“Lefty Loosey, Righty Tighty” ຖ້າແປເປັນພາສາລາວກໍແມ່ນ “ຊ້າຍຫຼົມ, ຂວາແໜ້ນ” ຊ່ວຍເຕືອນພວກເຮົາວ່າ ຈະຫັນກຽວນັອດອອກແນວໃດ
Rage ໝາຍເຖິງຄວາມໂມໂຫ ຫລື ໃຈຮ້າຍຢ່າງໃຫຍ່. ໂອະ-ໂອ. ອານນາ ກຳລັງໂມໂຫໃຫ້ ໂຈນາທານບໍຫັ້ນ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບ ໂຈນາທານ ລອງເບິ່ງເນາະ, ບາງທີພວກເຮົາອາດຮູ້ກ່ຽວກັບສຳນວນນີ້ຫຼາຍຂຶ້ນ?
“Roll the dice” ໝາຍເຖິງການສ່ຽງໂຊກ ຫລື ສ່ຽງໄພ
ໃນເວລາທີ່ທ່ານເວົ້າວ່າ “walk something back”, ແມ່ນທ່ານພະຍາຍາມເວັ້ນ ໄລຍະຫ່າງລະຫວ່າງໂຕທ່ານເອງ ກັບສິ່ງໃດສິ່ງນຶ່ງທີ່ທ່ານໄດ້ເຮັດ ຫຼື ເວົ້າໄປ. ທ່ານເຮັດ ແນວນີ້ ເພາະສິ່ງທີ່ທ່ານເຮັດ ຫຼື ເວົ້າໄປແມ່ນບໍ່ຖືກຕ້ອງ ຫຼື ບໍ່ເປັນທີ່ນິຍົມຊົມຊອບ ອີກຕໍ່ໄປ
“To Pan out” ໝາຍຄວາມວ່າ ເກີດຂຶ້ນ ຫຼື ພັດທະນາ ຫລື ກາຍເປັນ
ເມື່ອທ່ານເດີນຕາມຮອຍຕີນຂອງໃຜຄົນນຶ່ງ, ທ່ານເຮັດສິ່ງໃດສິ່ງນຶ່ງຄືກັນກັບທີ່ພວກເຂົາເຈົ້າໄດ້ເຮັດມາ - ເຊັ່ນ ອາຊີບ ຫຼື ກິດຈະກຳອັນໃດ ອັນນຶ່ງ
ສຳນວນທີ່ວ່າ “tie the knot” ໝາຍເຖິງການແຕ່ງງານ
ຖ້າເຈົ້າ “take someone under your wing,” ເຈົ້າຊ່ວຍ ແລະນຳພາເຂົາເຈົ້າ. ເຈົ້າເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າມີສິ່ງທີ່ເຂົາເຈົ້າຕ້ອງການ
ສຳນວນ “firing on all cylinders” ໝາຍເຖິງບາງສິ່ງບາງຢ່າງໃຊ້ໄດ້ດີ ຫລືເຮັດວຽກໄດ້ດີຢ່າງເຕັມກຳລັງ
To “keep someone in the loop” ໝາຍເຖິງການໃຫ້ພວກເຂົາເຫຼົ່ານັ້ນ ໄດ້ຮັບ ຊາບ ຫລືຮູ້ກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂຶ້ນ.
“Haste” ໝາຍເຖິງການເຮັດບາງສິ່ງບາງຢ່າງຢ່າງຟ້າງຟັ່ງ. ສະນັ້ນ “haste makes waste” ແປວ່າ “ເຮັດຟ້າວໆຟັ່ງໆພາໃຫ້ສິ້ນເປືອງ”
To “Put down roots” ຫມາຍຄວາມວ່າການເຮັດໃຫ້ສະຖານທີ່ໃດນຶ່ງເປັນບ້ານຂອງ ທ່ານ ໂດຍທີ່ທ່ານບໍ່ມີແຜນການທີ່ຈະຍົກຍ້າຍໜີ. ພວກເຮົາເວົ້າແບບນີ້ເລື້ອຍໆ ເວລາຄົນຊື້ ບ້ານຊື້ເຮືອນໃໝ່. ແຕ່ “Put down roots” ຍັງສາມາດໝາຍເຖິງການໃກ້ຊິດຕິດແທດກັບຜູ້ຄົນ ແລະສະຖານທີ່ຕ່າງໆ ໃນຊຸມຊົນ
ໃນປັດຈຸບັນ “willy nilly” ອະທິບາຍ ເຖິງສິ່ງທີ່ເຮົາເຮັດຢ່າງວ່ອງໄວ ແລະບໍ່ໄດ້ຮິ່ນຕອງ, ໂດຍບໍ່ໄດ້ມີການຄິດ ຫຼື ວາງແຜນ ກ່ອນ
“Tunnel Vision” ແປວ່າ "ມຸມມອງ/ວິໄສທັດຄັບແຄບ"
“start from scratch” ໝາຍເຖິງການເລີ້ມຕົ້ນໃໝ່ຕັ້ງແຕ່ຕົ້ນ/ເລີ້ມຕົ້ນຈາກສູນ. ບາງຄັ້ງ ມັນໝາຍຄວາມວ່າ ທ່ານໄດ້ສູນເສຍວຽກທີ່ທ່ານໄດ້ເຮັດໄປແລ້ວ. ແຕ່ການເລີ້ມຕົ້ນໃໝ່ຕັ້ງແຕ່ຕົ້ນ ຫລື ເລີ້ມຕົ້ນຈາກສູນນັ້ນງ່າຍກວ່າ ແລະ ສະຫຼາດກວ່າການພະຍາຍາມແກ້ໄຂ ບາງສິ່ງບາງຢ່າງ.
ໂດຍທີ່ມີຄວາມປາດຖະໜາໃຫ້ສິ່ງໃດສິ່ງນຶ່ງເກີດ, ພວກເຮົາຄິດ ຫຼື ປະຕິບັດຄືກັນກັບວ່າ ຄວາມປາດຖະໜາຂອງເຮົາກຳລັງຈະກາຍເປັນຈິງ, ເຖິງແມ່ນວ່າ ມັນອາດຈະບໍ່ເກີດຂຶ້ນກໍເປັນໄດ້
Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ