ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີກຣີສ ກຽມປະກອບ ລັດຖະບານປະສົມ


ນາຍົກລັດຖະມົນຕີກຣີສ George Papandreou (ຂວາ) ສະແດງ ຄວາມຍິນດີຫລັງຈາກຊະນະລົງຄະແນນສຽງບໍ່ໄວ້ວາງໃຈໃນສະພາ
ນາຍົກລັດຖະມົນຕີກຣີສ George Papandreou (ຂວາ) ສະແດງ ຄວາມຍິນດີຫລັງຈາກຊະນະລົງຄະແນນສຽງບໍ່ໄວ້ວາງໃຈໃນສະພາ

ທ່ານ George Papandreou ນາຍົກລັດຖະມົນຕີກຣີສ ກ່າວ​ວ່າ ການ​ເຈລະ​ຈາ​ຈະ​ເລິ່ມ
ຂຶ້ນ​ໃນ​ໄວໆ​ນີ້ ​ເພື່ອ​ປະກອບຄະນະ​ລັດຖະບານ​ຜະສົມ​ຊຸດ​ໃໝ່ ທີ່ຈະ​ໃຫ້ການ​ຄໍ້າປະກັນ
ສືບ​ຕໍ່​ໄດ້​ເງິນ​ກອບ​ກູ້​ໜີ້​ສິນ​ຂອງ​ປະ​ເທດຕໍ່​ໄປ.

ທ່ານ Papandreou ​ໄດ້​ຖະ​ແຫລ​ງການ​ໃນ​ເລຶ່ອງນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກຜ່ານ​ການ
ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ໃນ​ສະພາ.

ແຕ່​ທ່ານ Antonis Samaras ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ຂອງ​ກຣີສ ​ໄດ້​ຕອບ​ໂຕ້​ໂດຍ​ການກ່າວ
ຊໍ້າ​ການ​ຮຽກຮ້ອງ​ຂອງ​ທ່ານທີ່​ໃຫ້​ມີ​ການ​ເລືອກ​ຕັ້ງໃໝ່​ໂດຍທັນທີ ​ແລະ​ໃຫ້ ທ່ານ
Panpandreou ລາ​ອອກ. ທ່ານ Samaras ກ່າວ​ວ່າ ນາຍົກລັດຖະມົນຕີ ​ແມ່ນ​ບໍ່​ດີ​ໃນ​
ການ​ບໍລິ​ຫານ​ປະ​ເທດ.

ປະທານາທິບໍດີກຣີກ ທ່ານ Carolos Papoulias ກ່າວ​ວ່າ ທ່ານ​ຈະ​ພົບປະ​ກັບ​ທ່ານ
Samaras ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ ທ້ອມ​ໂຮມ​ລັດຖະບານ​ເປັນ​
ນຶ່ງ​ດຽວ​ທີ່​ບໍ່​ໄປ​ບໍ່​ມາ​ນັ້ນ.

ທ່ານ Papandreou ນາຍົກລັດຖະມົນຕີກຣີສ ​ໄດ້​ຊ​ະນະ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​
ໃຈ​ລັດຖະບານ ຫລັງ​ຈາກ​ທີ່​ທ່ານ​ກ່າວ​ວ່າ ທ່ານ​ເຕັມ ​ໃຈ​ທີ່ປຶກສາ​ຫາລື​ກ່ຽວ​ກັບ​ລັດຖະບານ
ທີ່​ມີ​ການ​ແບ່ງປັນ​ອໍານາດ​ກັນ ​ເພື່ອອະນຸມັດ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຊ່ວຍ​ກອບ​ກູ້​ໜີ້​ສິນ​ຂອງ
ປະ​ເທດ ຊຶ່ງ​ເປັນ​ກຸນ​ແຈ​ສໍາຄັນ​ທີ່​ປ້ອງ​ກັນ​ບໍ່​ໃຫ້ກຣີສລົ້ມ​ລະລາຍ ​ແລະ​ສະຖຽນ​ລະ​ພາບ​ຂອງ
ພວກ​ປະ​ເທດ​ຕ່າງໆ​ທີ່​ໃຊ້​ເງິນຢູ​ໂຣນັ້ນ​.

ທ່ານ Papandreou ​ໄດ້​ຕັກ​ເຕືອນ​ວ່າ ການ​ທໍາ​ການ​ເລືອກ​ຕັ້ງ​ໄວກ່ອນ ກໍານົດ​ນັ້ນ ​ຈະ​ພາ​
ໃຫ້​ປະ​ເທ​ດຊາດ​ປະສົບ​ກັບ​ໄພພິບັດ​ໄດ້.

XS
SM
MD
LG