ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 90 “Start from Scratch” ແປວ່າ "ເລີ່ມຕົ້ນໃໝ່ຕັ້ງແຕ່ຕົ້ນ"


English in a Minute: Start from Scratch
please wait

No media source currently available

0:00 0:00:59 0:00

English in a Minute, ບົດທີ 90 “Start from Scratch” ແປວ່າ "ເລີ່ມຕົ້ນໃໝ່ຕັ້ງແຕ່ຕົ້ນ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

If you make a meal from scratch, you make it all yourself, with basic and fresh foods. But what does start from scratch mean?

ຖ້າທ່ານແຕ່ງກິນ from scratch ກໍ​ໝາຍ​ຄວາມ​ວ່າ​ ທ່ານແຕ່ງກິນດ້ວຍຕົວເອງທັງໝົດ ເລີຍ ໂດຍທີ່​ມີອາຫານ​ແບບພື້ນຖານ ແລະ ສົດໃໝ່. ແຕ່ຄໍາວ່າ start from scratch ມັນຫມາຍຄວາມແນວໃດກັນ​ແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Dan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Dan: My design for our new office is done! ແດນ: ການອອກແບບຂອງຂ້ອຍສຳລັບຫ້ອງການໃໝ່ຂອງພວກເຮົາ ສຳເລັດແລ້ວ! Anna: Oh, did you hear? We don’t have the money for a new kitchen. ອານນາ: ໂອ້, ເຈົ້າໄດ້ຍິນບໍ່? ພວກເຮົາບໍ່ມີເງິນສຳລັບຫ້ອງຄົວໃໝ່. Dan: No problem, that is easy to fix. ແດນ: ບໍ່ເປັນບັນຫາ, ນັ້ນແກ້ໄຂໄດ້ງ່າຍໆ.
Anna: Oh, and no new meeting rooms. ອານນາ: ໂອ້, ແລະ ບໍ່ມີຫ້ອງປະຊຸມໃໝ່. Dan: Okay, I’ll just move this wall over here. ແດນ: ໂອເຄ, ຂ້ອຍຈະຍ້າຍກຳແພງນີ້ໄປ​ໄວ້ບ່ອນນີ້. Anna: Oh, and the library? Yeah, that’s not happening. ອານນາ: ໂອ້, ແລະ ​ຫ້ອງສະໝຸດອີກເດ່? ເອີ ແມ່ນ, ນັ້ນມັນຈະບໍ່ເກີດຂຶ້ນ. Dan: you know what? I’m starting from scratch. ແດນ: ເຈົ້າຮູ້ບໍ່? ຂ້ອຍຈະເລີ້ມຕົ້ນໃໝ່ຕັ້ງແຕ່ຕົ້ນມາເລີຍຊະ.

To start from scratch means to start from the beginning. Sometimes this means you lose the work you have already done. But starting from scratch can be easier and smarter than trying to fix something.

start from scratch ໝາຍເຖິງການເລີ້ມຕົ້ນໃໝ່ຕັ້ງແຕ່ຕົ້ນ/ເລີ້ມຕົ້ນຈາກສູນ. ບາງຄັ້ງ ມັນໝາຍຄວາມວ່າ ທ່ານໄດ້ສູນເສຍວຽກທີ່ທ່ານໄດ້ເຮັດໄປແລ້ວ. ແຕ່ການເລີ້ມຕົ້ນໃໝ່ຕັ້ງແຕ່ຕົ້ນ ຫລື ເລີ້ມຕົ້ນຈາກສູນນັ້ນງ່າຍກວ່າ ແລະ ສະຫຼາດກວ່າການພະຍາຍາມແກ້ໄຂ ບາງສິ່ງບາງຢ່າງ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG