ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິສຣາ​ແອ​ລ ທໍາ​ການ​ໂຈມ​ຕີ ​ທາງ​ອາກາດ ຕໍ່​ພວກ​ຫົວ​ຮຸນ​ແຮງ


ປະທານາທິບໍດີອີສຣາແອລທ່ານ Shimon Peres
ປະທານາທິບໍດີອີສຣາແອລທ່ານ Shimon Peres

ອິສຣາ​ແອ​ລທໍາ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ເຂດ​ກາ​ຊາ​ ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ ​ຂະນະ​ທີ່​
ພວກ​ເຂົາ​ກໍາລັງ​ກຽມ ​ເພື່ອ​ຈະ​ຍິງ​ຈະ​ຫລວດເຂົ້າ​ໃສ່​ອິສຣາ​ແອ​ລ.

ແຫ​ລ່ງຂ່າວທາງ​ການ​ແພດ​ກ່າວ​ວ່າ ສະມາຊິກ​ຄົນ​ນຶ່ງ​ຂອງ​ກຸ່ມມຸສລິ​ມ Jihad ຫົວ​ຮຸນ​ແຮງ
ເສຍ​ຊີວິດ​ແລະ​ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການໂຈມ​ຕີ​ຄືນ​ວັນ​ເສົາ​ຜ່ານ​ມາ​ນີ້​ທີ່​ແນ​ເປົ້າ
ໝາຍ​ໃສ່​ເມື​ອງ Khan Yunis ​ໃນ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ​ນັ້ນ. ບໍ່​ມີຖ້ອຍ​ຖະ​ແຫລ​ງ​ໃດໆ
ແຈ້ງ​ໃຫ້​ຊາບ​ໃນ​ທັນທີ​ກ່ຽວ​ກັບ​ອາການ​ຂອງ​ຜູ້​ບາດເຈັບ​ນັ້ນ.

ໂຄສົກ​ກອງທັບ​ອິສຣາ​ແອ​ລ​ໄດ້​ຢືນຢັນ​ວ່າ​ເຮືອບິນ​ລໍາ​ນຶ່ງ​ຂອງ​ຕົນ​ໄດ້ລະດົມຍິງໃສ່​ພວກ​ປາ​
ແລ​ສ​ໄຕ​ນ໌ຫົວ​ຮຸນ​ແຮງ​.

ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ຍິງ​ຈະ​ຫລວດ​ປະມານ 20 ລູກ​ເຂົ້າ​ໃສ່​ອິສຣາ​ແອ​ລ​ໃນ​ສັບປະດາ
ກ່ອນ​ໜ້າ​ນີ້ ​ໂດຍ​ໄດ້​ສັງຫານ​ພົນລະ​ເຮືອ​ນອິສ

ຣາ​ແອ​ລຄົນ​ນຶ່ງ​ແລະ​ໄດ້​ຮັບ​ບບາດ​ເຈັບ​ອີກ​ຫລາຍ​ຄົນ ການ​ຍິງ​ຈະ​ຫລວດ​ໂຈມ​ຕີ​ດັ່ງກ່າວ​ນັ້ນ
ໄດ້​ພາ​ໃຫ້​ອິສຣາ​ແອ​ລທໍາ​ການ​ໂຈມ​ຕີ​ໃນ​ເຂດ

ກາຊາ​ທີ່​ໄດ້​ສັງຫານ​ພວກ​ສະມາຊິກ​ຂອງ​ກຸ່ມມຸສລິ​ມ Jihad 9 ຄົນ.

XS
SM
MD
LG