ນຂອງ​ມະຫາ
ຊົນ ​ເພື່ອ​ໂຄ່ນ​ລົ້ມ ທ່ານ ໂຮສນີ ມູບາຣັກ (Hosni Mubarak) ປະທານາທິບໍດີ​ທີ່​ຄອງ​ອໍາ
ນາດ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ.

ເບິ່ງລາຍງານພາສາອັງກິດ:

XS
SM
MD
LG