ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດ​ທີ 105 “Lefty Loosey, Righty Tighty” ແປ​ວ່າ "ຊ້າຍມາຍ, ຂວາແໜ້ນ/ຮັດ ຫຼື ຊ້າຍປິດ, ຂວາເປີດ"


English in a Minute: Lefty Loosey, Righty Tighty
please wait

No media source currently available

0:00 0:01:00 0:00

English in a Minute: Lefty Loosey, Righty Tighty

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Things like this peanut butter lid screw on to the right and off to the left. To remember this, we have a little expression. Let’s listen.

ສິ່ງຂອງທີ່ຄ້າຍຄືຝາປິດແກ້ວເນີຍຖົ່ວດິນນີ້ ບິດໄປທາງຂວາແມ່ນເພື່ອເປີດ ແລະ ບິດໄປທາງຊ້າຍແມ່ນເພື່ອປິດ. ເພື່ອຊ່ວຍໃຫ້ຈື່ຈຳສິ່ງ​ນີ້​ໄດ້, ພວກເຮົາມີສຳນວນຄຳເວົ້າ ໜ້ອຍນຶ່ງ. ຄຳ​ເວົ້າ​ນັ້ນ​ແມ່ນ​ຫຍັງ​ກັນ​ແທ້ ພວກເຮົາລອງມາ​ພາ​ກັນໄປຟັງການ​ສົນທະ​ນາ ລະ​ຫວ່າງ Jonathan ແລ​ະ Anna ນຳກັນລອງເບິ່ງເນາະ.


Jonathan: Anna, how’s the repair going?

ໂຈນາທານ: ອານນາ,​ ເປັນ​ຈັ່ງ​ໃດ ການສ້ອມແປງເຄື່ອງ​ຮອດ​ໃສແລ້ວ?

Anna: I’m trying to loosen this screw but it’s stuck.

ອານນາ: ​ຂ້ອຍກຳລັງພະຍາຍາມຫັນກຽວ​ນັອດນີ້ ໃຫ້​ມາຍອອກ ແຕ່ມັນຕິດແໜ້ນຢູ່.

Jonathan: remember lefty loosey, righty tighty.

ໂຈນາທານ: ​ຈຳໄວ້ວ່າ ຊ້າຍແມ່ນມາຍອອກ, ຂວາຮັດ​ໃຫ້ແໜ້ນເຂົ້າ.

Anna: I know, Jonathan.

ອານນາ: ຂ້ອຍ​ຮູ້​ລະ​ໜາ, ໂຈນາທານ.

Jonathan: no, your other left.

ໂຈນາທານ: ບໍ່, ໃຫ້ເຈົ້າ​ບິດ​ໄປຂ້າງຊ້າຍອີກຂ້າງນຶ່ງຂອງເຈົ້າ.

Anna: Thanks, Jonathan.

ອານນາ:​ ຂອບໃຈ, ໂຈນາທານ.

Jonathan: there you go. That’s right.

ໂຈນາທານ:​ ເຫັນ​ບໍ່.​ ເຮັດຖືກແລ້ວ.

Anna: Be quiet, Jonathan.

ອານນາ:​ ມິດແນ່,​ ໂຈນາທານ.

“Lefty Loosey, Righty Tighty” reminds us how to loosen a screw. Turning to the left loosens it, and turning it to the right makes it tighter. You just have to know your right from your left, Anna.

“Lefty Loosey, Righty Tighty” ຖ້າ​ແປ​ເປັນ​ພາ​ສາ​ລາວ​ກໍ​ແມ່ນ “ຊ້າຍຫຼົມ, ຂວາແໜ້ນ” ຊ່ວຍເຕືອນພວກເຮົາວ່າ ຈະຫັ​ນກຽວນັອດອອກແນວໃດ. ການໝຸນໄປທາງຊ້າຍ ແມ່ນເພື່ອມາຍມັນອອກ, ແລະການໝຸນໄປທາງຂວາ ແມ່ນເພື່ອເຮັດໃຫ້ມັນແໜ້ນເຂົ້າ. ເຈົ້າ ພຽງແຕ່ຕ້ອງຮູ້ວ່າ ຂ້າງໃດເປັນຂ້າງຂວາ ຂ້າງໃດຂ້າງຊ້າຍຂອງເຈົ້າເທົ່າ​ນັ້ນ​ກໍ​ພໍ, ອານນາ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG