ພວກເຈົ້າໜ້າທີ່ຈີນກ່າວວ່າໃນບໍ່ຊ້ານີ້ ຈີນແລະຫລາຍປະເທດເພື່ອນບ້ານຂອງຕົນ ຈະ
ເລີ່ມທໍາການລາດຕະເວນໂດຍກໍາລັງທີ່ປະກອບອາວຸດຢູ່ໃນເຂດນຶ່ງຂອງແມ່ນໍ້າຂອງ
ບ່ອນທີ່ລູກເຮືອຈີນ 13 ຄົນຖືກສັງຫານໂດຍພວກທີ່ຕ້ອງສົງໃສຄ້າຢາເສບຕິດ.
ສື່ຂອງລັດ ໄດ້ອ້າງຄໍາເວົ້າຂອງເຈົ້າໜ້າທີ່ກະຊວງຄວາມປອດໄພສາທາລະນະທ່ານນຶ່ງ ທີ່
ເວົ້າວ່າ ກອງກໍາລັງພິເສດຈະເລີ່ມອອກລາດຕະເວນໃນເດືອນໜ້ານີ້. ພວກນັກບໍລິຫານ
ແລະພວກວິເຄາະດ້ານການຂົນສົ່ງ ພາກັນ ເວົ້າເຖິງການຈັດຕັ້ງກອງກໍາລັງພິເສດດັ່ງກ່າວ
ທີ່ປະກອບດ້ວຍກໍ່າປັ່ນຫ້າລໍາ ແລະທະຫານປະຈໍາການອີກເກືອບ 1,000 ຄົນນັ້ນວ່າ
ເປັນຂີດໝາຍ ສໍາຄັນຂອງຄວາມສໍາພັນຂອງຈີນກັບພວກປະເທດເພື່ອນບ້ານໃນຂົງເຂດ
ເອເຊຍຕາເວັນອອກສຽງໃຕ້ນັ້ນ.
ຈີນຍັງບໍ່ໄດ້ບົ່ງຊື່ພວກປະເທດອື່ນໆ ທີ່ຈະປະກອບສ່ວນໃນໜ່ວຍກໍາລັງພິເສດນີ້. ແຕ່
ພວກເຈົ້າໜ້າທີ່ຈາກໄທ ມຽນມາ ແລະລາວ ກໍຄືພວກປະເທດທີ່ມີຊາຍແດນຕິດກັບເຂດ
ສາມຫລ່ຽມຄໍາ ບ່ອນເກີດເຫດການສັງຫານ ດັ່ງກ່າວນັ້ນ ຕ່າງກໍໄດ້ເຂົ້າຮ່ວມໃນກອງ
ປະຊຸມພິເສດວ່າດ້ວຍຄວາມໝັ້ນຄົງຂອງແມ່ນໍ້າຂອງ ທີ່ນະຄອນຫລວງປັກກິ່ງເມື່ອອາທິດ
ຜ່ານມານີ້.
ການສັນຈອນໄປມາຢູ່ເຂດເດີນເຮືອທີ່ສໍາຄັນດັ່ງກ່າວ ໄດ້ຢຸດສະງັກລົງ ຫລັງຈາກເຮືອບັນ
ທຸກສິນຄ້າສອງລໍາຂອງຈີນຖືກໂຈມຕີເມື່ອວັນທີ່ 5 ເດືອນຕຸລາ ທີ່ເຂດສາມຫລ່ຽມຄໍາ ຊຶ່ງ
ເປັນເຂດທີ່ມີຊື່ສຽງບໍ່ດີຍ້ອນເປັນ ບ່ອນລີ້ຊ່ອນຂອງພວກລັກລອບຄ້າຢາເສບຕິດນັ້ນ.
ເຈົ້າໜ້າທີ່ໄທໄດ້ກັກຕົວທະຫານ 9 ຄົນໃນຂໍ້ຫາຄາດຕະກໍາທີ່ພົວພັນກັບການໂຈມຕີດັ່ງ
ກ່າວ. ທະຫານທັງ 9 ຄົນທີ່ຖືກສົງໃສວ່າພົວພັນກັບພວກລັກລອບຄ້າຢາເສບຕິດ ແມ່ນ
ປະຈໍາການໃນຢູ່ເຂດດັ່ງກ່າວ.
ສາມຫລ່ຽມຄໍາ ເປັນເຂດທີ່ຢູ່ໃນເສັ້ນທາງຂອງທາງລົດໄຟຄວາມໄວສູງທີ່ ໄດ້ມີການວາງ
ແຜນໄວ້ແລ້ວ ທີ່ຈະເຊື່ອມໂຍງທາງລົດໄຟຈາກເຂດຕາເວັນອອກສຽງໃຕ້ຂອງຈີນ ໄປຍັງ
ຫລາຍໆປະເທດໃນຂົງເຂດ ທີ່ຈະເປັນການກະຕຸກຊຸກຍູ້ການຄ້າແລະການຮ່ວມມືດ້ານ
ອື່ນໆນັ້ນນໍາ.