ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານຝ່າຍຄ້ານ ສູ້ລົບກັບ ກອງທັບລັດຖະບານ ໜັກໜ່ວງຂຶ້ນ ທີ່ຊີເຣຍ (ເບິ່ງວີດິໂອ)


ຊາວຊີເຣຍຫລາຍພັນຄົນ ກໍາລັງສືບຕໍ່ປະທ້ວງປະທານາທິບໍດີ Bashir al-Assad
ຊາວຊີເຣຍຫລາຍພັນຄົນ ກໍາລັງສືບຕໍ່ປະທ້ວງປະທານາທິບໍດີ Bashir al-Assad

ພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ຂອງຊີ​ເຣຍກ່າວ​ວ່າ ພວກ​ທະຫານທີ່​ໂຕນ​ໜີ​ໄດ້ທໍາ​ການ​ໂຈມ
ຕີຄ້າຍ​ທະຫານແຫ່ງ​ນຶງຢູ່ໃກ້​ເມືອງ​ຫລວງ​ດາ​ມັສກັສ ​ໃນອັນ​ທີ່ເປັນ​ການ​ເພີ່ມທະວີ​ຂຶ້ນ​ໃນ​
ການ​ລຸກ​ຮື​ຕໍ່ຕ້ານ​ລັດຖະບານ​ຜະເດັດ​ການ​ຂອງ​ປະທານາທິບໍດີຊີ​ເຣຍ Bashir al-Assad.

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ພວກ​ກະ​ບົດ​ຂອງ​ກອງທັບ​ປົດ​ປ່ອຍ​ຊີ​ເຣຍ ​ໄດ້​ຍິງ​ລູກ​ສອນ​ໄຟ
ແລະ​ປືນ​ກົນ​ໃສ່​ອາຄານ​ສືບ​ລັບ​ກອງທັບ​ອາ​ກາດ​ໃນ​ເຂດ​ Harasta ຊານ​ເມືອງ​ຫລວງ​ດາ​ມັສ
ກັສ ​ໃນ​ຕອນ​ເຊົ້າວັນ​ພຸດມື້​ນີ້.

ບໍ່ມີ​ການ​ຢືນຢັນ​ໃດໆ​ ຈາກ​ສື່​ອິດ​ສະຫລະ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງພວກ​ກະ ບົດ ຫລື​ມີຂໍ້​ມູນ
ກ່ຽວ​ກັບ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ. ພວກ​ກະບົດ​ໄດ້​ທໍາການ​ສູ້​ລົບ​ຢ່າງ​ນອງ​ເລືອດຫລາຍຂຶ້ນນັບ​ມື້ ກັບ​ກອງທັບ​ຂອງ​ລັດຖະບານ​ໃນອາທິດ​ຜ່ານ​ມາ​ນີ້. ​ແຕ່​ການ​ປະ​ເຊີນ​ໜ້າ​ກັນ​ ແມ່ນໄດ້​ສຸມ​ຢູ່​ໃນເຂດ​ອື່ນໆ​ຂອງ​ຊີ​ເຣຍ ​ໂຮມ​ທັງ​ຂົງ​ເຂດ Idlib ກໍ້າ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ເຂດ​ເມືອງ Homs ​ໃນພາກ​ກາ​ງ ແລະ​ເມືອງ Daraa ທາງພາກ​ໃຕ້​ຂອງ​ປະ​ເທດ​ນັ້ນ.

ການ​ລຸກ​ຮື​ຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍ ​ໄດ້​ເລິ່ມຕົ້ນ​ຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ໂດຍ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ຕໍ່ຕ້ານ​ການ​ປົກຄອງແບບຜະ​ເດັດ​ການມາ​ເປັນ 11 ປີ​ຂອງ​ທ່ານອັສ​ຊັດ ​ແລະ​ພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານໄດ້ສືບ​ຕໍ່​ໂຮມ​ຊຸມນຸມ​ກັນ​ຫລາຍໆ​ບັ້ນ​ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ເຖິງ​ແມ່ນ​ກໍາ ລັງ​ຮັກສາ​ຄວາມປອດ​ໄພ​ຊີ​ເຣຍຈະ​ໃຊ້​ອາວຸດ​ປະ​ຫັດ​ປະຫານ​ເຖິງ​ຕາຍ​ເພື່ອ​ຍຸຕິ​ການ​ລຸກ​ຮື​ດັ່ງກ່າວ​ຢູ່​ເລື້ອຍໆນັ້ນ​ກໍຕາມ.

ເວລາ​ນີ້​ທ່ານ ອາ​ຊັດ ​ປະ​ເ​ຊີ​ນກັບ​ການຖືກ​ໂດດດ່ຽ​ວ​ໃນ​ຂົງ​ເຂດ ​ໃນ​ຂະນະ​ທີ່​ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ​ແລະ​ກຸ່ມ​ປະ​ເທດ​ອາ​ຫລັບ​ແລະ​ເທີ​ກີ ຕຽມ​ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້​ຢູ່​ທີ່ນະຄອນ​ຫລວງຂອງມໍ​ຣອກ​ໂກ ​ເພື່ອ​ປຶກ​ສາ ຫາລື​ກັນ​ລົງ​ໂທດ​ລັດຖະບານ​ຊີ​ເຣຍ​ເພີ່ມ​ຕື່ມ​ ທີ່​ບໍ່​ຍອມ​ຍຸຕິ​ການ​ກວາດ​ລ້າງນັ້ນ. ຂະນະ​ນີ້ພວກ​ນັກ​ການທູດ​ລະດັບ​ສູງ​ຂອງສັນນິບາດ​ຊາດ​ອາ​ຫລັບ ກໍາລັງ​ທໍາ​ການ​ເຈລະຈາ​ກັນ​ທີ່​ນະຄອນ​ຫລວງ Rabat ປະ​ເທດ Morocco ຢູນອກ​ກອງ​ປະຊຸມ​ສະພາ​ການ​ຮ່ວມ​ມື Arab-Turkish ທີ່ມີ ທ່ານ Ahmet Davutoglu ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ເຂົ້າຮ່ວມ​ນໍານັ້ນ​.

ເບິ່ງວິດີໂອ ລາຍງານຂ່າວທີ່ກ່ຽວຂ້ອງກັນ ເປັນພາສາອັງກິດ

XS
SM
MD
LG