ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕ້ອງຕິ ເປົ້າໝາຍຂອງສະຫະລັດ ສໍາລັບກອງປະຊຸມ ສຸດຍອດ APEC


ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ອອກລາດຕະເວນ ຢູ່ໃກ້
ບ່ອນຈັດກອງປະຊຸມສຸດຍອດ APEC ທີ່ໂຮໂນລູລູ ເມືອງໃຫຍ່ສຸດຂອງເກາະລັດຮາວາຍ, ວັນທີ 9 ພະຈິກ 2011.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ອອກລາດຕະເວນ ຢູ່ໃກ້ ບ່ອນຈັດກອງປະຊຸມສຸດຍອດ APEC ທີ່ໂຮໂນລູລູ ເມືອງໃຫຍ່ສຸດຂອງເກາະລັດຮາວາຍ, ວັນທີ 9 ພະຈິກ 2011.

ຈີນໄດ້​ຕັ້ງ​ຂໍ້​ຄັດຄ້ານ​ຕໍ່​ບາງ​ເປົ້າໝາຍ ​ທີ່​ສະຫະລັດ​ໄດ້​ວາງ​ໄວ້ ສໍາລັບ​ກອງ​ປະຊຸມ​ປະ​ຈໍາປີ​ນີ້ ຂອງພວກ​ຜູ້​ນໍາ​ສະພາ​ຮ່ວມ​ມື​ທາງ​ເສດຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ ຫລື ກຸ່ມ​ເອ​ເພັກ ທີ່​ກໍາ​ລັງ​ດໍາ​ເນີນ​ໄປຢູ່​ທີ່​ລັດຮາ​ວາຍ​ໃນ​ວັນ​ເສົາມື້ນີ້ ​ແລະ​ວັນ​ອາທິດ​ມື້​ອື່ນ. ທອງ​ປານມີ​ເລຶ່ອງນີ້ ​ມາສະ​ເໜີ​ທ່ານ.

ທ່ານ ຫວູ ​ໄຫ​ຫລົງ ລັດຖະມົນຕີ​ຊ່ວຍວ່າການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ການ​ຕັດສິນ​ໃຈ​
ຂອງ​ສະຫະລັດ ໃນ​ການເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ຂອງ​ກຸ່ມ​ເອ​ເພັກຂຶ້ນທີ່​ຮາ​ວາຍ ຊຶ່ງ
​ເປັນລັດ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະທານາທິບໍດີ​ໂອບາ​ມານັ້ນ ​ແມ່ນ​ສະ​ແດງໃຫ້​ເຫັນເຖິງ​
ຄວາມເອົາ​ຈິງ​ເອົາ​ຈັງ. ​ແຕ່ໃນ​ຂະນະ​ດຽວ​ກັນ ທ່ານ​ຫວູ ກໍ​ໄດ້​ຕັ້ງ​ຄໍາ​ຖາມ​ກ່ຽວກັບບາງ​ເປົ້າ
ໝາຍ​ທີ່​ສະຫະລັດ​ໄດ້​ວາງ​ອອກນັ້ນວ່າ​ ມັນຖືກຕ້ອງ​ຕາມ​ສະພາບ​ໂຕ​ຈິງ​ຫລາຍ​ປານໃດ​.

// ສຽງພາສາຈີນ //

ທ່ານ​ຫວູ ກ່າວ​ວ່າບັນ​ຫາ​ຕ່າງໆ​ທີ່ສະຫະລັດ​ໄດ້​ຕັ້ງຂຶ້ນ​ມາ​ເປັນບໍລິ​ມະ​ສິດ​ຂອງ​ຫົວ​ຂໍ້​ປະຊຸມ
ອັນ​ມີ​ ການ​ເຕີບ​ໂຕ​ສີຂຽວ ກໍ​ຄື​ການເຕີບ​ໂຕ​ຂອງສິ່ງ​ແວດ​ລ້ອມ, ຄວາມຮ່ວມ​ມື​ດ້ານ​ກາ​ນ
ວາງ​ກົດລະບຽບຄວບຄຸມ, ພະລັງງານ​ ແລະ​ຄວາມ​ຄິດ​ປະ​ດິດຄິດ​ສ້າງສິ່ງ​ໃໝ່ ຫລື​ນະວະ​
ກໍານັ້ນ ​ແມ່ນ​ໄດ້​ຮັບ​ການ​ຊົມ​ເຊີຍ​ແລະ​ຍິນ​ດີ​ນໍາ​ຈາກ​ໝົດ​ທຸກ​ພັກ​ຝ່າຍ. ​ແຕ່​ທ່ານ​ຫວູກ່າວ​ວ່າ
ພວກເປົ້າ​ໝາຍ​ຕ່າງ​ໆທີ່​ວໍ​ຊິງ​ຕັນໄດ້​ຕັ້ງ​ຂຶ້ນ​ນັ້ນ ​ແມ່ນ​ໃຫຍ່​ໂຕ​ເກີນ​ໄປ ​ແລະ​ເກີນກວ່າ​ທີ່
ພວກ​ປະ​ເທດ​ກໍາລັງ​ພັດທະນາ​ທັງຫລາຍ​ຈະ​ເຮັດ​ໄດ້​.

// ສຽງພາສາຈີນ //

ທ່ານ ຫວູ ໄຫຫລົງ ລັດຖເມົນຕີຊ່ວຍ ວ່າການຕ່າງປະເທດຈີນ
ທ່ານ ຫວູ ໄຫຫລົງ ລັດຖເມົນຕີຊ່ວຍ ວ່າການຕ່າງປະເທດຈີນ

ທ່ານ​ຫວູກ່າວວ່າ ບັນຫາ​ສະ​ເພາ​ະ
ຈໍານວນ​ນຶ່ງ​ ທີ່ຈີນ​ມີ​ຄວາມ​ເປັນ
​ຫ່ວງ​ນໍາ​ນັ້ນ ກໍ​ຄືການ​ລົດອັດຕາ
​ພາສີ ສໍາລັບພວກ​ວັດຖຸ​ດ້ານ
​ສະພາບ​ແວດ​ບ້ອມ ທີ່​ອາດ​ໂຮມ
​ເອົາ​ທັງ​ພະລັງງານ​ທີ່​ນໍາ​ມາໝຸນ
​ໃຊ້​ຄືນ​ໃໝ່​ໄດ້ ​ແລະ​ການ​ນໍາ​ເອົາ
ຂີ້​ເຫຍື້ອສິ່ງ​ເສດ​ເຫລືອ ມາຣີ​ໄຊ
​ເກິ້ລ ຫລືຜະລິດໃໝ່​ເພື່ອໝຸນ
​ວຽນ​ໃຊ້​ຄືນ.​ ທ່ານ​ຫວູກ່າວ​ຕໍ່​ໄປ
​ວ່າ ນອກ​ນັ້ນ​ແລ້ວ ກໍຍັງ​ມີ​ຄວາມ​
ເປັນ​ຫ່ວງ​ ກ່ຽວ​ກັບ​ການ​ລົດເປົ້າ
ໝາຍລະດັບ​ການ​ໃຊ້​ພະລັງງານ​
ຊຶ່ງ​ວັດ​ແທກ​ການ​ຊົມ​ໃຊ້ພະລັງ​
ງານຂອງ​ປະ​ເທດ​ ສົມ​ທຽບ​ກັບ
ຜົນຜະລິດ​ທາງ​ເສດຖະກິດ​ຂອງ​ປະ​ເທດ

ພວກ​ເຈົ້າໜ້າ​ທີ່​ສະຫະລັດໄດ້​ເນັ້ນ​ຍໍ້າ​ວ່າ ກຸ່ມ​ເອ​ເພັກເປັນເວທີເພື່ອຊຸກຍູ້​ສົ່ງ​ເສີມຄວາມ​ສໍາພັນ
ທາງ​ເສດຖະກິດ​ພາຍ​ໃນ​ພວກ​ປະ​ເທດ​ສະມາຊິກ​ທັງ ຫລາຍ​ນັ້ນ.

ແຕ່​ທ່ານ Yu Jianhua ລັດຖະມົນຕີ​ຊ່ວຍ​ກະຊວງ​ການ​ເງິນ​ຂອງ​ຈີນ ​ຊີ້​ອອກວ່າ ກຸ່ມ​ເອ​ເພັກ
ເປັນເວທີທີ່​ບໍ່​ມີ​ອໍານາດຜູກ​ມັດ​ໃດໆ ​ແລະ​ດັ່ງ​ນັ້ນ​ເປົ້າໝາຍ​ຕ່າງໆ​ທີ່ຕັ້ງ​ໄວ້ ກໍຄວນ​ຈະ​ອະນຸ
​ໂລມ​ໄປ​ຕາມ​ລະດັບ​ຄວາມ​ສະບາຍ​ໃຈ ​ແລະ​ຄວາມພ້ອມຂອງ​ພວກ​ປະ​ເທດ​ສະມາຊິກ​ທັງ​ໝົດ
ນັ້ນ ​ຫລາຍ​ກວ່າ.

ເຈົ້າໜ້າ​ທີ່​ຈີນທ່ານ​ນີ້ ຍັງໄດ້ສະ​ແດງ​ຄວາມ​ຄາງ​ແຄງ​ໃຈ​ຂອງ​ຈີນ​ ​ກ່ຽວ​ກັບພາຄີ​ຂ້າມ​ປາຊິ​ຟິກ
ຫລື TPP ອັນ​ເປັນສັນຍາ​ການ​ຄ້າ​ ທີ່​ກໍາລັງເຈລະຈາ​ຕໍ່​ຮອງ​ກັນ​ຢູ່​ນອກ​ກອງ​ປະຊຸມ ​ໂດຍ
​ສະມາ​ຊິກ​ເກົ້າປະ​ເທດ​ຂອງ​ກຸ່ມ​ເອ​ເພັກນັ້ນ.

ທ່ານຢູ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ສະມາຊິກກຸ່ມ​ເອ​ເພັກ ຈົ່ງຈັດ​ໃຫ້​ມີ​ຄວາມ​ສົມ​ດຸນ​ກັນ​ລະຫວ່າງ
ສັນຍາ TPP ​ແລະ ພວກ​ກົນ​ໄກ​ດ້ານ​ການ​ຄ້າຫລາຍ​ຝ່າຍ​ທີ່ມີ​ຢູ່​ແລ້ວນັ້ນ. ທ່ານຢູ ກ່າວ​ວ່າ
ທ່ານຄິດ​ວ່າ ພວກ​ລະບົບ​ທີ່​ມີ​ຫລາຍຝ່າຍ​ນັ້ນ​ຄວນ​ເປັນຊ່ອງ​ຫລັກ ​ແລະ​ພວກ​ກົນໄກ​ແຫ່ງ
​ຂົງ​ເຂດນັ້ນ ​ຄວນ​ຈະ​ເປັນຊ່ອງ​ເສີມ​ ບໍ່​ແມ່ນເອົາ​ມາສັບ​ປ່ຽນ ຫລື​ແທນ​ທີ່​ກັນ.

ສະຫະ​ລັດ​ໄດ້​ມີ​ບົດບາດສໍາຄັນ ​ໃນ​ການ​ຊຸກຍູ້ໃຫ້​ສັນຍາພາຄີ​ TPP ​ເປັນ​ຕົວ​ຕົນຂຶ້ນ​ມາ
ຊຶ່ງມີເປົ້າໝາຍແນ​ໃສ່​ການ​ຍົກ​ເລີກ​ອັດຕາ​ພາສີ ລະຫວ່າງ​ພວກ​ປະ​ເທດ​ສະມາຊິກພາຍ​ໃນ
10 ປີ. ໃນ​ຕອນ​ກ່າວ​ເຖິງ​ສັນຍາດັ່ງກ່າວ ​ເມື່ອ​ອາທິດ​ຜ່ານ​ມາ​ນີ້ ທ່ານ William Burns
ຮອງລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ​ເປົ້າໝາຍກໍແມ່ນເພື່ອ​ຫລໍ່​ຫລອມ​ສາຍ​ພົວ
ພັນທີ່ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ​ ລະຫວ່າງ​ຂົງ​ເຂດ​ອາ​ເມຣິກາ​ແລະ​ເອ​ເຊ​ຍ. ທ່ານ Burns ເວົ້າ​ວ່າ:

“ເປົ້າໝາຍ​ຫລັກ​ຂອງຂໍ້​ຕົກລົງ​ທີ່​ທັນ​ສະ​ໄໝ​ທີ່​ສຸດ TPP ນັ້ນ ກໍ​ຄື​ທ້ອນ​ໂຮມ​ເອົາ​
ປະ​ເທດ ​ເປຣູ ຊີ​ເລ ​ແລະ​ສະຫະລັດ​ ​ມາເຂົ້າກັບນີວຊີ​ແລນ ອອສ​ເຕຣ​ເລຍ
ບຣູ​ໄນ
ມາ​ເລ​ເຊຍ ຫວຽດນາມ ສິງຄະ​ໂປ ​ແລະ​ພວກ​ປະ​ເທດ​ສະມາຊິກ​ໃນ​ອະນາຄົດ
​ເພື່ອເປັນ​ປະຊາ​ຄົມການ​ຄ້ານຶ່ງ​ດຽວ ທີ່​ຊົມ​ໃຊ້​ມາດຕະຖານ​ທີ່​ສູງ​ທີ່​ສຸດ​.”

ສ່ວນ​ຈີນ​ນັ້ນ ​ເວລາ​ຖືກ​ຊັກຖາມເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້​ ວ່າ ປັກ​ກິ່ງ​ຈະ​ເຂົ້າຮ່ວມ​ໃນ​ຂໍ້​ຕົກລົງ​
ການ​ຄ້າ​ແຫ່ງຂົງ​ເຂດທີ່​ວ່າ​ນີ້​ຫລື​ບໍ່ ​ພວກ​ເຈົ້າໜ້າ​ທີ່​ຈີນເວົ້າວ່າ ຈີນ​ຍັງ​ບໍ່​ໄດ້​ຮັບ​ການ​ເຊື້ອ
​ເຊີນ​ເທື່ອ.

XS
SM
MD
LG