ພວກເຈົ້າໜ້າທີ່ອິຣ່ານກ່າວວ່າ ເຫດລະເບີດຄັ້ງໃຫຍ່ຢູ່ທີ່ຄັງອາວຸດກໍ້າຕາ ເວັນຕົກຂອງນະ
ຄອນຫລວງເຕຫະຣ່ານ ຍົງຜົນໃຫ້ພວກສະມາຊິກໜ່ວຍພິທັກການປະຕິວັດຫົວກະທິຂອງ
ອິຣ່ານເສຍຊີວິດຢ່າງໜ້ອຍ 17 ຄົນ.
ສື່ຂອງລັດລາຍງານວ່າ ຜູ້ບັນຊາການອາວຸໂສຄົນນຶ່ງ ເສຍຊີວິດໃນເຫດ ການລະເບີດດັ່ງ
ກ່າວນີ້ ແລະມີຜູ້ບາດເຈັບຢ່າງໜ້ອຍອີກ 16 ຄົນ ແລະ ບາງຄົນມີອາການສາຫັດ.
ທ່ານ Ramaza Sharif ໂຄສົກຂອງໜ່ວຍທະຫານຫົວກະທິກ່າວວ່າ ການສືບສວນສອບ
ສວນໃນເບື້ອງຕົ້ນນັ້ນຊີ້ແນະວ່າ ເຫດການລະເບີດຄັ້ງນີ້ ເກີດຂຶ້ນໃນຂະນະພວກທະຫານ
ກໍາລັງຍົກຍ້າຍອາວຸດຍຸດໂທປະກອນຢູ່ທີ່ຄັງອາວຸດ. ພວກສືບສວນກ່າວວ່າ ພວກເຂົາເຈົ້າ
ບໍ່ສົງໃສວ່າ ເຫດເກີດຂຶ້ນ ຍ້ອນການກໍວິນາດສະກໍາແຕ່ຢ່າງໃດ.
ເຫດລະເບີດຢ່າງຮຸນແຮງຄັ້ງນີ້ ໄດ້ທໍາລາຍຕຶກອາຄານທີ່ຢູ່ໃກ້ຄຽງຫລາຍຫລັງແລະແຮງສັ່ນ
ສະເທືອນ ແມ່ນຮູ້ສຶກໄປໄກເຖິງ 40 ກິໂລແມດຢູ່ໃນເມືອງຫລວງ.