ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາລັງປະສົມໃນອັຟການີສຖານ ໄດ້ສັງຫານ ພວກຕາລິບານ ຢາງໜ້ອຍ 50 ຄົນ


ກໍາລັງທະຫານອັຟການີສຖານ ແລະເນໂຕ້
ກໍາລັງທະຫານອັຟການີສຖານ ແລະເນໂຕ້

ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຄົນ​ນຶ່ງ​ກ່າວ​ວ່າ ທະຫານ​ຂອງ​ອັຟກາ​ນີສຖານ ​ແລະ​ເນ​ໂຕ້ ​ໄດ້​ສັງຫານ​ກຸ່ມ​ຕາ​ລິ​ບານ​ຢ່າງ​ໜ້ອຍ 50 ຄົນ ​ທີ່​ໄດ້​ທໍາ​ການ​ໂຈມຕີ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ ​ໃກ້ຊາຍ​ແດນ​ຕິດ​ກັບ​ປາ​ກີ​ສຖານ.

ໂຄ​ສົກ​ຂອງ​ເຈົ້າ​ແຂວງໆ Paktika ​ເວົ້າວ່າ ກໍາລັງ​ປະສົມ​ອັຟກາ​ນີສຖານ ​ແລະ​ເນ​ໂຕ້ ​ໄດ້​ຕອບ​ໂຕ້​ຄືນ​ໃນ​ຕອນ​ບ່າຍ​ວັນ​ເສົາ​ຜ່ານ​ມາ ​ເວລາກຸ່ມຫົວ ​ຮຸນ​ແຮງ​ ​ຈໍານວນ​ຫລາຍ​ຄົນ ກຸ່ມ​ນຶ່ງ​ໄດ້​ໂຈມ​ຕີ​ຄ້າຍ​ທະຫານ​ດັ່ງກ່າວ.

ກຸ່ມ​ເນ​ໂຕ້​ໄດ້ໃຫ້ການ​ຢືນຢັນ​ວ່າ ການ​ໂຈມ​ຕີ​ບັ້ນ​ດັ່ງກ່າວແມ່ນ​ເກີດ​ຂຶ້ນ​ແທ້ ​ແລະ​ວ່າ ຍົນ​ຂອງ​ພວກ​ກໍາລັງ​ປະສົມ​ໄດ້​ຊ່ວຍສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ ​ແຕ່​ບໍ່​ຍອມ​ບອກວ່າ​ ພວກ​ຫົວ​ຮຸນ​ແຮງ​ຖືກ​ສັງຫານ​ຈັກ​ຄົນ.

ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ວານ​ນີ້ ກະຊວງປ້ອງ​ກັນ​ປະ​ເທດ​ອອສ​ເຕຣ ​ເລຍເວົ້າວ່າ ທະຫານ​ອັຟກາ​ນີສຖານ​ຄົນ​ນຶ່ງໄດ້ຍິງແລະ​ເຮັດ​ໃຫ້​ທະຫານ​ອອສ​ເຕຣ​ເລຍ​ສາມ​ຄົນ​ ບາດ​ເຈັບ​ສາຫັດ ຢູ່​ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ທາງ​ພາກ​ໃຕ້ຂອງ​ອັຟກາ​ນີສຖານ.

ພວກ​ເຈົ້າໜ້າທີ່​ກ່າວ​ວ່າ ທະຫານ​ອັຟກາ​ນີສຖານຄົນ​ນັ້ນຖື​ອາວຸດ​ອັດຕະ​ໂນມັດ ​ແລະ​ປືນ​ຍິງ​ລະ​ເບີດ ​ເວລາ​ຜູ້ກ່ຽວ​ລະດົມ​ຍິງ​ໃສ່​ຄ້າຍ​ດັ່ງກ່າວ ທີ່​ແຂວງ Uruzgan. ການ​ໂຈມ​ຕີບັ້ນ​ນີ້​ໄດ້​ຍັງ​ຜົນ​ ໃຫ້ທະຫານ​ອັຟກາ​ນີສຖານສອງ​ຄົນ​ບາດ​ເຈັບ ​ເຊ່ນ​ກັນ.

XS
SM
MD
LG