ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກາ​ແດງ​ສາກົນ ຮ້ອງ​ຂໍ​​ເງິນ​​ຊ່ວຍ​ເຫລືອ ຜູ້ປະສົບໄພນໍ້າຖ້ວມ ທີ່ຫວຽດນາມ


ສະພາບໄພນໍ້າຖ້ວມ ທີ່ຫວຽດນາມ
ສະພາບໄພນໍ້າຖ້ວມ ທີ່ຫວຽດນາມ

ສະພາກາ​ແດງ​ສາກົນໄດ້​ຮ້ອງ​ຂໍເງິນ​ ຈໍານວນ 1 ລ້ານ 2​ ​ແສນໂດ​ລາ​ເພື່ອ​ຊ່ວຍ​ເຫລືອຊາວ
ຫວຽດນາມ​ປະມານ 42,000 ຄົນ ທີ່ປະສົບ​ໄພ​ນໍ້າ​ຖ້ວມ​ ມາເປັນ​ເວລາຫລາຍ​ອາທິດ​ນັ້ນ.

ໃນ​ຄໍາຖະ​ແຫລ​ງສະບັບ​ນຶ່ງ​ເມື່ອ​ວັນ​ພະຫັດ​ວານ​ນີ້ ອົງການຊ່ວຍ​ເຫລືອ​ດັ່ງກ່າວ ​ເວົ້າ​ວ່າ​ເປົ້າ
ໝາຍ​ຫລັກ​ຂອງ​ຕົນ​ແມ່ນ​ເພື່ອ​ສະໜອງ​ເງິນສົດໃຫ້​ພວກ​ປະສົບ​ໄພ ​ເຄຶ່ອງ​ໃຊ້​ປະ​ຈໍາບ້ານ
ນໍ້າ​ດື່ມ​ນໍ້າ​ໃຊ້​ທີ່ສະອາດ​ປອດ​ໄພ ​ເຄຶ່ອງອະນາ​ໄມ​ຕ່າງໆ ຢູກຢາ​ແ​ລະ​ທີ່​ພັກ​ພາ​ອາ​ໃສເປັນ​ຕົ້ນ
ທ່ານ Doan Van Thai ເຈົ້າໜ້າ​ທີ່​ລະດັບ​ສູງ​ທ່ານ​ນຶ່ງ​ປະ​ຈໍາ​ສະພາກາ​ແດງຫວຽດນາມ
ກ່າວ​ວ່າ ຄວາມ​ຕ້ອງການ​ສິ່ງ​ເຫລົ່າ​ນີ້​ແມ່ນ​ໜັກໜ່ວງ​ທີ່​ສຸດ.

ພວກ​ເຈົ້າໜ້າ​ທີ່​ຫວຽດນາ​ມກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 100 ຄົນ​ຍ້ອນ ​ໄພ​ນໍ້າ​ຖ້ວມ ທີ່​
ເ​ລິ່ມຂຶ້ນໃນ​ເຂດ​ປາກ​ແມ່​ນໍ້າຂອງ ​ເມື່ອ​ເດືອນ​ກັນຍາ​ຜ່ານ​ມາ​ນີ້. ມີຫລາຍ​ກວ່າ 600,000
ຄົນ​ຖືກ​ກະທົບ​ໃນ​ເຈັດ​ເຂດ​ແຂວງ ​ແລະ​ບ້ານເຮືອນ​ຫລາຍ​ກວ່າ 125,000 ຫລັງ​ຖືກ​ນໍ້າ​ຖ້ວມ

ໃນ​ຂະນະ​ດຽວ​ກັນ ພວກ​ເຈົ້າໜ້າທີ່ ​ໃນ​ນະຄອນຫລວງ​ບາງກອກ​ຂອງ​ໄທ ກໍກໍາລັງ​ສຸມ​
ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ ​ໃສ່​ການ​ສະກັດ​ກັ້ນ​ບໍ່​ໃຫ້​ນໍ້າ​ ໄຫ​ລ​ເຂົ້າ​ໄປ​ຖ້ວມໃຈກາງບາງ
ກອກຕື່ມ​ອີກ ​ແລະ​ຈັດການ​ກັບ​ພວກ​ເຂດ​ອ້ອມ​ແອ້ມ​ທີ່​ຖືກ​ນໍ້າ​ຖ້ວມ. ພວກ​ເຈົ້າໜ້າ​ທີ່​ໄທ
ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ສ່ຽງ​ຕ່າງໆ​ນາໆຕໍ່​ສຸຂະພາບ ທີ່​ມາຈາກ​ຂີ້​ເຫຍື້ອທີ່​ບໍ່​ໄດ້​ເກັບ​ໄປ
ຖີ້ມ​ນັ້ນ ຕະຫລອດທັງ​ນໍ້າເສຍ​ທີ່​ຮົ່ວ​ໄຫລ​ອອກ​ມາ​ຈາກ​ທໍ່​ລະບາຍ​ນໍ້າ​ໂສ​ໂຄກ​ ແລະ​ສານພິດ
ຕ່າງໆ​ທີ່​ຖືກ​ນໍ້າ​ພັດ​ອອກ​ມາ​ຈາກ​ພື້ນ​ທີ່​ອຸດສາ​ຫະກໍາ​ແຫ່ງ​ຕ່າງໆແລະທົ່ງ​ນາ​ ຈາກ​ເຂດ​ພາກ
ເໜືອ​ນັ້ນ.

XS
SM
MD
LG