ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ລມຕ ຊົ່ວຄາວອິຕາລີ ມີກໍານົດ​ສະ​ເໜີ​ ລັດຖະບານ​ຊຸດໃໝ່ (ເບິ່ງວີດີໂອ)


ນັກເສດຖະສາດ Mario Monti ປະກາດໃນວັນພຸດ ທີ 16 ພະຈິກນີ້ ວ່າ ທ່ານໄດ້ປະກອບລັດຖະບານຊຸດໃໝ່
ຂຶ້ນແລ້ວ ຊຶ່ງປະກອບດ້ວຍນັກວິຊາການ ຫລາຍກ່ວານັກການເມືອງ ເພື່ອກອບກູ້ປະເທດໄວ້ຈາກວິກິດການໜີ້ສິນ.
ນັກເສດຖະສາດ Mario Monti ປະກາດໃນວັນພຸດ ທີ 16 ພະຈິກນີ້ ວ່າ ທ່ານໄດ້ປະກອບລັດຖະບານຊຸດໃໝ່ ຂຶ້ນແລ້ວ ຊຶ່ງປະກອບດ້ວຍນັກວິຊາການ ຫລາຍກ່ວານັກການເມືອງ ເພື່ອກອບກູ້ປະເທດໄວ້ຈາກວິກິດການໜີ້ສິນ.

ພວກ​ຜູ້​ນໍາ​ທີ່​ຫາ​ກໍ​ຖືກ​ເລືອກ​ຕັ້ງໃໝ່ໆ​ຂອງ​ອິຕາ​ລີ​ແລະ​ກຣີສ ກໍາລັງ​ປະ​ເຊີນກັບ​ການ​ທົດ​
ສອບ​ ທີ່​ໜັກໜ່ວງ​ທີ່​ສຸດ​ ໃນ​ຄວາມ​ພະຍາຍາ​ມ​ເພື່ອ​ຊ່ວຍ​ດຶງ​ເຂດ​ຢູ​ໂຣອອກ​ຈາກ​ໄພພິບັດ​
ທາງເສດ​ຖະກິດ.

ທ່ານ Mario Monti ທີ່​ຖືກແຕ່ງ​ຕັ້ງ​ໃຫ້​ເປັນນາຍົກລັດຖະມົນຕີຊົ່ວ​ຄາວ​ຂອງ​ອິຕາ​ລີ ຕຽມ
ສະ​ເໜີ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ທ່ານໃນ​ວັນ​ພຸດ​ມື້​ນີ້ ກ່ອນ​ສາບານ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ.

ທ່ານ​ປະຕິ​ເສດ​ທີ່​ຈະ​ບອກ​ວ່າ ມີ​ໃຜ​ແດ່​ທີ່​ຮ່ວມ​ຢູ່ໃນ​ຂະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ທ່ານ
ຫລື​ ໃຫ້ລາຍ​ລະອຽດ​ຂອງ​ແຜນການ​ເສດຖະກິດ​ຂອງ​ທ່ານ​ ກ່ອນ​ກອງ​ປະຊຸມ​ກັບ​ປະທາ
ນາທິບໍດີ Giorgio Napolitano. ​ແຕ່​ທ່ານ ມອນຕີ ກ່າວ​ວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ
ຢ່າງທີ່​ສຸດວ່າ​ ປະ​ເທດ​ອິຕາ​ລີຈະ​ສາມາດທໍາ​ການ​ເສຍ​ສະລະ​ທີ່​ຈໍາ​ເປັນ​ຕ່າງໆ​ນັ້ນ​ໄດ້ ເພື່ອ
ເອົາ​ຊະນະ​ວິ​ກິດ​ການໜີ້​ສິນ​ຂອງ​ປະ​ເທດ​. ນອກ​ນີ້​ແລ້ວ ນາ​ຍົກ​ລັດຖະມົນ​ອິຕາລີຊົ່ວຄາວ​
ຂອງ​ອິຕາ​ລີ​ ຍັງໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຊາວ​ອິຕາ​ລີ​ທັງຫລາຍ​ວ່າ ທ່ານໄດ້​ຮັບ​ການ​ສະ​ໜັບ
ສະ​ໜຸນ ຈາກ​ວົງ​ການ​ການ​ເມືອງ ທຸລະ​ກິດ ​ແລະ​ພວກ​ຜູ້​ນໍາ​ສະຫະພາບ​ຢູ​ໂຣບ.

ອິຕາ​ລີ​ເປັນ​ປະ​ເທດທີ່​ມີ​ເສດຖະກິດ​ໃຫຍ່ທີ່​ສຸດ​ອັນ​ດັບ​ສາມຂອງເຂດ​ທີ່ໃຊ້​ເງິນ​ຢູ​ໂຣ. ຄວາມ
ຢ້ານ​ກົວທີ່​ວ່າ​ອິຕາ​ລີ​ຈະ​ຜິດ​ສັນຍາ​ຊໍາລະ​ໜີ້ ຫລື​ຖືກ​ບັງຄັບ​ໃຫ້​ຂໍ​ຮ້ອງ​ເອົາການ​ຊ່ວຍ​ເຫລືອ
ຈາກ​ອີ​ຢູຄື​ກັນ​ກັບກຣີສນັ້ນ ​ໄດ້ສັ່ນ​ສະ​ເທືອ​ນພວກ​ຕະຫລາດ​ການ​ເງິນ​ໃນທົ່ວ​ໂລກ​.

ສ່ວນ​ທີ່​ປະ​ເທດກຣີສນັ້ນ ລັດຖະບານຮັກສາ​ການ​ຊົ່ວຄາວ​ທີ່ີມີ​ໜີ້ສິນຖວ້ມຫົວ ​ກໍາລັງ​ປະ
ເຊີນກັບ​ການ​ລົງ​ຄະ​ແນນ​ສຽງ​ບໍ່ໄວ້​ວາງ​ໃຈຈາກ​ສະພາ​ໃນ​ວັນ​ພຸດ​ມື້​ນີ້.

ຄາດ​ວ່າ ນາຍົກລັດຖະມົນ​ຕີ Lucas Papademos ຈະ​ລອດ​ພົ້ນ​ຈາກການ​ລົງ​ມະຕິ​ບໍ່ໄວ້
ວາງ​ໃຈ​ດັ່ງກ່າວ​ນີ້​ໄດ້ ​ແຕ່​ທ່ານ ປາ​ປາເດ​ມົສ ກໍຍັງປະ​ເຊີນ​ກັບ​ພາລະກິດ​ທີ່​ໜ້າ​ຢ້ານ ​ເພື່ອ​
ຫລີກ​ລ່ຽງການ​ພັງ​ທະ​ລາຍ​ທາງດ້ານ​ການ​ເງິນ ທີ່​ອາດ​ບັງ​ຄັບ​ໃຫ້ກຣີສຕ້ອງ​ປະ​ຖິ້ມ​ເງິນ​
ຢູ​ໂຣ​ໄດ້ກໍ​ໄດ້​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບ ທ່ານ Mario Monti ນາຍົກລັດຖະມົນຕີຄົນໃໝ່
ຂອງອີຕາລີ ທີ່ສາບານໂຕເຂົ້າຮັບຕໍາແໜ່ງໃນວັນພຸດມື້ນີ້:

XS
SM
MD
LG