ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ຮຽກຮ້ອງໃຫ້ຈີນ ຈົ່ງ
ປ່ອຍໃຫ້ເງິນຢວນຂອງຕົນຂຶ້ນລາຄາ ລົບລ້າງສິ່ງກີດ ຂວາງການຄ້າຕ່າງໆ ແລະເອົາບາດ
ກ້າວເພື່ອປັບປຸງສິດທິມະນຸດ.
ທ່ານນາງຄລິນຕັນ ໄດ້ເວົ້າເລຶ່ອງນີ້ໃນວັນພະຫັດວານນີ້ ທີ່ສູນກາງຕາເວັນອອກ-ຕາເວັນ
ຕົກ ໃນລັດຮາວາຍ ບ່ອນທີ່ທ່ານນາງກໍາລັງເຂົ້າຮ່ວມກອງປະຊຸມສຸດຍອດຂອງພວກຜູ້ນໍາ
ຂົງເຂດເອເຊຍ-ປາຊິຟິກ. ໃນຄໍາປາໃສທີ່ ກວມເອົາຫລາຍເລື້ອງນັ້ນ ທ່ານນາງຄລິນຕັນ
ບອກຜູ້ຊົມຜູ້ຟັງວ່າ ການທໍາການປ່ຽນແປງເຫລົ່ານີ້ ແມ່ນຈະສະໜອງຮາກຖານທີແຂງ
ແຮງກວ່າເກົ່າ ໃຫ້ແກ່ສະຖຽນລະພາບແລະການເຕີບໂຕ ສໍາລັບຈີນແລະທຸກໆປະເທດ.
ທ່ານນາງກ່າວຕໍ່ໄປວ່າ ພວກບໍລິສັດຕ່າງໆຂອງສະຫະລັດຕ້ອງການມີໂອກາດທີ່ຍຸຕິທໍາ
ເພື່ອສົ່ງອອກສິ່ງຄ້າໄປຍັງຕະຫລາດຈີນ ແລະຕ້ອງການສະໜາມແຂ່ງຂັນທີ່ເທົ່າທຽມກັນ.
ນອກນີ້ແລ້ວ ນັກການທູດລະດັບສູງສຸດ ຂອງສະຫະລັດກ່າວວ່າ ພວກບໍລິສັດຈີນກໍຢາກ
ສາມາດຊື້ຜະລິດຕະພັນ ພວກໄຮເທັກ ຈາກສະຫະລັດໄດ້ຫລາຍຂຶ້ນ ທໍາການລົງທຶນ
ຫລາຍຂຶ້ນໃນສະຫະລັດ ແລະຢາກໄດ້ຮັບເງື່ອນໄຂໃນເຂົ້າສູ່ຕະຫລາດສະຫະລັດອັນດຽວ
ກັນກັບທີ່ພວກເສດຖະກິດຕະຫລາດທັງຫລາຍ ໄດ້ຮັບນັ້ນ.
ທ່ານນາງຄລິນຕັນໄດ້ກ່າວເມື່ອໝໍ່ໆມານີ້ວ່າ ໂດຍກົດຄ່າເງິນຕາຂອງຕົນໃຫ້ຕໍ່າ ໂດຍເຈດ
ຕະນາເພື່ອກະຕຸກຊຸກຍູ້ການສົ່ງອອກນັ້ນ ຈີນໄດ້ສະສົມກໍາໄລດ້ານການຄ້າ ເປັນຈໍານວນ
ຫລາຍທີ່ສຸດໃນປະວັດສາດໂລກ ຊຶ່ງໄດ້ ສ້າງຄວາມເສຍຫາຍໃຫ້ ບໍ່ສະເພາະແຕ່ສະຫະລັດ
ເທົ່ານັ້ນ ແຕ່ພວກປະເທດເສດຖະກິດທີ່ສໍາຄັນອື່ນໆອີກນໍາ. ທ່ານນາງກ່າວຫາຈີນ ໃນ
ອັນທີ່ ທ່ານນາງບັນລະຍາຍວ່າ ເປັນຄວາມພະຍາຍາມຫລິ້ນເກມ ກັບລະບົບການຄ້າໂລກ.
ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ກ່າວຫາຈີນໃນທໍານອງດຽວກັນນີ້.
ປັກກິ່ງໄດ້ສົ່ງສັນຍານໃຫ້ຮູ້ແລ້ວວ່າ ຕົນຈະບໍ່ຍອມລົງໃຫ້ແກ່ຄວາມກົດດັນຂອງສະຫະລັດ
ທີ່ຢາກໃຫ້ປັບຄ່າເງິນຢວນຫລືເງິນ renminbi ຂອງຕົນຂຶ້ນນັ້ນ. ເມື່ອເດືອນແລ້ວນີ້ ສື່ມວນ
ຊົນຈີນໄດ້ອ້າງເອົາຄໍາເວົ້າຂອງນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈ້ຍບາວ ທີ່ກ່າວວ່າ
ປັກກິ່ງມັກໃຫ້ມີອັດຕາການແລກປ່ຽນທີ່ທຸ່ນທ່ຽງຂັ້ນພື້ນຖານ ເພື່ອທີ່ຈະປົກປ້ອງພວກບໍລິ
ສັດສົ່ງອອກຂອງຈີນທັງຫລາຍນັ້ນ.