ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ທີ່ບາຫລີ ອິນໂດເນເຊຍ (ເບິ່ງວີດີໂອ)


ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ທີ່ບາຫລີ ອິນໂດເນເຊຍ (ເບິ່ງວີດີໂອ)
ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ທີ່ບາຫລີ ອິນໂດເນເຊຍ (ເບິ່ງວີດີໂອ)

ໃນອາທິດ​ນີ້ ຄື​​ຈາກວັນ​ທີ 14 ຫາ 19 ​ເດືອນ​ພະຈິກ​ນີ້ ພວກ​ຜູ້​ນໍາ​ຈາກ 18 ປະ​ເທດ​ຈະ​​ໄປ​ເຕົ້າ​ໂຮມ​ກັນ​ທີ່​ເກາະ​ບາ​ຫລີ ຊຶ່ງ​ເປັນ​ເກາະ​ຕາກ​ອາກາດ​ຂອງ​ອິນ​ໂດ​ເນ​ເຊຍ ສໍາ​ຫລັບກອງ​ປະ ຊຸມ​ສຸດ​ຍອດ​ເອເຊ​ຍຕາ​ເວັນ​ອອກ​ປະ​ຈໍາປີ​ທີ່​ຫົກ. ສະພາ​ວ່າດ້ວຍເສດຖະກິດແລະ​ຄວາມ​ໝັ້ນ ຄົງ​ດັ່ງກ່າວ ແມ່ນ​ໄດ້​ຮັບ​ຄວາມ​ສໍາຄັນ​ຫລາຍ​ຂຶ້ນ​ເລື້ອຍໆ ໃນ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ແລະກອງ​ ປະຊຸມໃນ​ປີ​ນີ້ ຈະມີ​ພວກ​ຜູ້​ນໍາ​ຈາກ​ສະຫະລັດ ຣັດ​ເຊຍ ​ແລະຈີນ ​ເຂົ້າຮ່ວມ​ນໍາເປັນ​ເທື່ອ​ທໍາ ອິດ. ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ອິນ​ໂດ​ເນ​ເຊຍ ສົ່ງລາຍ​ງານ​ມາ ກ່ຽວ​ກັບວ່າ​ປະ​ເທດ​ເຈົ້າພາບ​​ໄດ້​ຍົກ​ລະດັບ​ຄວາມ​ສໍາຄັນ​ຂອງ​ກອງປະຊຸມ​ສຸດ​ຍອດ​ຂຶ້ນ​ແນວ​ໃດ ​ໂດຍ​ຜ່ານ​ວຽກ​ງານ​ສ້າງຄວາມ​ ເຫັນພ້ອງ​​ເປັນ​ເອກ​ກະສັນ​ກັນ ​ໃນ​ຖານະ​ເປັນ​ປະທານ​ສະມາຄົມ​ອາ​ຊ່ຽນ​ນັ້ນ. ທອງ​ປານມີ​ ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ລາຍງານພາສາອັງກິດ:

ຟັງລາຍງານພາສາລາວ:

ເວລາ​ເກີດ​ການ​ປະ​ທະ​ກັນ​ຢ່າງຮຸນ​ແຮງ​ລະຫວ່າງ​ໄທແລະ​ກໍາປູ​ເຈ​ຍໃນ​ເດືອນ​ກຸມພາ​ຜ່ານມາ ​
ກ່ຽວ​ກັບການ​ອ້າງ​ເອົາ​ກໍາມະສິດເຂດ​ຊາຍ​ແດນທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ຢູ່​ໃກ້​ວັດ​ປະວັດສາດ​ຮິນ
ດູ​ຂອງ​ຂະ​ເໝນແຫ່ງ​ນຶ່ງນັ້ນ ທ່ານ Marty Natalegawa ລັດຖະມົນຕີ​ຕ່າງປະເທດ​ອິນ​ໂດ
ເນ​ເຊຍ ​ໄດ້​ໃຊ້​ຕໍາ​ແໜ່​ງປະທານ​ສະມາຄົມ​ອາ​ຊ່ຽນ​ຂອງ​ທ່ານ ໄກ່​ເກ່ຍບັນຫາ​ຂັດ​ແຍ້​ງກັນ​ນີ້.

ໃນ​ລະຫວ່າງການ​ດໍາ​ເນີນການ​ທູດ​ ​ແບບ​ທຽວ​ໄປ​ທຽວມາ ​ເປັນ​ເວລາ​ຫລາຍ​ເດືອນນັ້ນ
ທ່ານ ນາ​ຕາ​ລີ​ກາ​ວາ ​ໄດ້​ກ່າວປ້ອງ​ກັນວິທີ​ການແກ້​ໄຂບັນຫາ​ນີ້ ຜ່ານ​ການ​ສ້າງ​ຄວາມເຫັນ
ພ້ອງ​ເປັນ​ເອກະສັນ​ກັນຂອງ​ສະມາຄົມ​ອາ​ຊ່ຽນນັ້ນ. ​ແຕ່​ທ່ານ​ກໍໄດ້ກ່າວ​ເຊ່ນ​ກັນວ່າ ພາລະ
ໜ້າ​ທີ່​ຂອງ​ທ່ານ​ ແມ່ນ​ຍາກ​ຂຶ້ນ​ ຖ້າ​ປາດ​ສະ​ຈາກການ​ຂົ່ມ​ຂູ່​ຂອງການລົງ​ໂທດ​ທາງ​ການ​
ເມືອງ ຫລືທາງ​ເສດຖະກິດ​. ທ່ານ​ ນາ​ຕາ​ລີ​ກາ​ວາ ເວົ້າ​ວ່າ:

“ການ​ທູດ​ນັ້ນມັນ​ບໍ່​ເປັນ​ພຽງ​ແຕ່​ກ່ຽວ​ກັບ​ຄວາມ​ກົດ​ດັນແລະ​ການ​ລົງໂທດ​
ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ກ່ຽວ​ກັບ​ການ​ຊຸກຍູ້ ໃຫ້​ກໍາລັງ​ໃຈກັນນໍາ. ພວກ​ເຮົາ​ຕ້ອງ​
ໄດ້​ຖ້າເບິ່ງ​ໄປນີ້​ແຫລະ. ຕອນນີ້ຍັງ​ບໍ່​ທັນ​ມີການ​ອອກ​ຄໍາຕັດສິນເທື່ອ. ​ກັບ
ຄືນ​ມາ​ຫາ​ຂ້າພະ​ເຈົ້າອີກ​ຈັກໜ້ອຍທ່ານ​ກໍ​ຈະ​ໄດ້​ຮູ້ວ່າ​ພວກ​ເຮົາ​ຢູ່​ໃນ​ຂັ້ນໃດ.”

ໃນ​ທີ່​ສຸດ​ແລ້ວ ທັງ​ສອງ​ປະ​ເທດ​ທີ່​ເປັນ​ສະມາຊິກ​ສະມາຄົມ​ອາ​ຊ່ຽນ​ກໍ​ຕົກລົງຢຸດ​ຍິງກັນ ​ແຕ່
ທ່ານນາ​ຕາ​ລີ​ກາ​ວາ ກໍ​ບໍ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ແຜນການດັ່ງກ່າວ ທີ່​ຮຽກຮ້ອງ​ໃຫ້​ກໍາລັງ​
ຮັກສາ​ສັນຕິພາບ​ອິນ​ໂດ​ເນ​ເຊຍ​ໄປ​ປະ​ຈໍາ​ການ ຢູ່ໃນເຂດຂັດ​ແຍ້ງກັນ​ນັ້ນ​.

ຢ່າງ​ໃດ​ກໍ​ຕາມ ວິທີ​ການ​ທູດ​ດັ່ງກ່າວ​ນັ້ນ ​ໄດ້​ເຮັດ​ໃຫ້​ສະມາຄົມ​ອາ​ຊ່ຽນ ​ແລະ​ກອງປະຊຸມ​
ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ຂອງ​ອາ​ຊ່ຽນ ມີ​ຄວາມ​ສໍາຄັນຫລາຍຂຶ້ນນັບ​ມື້​ ສໍາລັບຂົງ
ເຂດທີ່​ມີ​ປະຊາຊົນ​ປະມານ​ເຄິ່ງນຶ່ງ​ຂອງ​ປະຊາກອນ​ທັງ​ໝົດ​ຂອງ​ໂລກ ​ແລະມີຫລາຍໆ
ປະ​ເທດ​ທີ່​ມີເສດຖະກິດ​ທີ່ ເຕີບ​ໂຕຢ່າງ​ໄວ​ທີ່​ສຸດ​ຂອງ​ຂົງ​ເຂດ. ພວກ​ເຈົ້າໜ້າ​ທີ່​ສະຫະລັດ​
ໄດ້​ເອີ້ນ ຂົງ​ເ​ຂດ​ເອ​ເຊຍປາຊິ​ຟິກ ​ຢູ່ເປັນ​ປະ​ຈໍາ​ວ່າ ​ເປັນ​ຂົງ​ເຂດ​ນຶ່ງ​ທີ່​ສໍາຄັນ​ທີ່​ສຸດ​ສໍາລັບ
ຜົນ​ປະ​ໂຫຍດ​ຂອງ​ສະຫະລັດ​ໃນອີກ​ຫລາຍສິບ​ປີ​ຕໍ່ໜ້າ.

ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty M. Natalegawa
ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty M. Natalegawa

ທີ່​ກອງ​ປະຊຸມ​ສະມາຄົມອາ​ຊ່ຽນ​ຄັ້ງ​ຜ່ານ​ມາ​
ໃນ​ເດືອນກໍລະກົດ ທ່ານ​ນາ​ຕາລີ​ກາ​ວາໄດ້
ສະ​ແດງ​ຄວາມ​ຍິນ​ດີ​ ນໍາ​ຂໍ້​ຕົກລົງ​ກັນ​ລະ
ຫວ່າງ​ຈີນ​ແລະ​ສະມາຄົມອາ​ຊ່ຽນ ​ເພື່ອ​ແກ້​
ໄຂ​ບັນຫາ​ການ​ອ້າງ​ເອົາ​ກໍາມະສິດ​ທີ່​ເປັນ​ຂໍ້
ຂັດ​ແຍ້​ງກັນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ທີ່​ອຸດົມ
ສົມບູນ​ໄດ້​ດ້ວຍ​ນໍ້າມັນ​ນັ້ນ ​ເຖິງ​ແມ່ນ​ວ່າ​
ສ່ວນ​ໃຫຍ່​ແລ້ວ ​ມັນ​ເປັນ​ພຽງ​ສັນຍາ​ລັກ​ກໍ​ຕາມ.

ແ​ລະຢູ່​ນອກ​ກອງ​ປະຊຸມຄັ້ງ​ນັ້ນ ພວກ​ເຈົ້າ
ໜ້າ​ທີ່​ເກົາຫລີ​ເໜືອ​ແລະ​ເກົາຫລີໃຕ້ ​ໄດ້​ທໍາ
ການ​ໂອ້​ລົມ​ກັນ​ແບບ​ບໍ່​ເປັນ​ທາງ​ການ ທີ່​ກໍ່
ໃຫ້​ເກີດ​ຄວາມ​ຫວັງວ່າ ​ໃນ​ທີ່​ສຸດ​ແລ້ວກໍ​ຄົງ
ຈະ​ມີ​ການ​ຮື້​ຟື້ນການ​ເຈລະຈາຫົກ​ຝ່າຍ​ກ່ຽວ​ກັບໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ຄືນມາ.

ທ່ານນາງ​ເທວີ ຟໍຈູ​ນາ ອັນ​ວາ (Dewi Fortuna Anwar) ຮອງເລຂາທິການ​ປະ​ຈໍາຮອງ​
ປະທານາທິບໍດີອິນ​ໂດ​ເນ​ເຊຍ ຮັບຜິດຊອບ​ກິດຈະການ​ການ​ເມືອງ​ ກ່າວ​ວ່າ ເຖິງ​ແມ່ນ
ກອງ​ປະຊຸມ​ສຸດ​ຍອດອາ​ຊ່ຽນ​ບໍ່​ຄ່ອຍ​ຈະ​ມີ​ການຕົກລົງ​ກັນແບບ​ເດັດຂາດ​ຢ່າງ​ໃດ​ຢ່າງ​ນຶ່ງ​
ຈັກ​ເທື່ອກໍ​ຕາມ ​ແຕ່ສະມາຄົມອາ​ຊ່ຽນ​ກໍມີ​ບົດບາດສໍາຄັນ ​ໃນ​ການ​ຮັກສາ​ປະ​ຄັບ​ປະຄອງ​
ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ ໃນຂົງ​ເຂດ​ເອ​ເຊຍ​ເອົາ​ໄວ້. ທ່ານນາງ​ເທວີ ​ເວົ້າ​ວ່າ:

“ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ພະຍາຍາມ​ຜ່ອນ​ຄາຍ
ຄວາມເຄັ່ງ​ຕຶງ ​ແລະ​ ນອກ​ນີ້​ແລ້ວ​ ກໍ​ຫວັງ​ຢ່າງ​ຍິ່ງ ວ່າຈະ​ສາມາດພັດ
ທະນາ​ກົນ​ໄກ​ໃດ​ນຶ່ງ​ຂຶ້ນມາ ​ເພື່ອສ້າງ​ຄວາມ​ເຊຶ່ອມ​ໂຍງ​ກັນ​ລະຫວ່າງ​
ພັກ​ຝ່າຍ​ຕ່າງໆ ​ເພື່ອ​ວ່າ​ພັກ​ຝ່າຍເຫລົ່າ​ນັ້ນ​ຈະ​ຫລິງ​ເຫັນ​ວ່າ​ ມັນ​ນອນ​
ຢູ່​ໃນຜົນ​ປະ​ໂຍດ​ຂອງ​ພວກ​ເຂົາ​ເຈົາ ທີ່​ຈະຕ້ອງຮ່ວມ​ມືກັນ.”

ນອກ​ນີ້​ແລ້ວ​ ການ​ປ່ຽນ​ແປງ​ຕ່າງໆ​ທາງ​ດ້ານ​ການ​ເມືອງ​ໃນ​ມຽນມາ ​ກໍ​ຈະ​ຮວມຢູ​ໃນ​ລາຍ
ການກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ນໍາ. ນັບ​ຕັ້ງ​ແຕ່ທ້າຍ​ປີຜ່ານມາ​ນີ້ ມຽນມາກໍໄດ້​ມີ​ລັດຖະ
ບານ​ຊຸດ​ໃໝ່​ ​ແລະ​ໄດ້​ປ່ອຍ​ຕົວ​ທ່ານນາງ​ອອງ ຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ຂອງ​ມຽນມາ
ຕິດຕາມ​ດ້ວຍການ​ປ່ອຍ​ຕົວ ພວກ​ນັກ​ໂທດ​ການ​ເມືອງ​ປະມານ 200 ຄົນ. ພວກ​ປະ​ເທດ
ສະມາຊິກສະມາຄົມ​ອາ​ຊ່ຽນ ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜຸນຕໍ່​ຄວາມ​ພະຍາຍາມ​ຂອງ
ມຽນມາ ທີ່​ຢາກເປັນ​ປະທານ​ວຽນ​ຂອງສະມາຄົມ​ອາ​ຊ່ຽນ​ ໃນ​ປີ 2014 ນັ້ນ ເພື່ອ​ເປັນ
ຫົນທາງ​ນຶ່ງ​ໃນ​ການ​ຊຸກຍູ້ໃຫ້​ມີການ​ປະຕິ​ຮູບ​ຕ່າງໆ​ອີກ​ໃນ​ຂັ້ນ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າພວກ​ກຸ່ມ
ສິດທິ​ມະນຸດ​ບາງ​ກຸ່ມ ຕ້​ອງການໃຫ້​ໃຊ້ວິທີ​ການ​ທີ່​ໜັກໜ່ວງ​ກວ່າ​ນັ້ນ ກໍ​ຕາມ.

ທ່ານ​ນາງ​ເທວີ ກ່າວ​ວ່າ ການ​ສະໜັບສະໜຸມມຽນມາ ​ແມ່ນ​ຈະ​ສ່ຽງ​ຕໍ່​ການສູນ​ເສຍຄວາມ
ໜ້າເຊື່ອ​ຖື​ຂອງ​ສະມາຄົມ​ອາ​ຊຽນ ​ໃນ​ຂະນະ​ອາ​ຊ່ຽນກໍາລັງ​ຫຍັບ​ເຂົ້າ​ໄປ​ໃກ້ ກໍານົດ​ເສັ້ນ
ຕາຍປີ 2015 ​ທີ່ໄດ້​ຕັ້ງ​ຂຶ້ນ​ເອງ ສໍາລັບການ​ກາຍ​ເປັນ​ອົງ​ການຈັດ​ຕັ້ງ​ແຫ່ງ​ຂົງ​ເຂດທີ່ລວມ
ຕົວ​ກັນ ບົນ​ພື້ນຖານ​ຂອງ​ປະຊາທິປະໄຕ​ແລະ​ຕົວ​ບົດ​ກົດໝາຍ​ນັ້ນ. ທ່ານ​ນາງ​ເທວີ​ກ່າວ​ວ່າ:

“ຖ້າ​ຫາກ​ມຽນມາ​ບໍ່​ມີ​ການ​ປະຕິ​ຮູບ​ທີ່​ສໍາຄັນ ​ຫລື​ມີ​ການ​ຖອຍຫລັງ​ບາງ​ຢ່າງ
ໃນ​ການ​ປະຕິ​ຮູບ​ແລ້ວ ​ມັນ​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້ຢູ່ສະ​ເໝີ ​ທີ່ວ່າ​ການ​ເປັນ​
ປະທານສະມາຄົມ​ອາ​ຊ່ຽນ​ຂອງ​ມຽນມາ​ ​ໃນ​ເວລາພຽງ​ນຶ່ງ​ປີ​ກ່ອນທີ່​ປະຊາ​ຄົມ​
ອາ​ຊ່ຽນ​ຈະ​ເກີດຂຶ້ນນັ້ນ ອາດ​ກາຍ​ເປັນຄວາມ​ຫາ​ຍຍະ​ນະ​ຢ່າງ​ແທ້​ຈິງ ຄື​ຄວາມ​
ຫາຍຍະນະ​ທາງ​ດ້ານ​ປະຊາ​ສໍາພັນ​ຢ່າງ​ແທ້​ຈິງ ​ສໍາລັບ​ສະມາຄົມ​ອາ​ຊ່ຽນ.”

ຢ່າງ​ໃດ​ກໍ​ຕາມ ທ່ານນາງ​ເທວີ ອັນ​ວາ ກ່າວ​ວ່າ ​ໂດຍ​ສະ​ເພາະ​ ​ໃນ​ຊ່ວງ​ການ​ເຕີບ​ໂຕ​ດ້ານ
ເສດຖະກິດ​ແຫ່ງຂົງ​ເຂດເວລາ​ນີ້​ແລ້ວ ​ແນວທາງ​ຂອງ​ສະມາຄົມ​ອາ​ຊ່ຽນ ​ໃນການ​ເພັ່ງ​ເລັງໃສ່​
ຜົນ​ປະ​ໂຫຍດ​ທີ່​ມີຮ່ວມ​ກັນ ສະ​ເໜີ​ໃຫ້​ກໍາລັງ​ໃຈ​ຊຶ່ງ​ເປັນ​ແລະ​ກັນ ​ແລະ​ສ້າງ​ຄວາມ​ເຫັນ​ພ້ອງ​
ຕ້ອງ​ກັນ​ນັ້ນ ​ແມ່ນ​ເປັນ​ແນວທາງ​ທີ່​ໄດ້ຜົນທີ່​ສຸດ​ໃນ​ການ​ຄໍ້າປະກັນສັນຕິພາບ​ແລະ​ສະ​ຖຽນ
ລະ​ພາບ.

XS
SM
MD
LG