ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ມຸສລິ​ມຫລາຍ​ກວ່າ 2 ລ້ານ 5 ​ແສນ​ຄົນ ໄປຮ່ວມ​ ສະ​ແຫວ​ງບຸນ Hajj ປະຈໍາປີ (ເບິ່ງວີດີໂອ)


ພວກສະແຫວງບຸນຊາວມູສລິມເຂົ້າຮ່ວມໃນການສະ​ແຫວ​ງບຸນ​ປະ​ຈໍາປີ ​ຫລື Hajj ທີ່​ເມືອງ Mecca. ປະເທດຊາອູດິ ອາຣາເບຍ
ພວກສະແຫວງບຸນຊາວມູສລິມເຂົ້າຮ່ວມໃນການສະ​ແຫວ​ງບຸນ​ປະ​ຈໍາປີ ​ຫລື Hajj ທີ່​ເມືອງ Mecca. ປະເທດຊາອູດິ ອາຣາເບຍ

ບັນດາ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ​ອາຣາ​ເບຍ ກ່າວ​ວ່າ ຊາວ​ມຸສລິ​ມຈໍານວນ​ຫລາຍ​ກວ່າ 2 ລ້ານ 5
ແສນ​ຄົນ​ໄດ້​ໄປ​ເຂົ້າ​ຮ່ວມ​ໃນການສະ​ແຫວ​ງບຸນ​ປະ​ຈໍາປີ​ ຫລື Hajj ທີ່​ເມືອງ Mecca. Hajj
ເປັນ​ພິທີ​ທາງ​ສາສະໜາອິສລາມ​ທີ່​ສັກສິດທີ່​ສຸດ​ຂອງຊາວ​ມຸສລິ​ມ. ​ເມືອງ Mecca ​ເປັນ​
ບ່ອນ​ປະສູດ​ຂອງ​ຜູ້​ເຜີຍ​ແຜ່​ສາສະໜາ Mohammed ນັ້ນ.

ພາກສ່ວນ​ນຶ່ງ​ຂອງ​ການສະ​ແຫວ​ງບຸນ​ຫລື Hajj ​ໃນ​ວັນ​ອາທິດ​ມື້​ນີ້​ເປັນ​ຂີດ​ໝາຍ​ຂອງ​ບຸນ
Eid al-Adha ຫລືບຸນ​ເສຍ​ສະລະ.

ສະ​ເດັດ​ອັງ​ມົງກຸດ Nayef bin Abdel Aziz ​ແຫ່ງ​ຊາ​ອຸ​ດີ​ອາຣາ​ເບຍ​ຊົງ​ກ່າວ​ວ່າ ພວກ​ສະ
ແຫວ​ງບຸນ​ຊາວ ​ຕ່າງປະ​ເທດ​ຈໍານວນ 1 ລ້ານ 8 ແສນ​ຄົນ​ຫລາຍ​ເປັນ​ປະວັດ​ການ​ໄດ້​ເດີນ
ທາງ​ມາ​ຮອດ​ລາຊະ​ ອານາຈັກຊາ​ອຸ​ດີ​ອາຣາ​ເບຍ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ມາ​ຈາກ 183 ປະ​ເທດ
ພວກສະ​ແຫວ​ງ ບຸນ​ຕ່າງປະ​ເທດ​ເຫລົ່າ​ນີ້​ໄດ້​ປະກອບສ່ວນ​ກັບ​ຊາວ​ມຸສລິ​ມຊາ​ອຸດີ​ອາຣາ​ເບຍ
ຫລາຍ​ຮ້ອຍ​ພັນ​ຄົນ​ເຂົ້າ​ຮ່ວມ​ໃນ​ພິທີ​ທາງ​ສາສະໜາ​ດັ່ງ​ກ່າວ ຊຶ່ງເປັນ​ນຶ່ງ​ໃນຂໍ້​ບັງຄັບ 5 ຂໍ້​
ຂອງ​ສາສະໜາ​ອິສລາມ​ນັ້ນ.

ພວກ​ສະ​ແຫວ​ງບຸນ​ສ່ວນ​ຫລາຍ​ພາກັນ​ໄປ​ຢ້ຽມຢາມ​ໂບດ​ສັກ​ສິກ​ແຫ່ງ​ຕ່າງໆ​ໃນ​ເມືອງ
Mecca ​ແລະ​ເມືອງ Medina ທີ່ຢູ່​ໃກ້​ກັນ ບ່ອນ​ທີ່ຜູ້​ເຜີຍ​ແຜ່​ສາສະໜາ Mohammed
ໄດ້​ຖືກ​ຝັງ​ໄວ້​ເມື່ອ​ 1400 ກວ່າປີຜ່ານ​ມາ. ນອກ​ນັ້ນ​ພວກ​ສະ​ແຫວ​ງບຸນ​ຍັງ​ໄປ​ເຕົ້າ​ໂຮມ​ກັນ
ທີ່​ພູ Arafat ບ່ອນ​ທີ່ມີ​ການ​ກ່າວ​ກັນ​ວ່າ Mohammed ​ໄດ້ສະ​ແດງ​ທໍາ​ມະ​ເທດ​ສະໜາ​ຄັ້ງ
ຫລ້າ​ສຸດ​ຂອງ​ພະ​ອົງ​ນັ້ນ.

ການ​ຮັບ​ມື​ກັບ​ການ​ເຕົ້າ​ໂຮມ​ປະ​ຈໍາປີ​ຂອງ​ພວກ​ສະ​ແຫວ​ງບຸນ​ໃນ​ຈໍານວນ​ຫລາຍ​ທີ່​ສຸດ​ຂອງ​
ໂລກ​ນີ້​ໄດ້​ສ້າງ​ຄວາມ​ໜ້າ​ຢ້ານ​ກົວ​ທາງ​ດ້ານ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊາ​ອູ​ດີ​ອາຣາ​ເບຍ. ປະ​
ເທດ​ທີ່​ຮັ່ງມີ​ດ້ວຍບໍ່​ນໍ້າມັນແຫ່ງນີ້ ​ໄດ້​ລົງທຶນ​ເປັນ​ເງິນ​ຈໍານວນ​ຫລາຍ​ຕື້​ໂດ​ລາ​ໃນ​ຊ່ວງ​ຫລາຍ​ປີ
ຜ່ານມາ ​ເພື່ອ​ຫລີກລ່ຽງ​ການ​ແລ່ນ​ຢຽບກັນ​ຕາຍ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ໄລຍະການສະ​ແຫວ​ງບຸນ
​ປະ​ຈໍາປີ​ໃນ​ອະດີດ​ຜ່ານ​ມາ​ນີ້. ​ໃນ​ເດືອນກໍລະກົດ​ປີ 1990 ພວກ​ໄປສະ​ແຫວ​ງບຸນ​ຈໍານວນ
1426 ຄົນ​ໄດ້​ຢຽບກັນ​ຕາຍ.

XS
SM
MD
LG