Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Rage means extreme anger. Uh-oh. Is Anna mad at Jonathan?
Rage ໝາຍເຖິງຄວາມໂມໂຫ ຫລື ໃຈຮ້າຍຢ່າງໃຫຍ່. ໂອະ-ໂອ. ອານນາ ກຳລັງໂມໂຫໃຫ້ ໂຈນາທານບໍຫັ້ນ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບ ໂຈນາທານ ລອງເບິ່ງເນາະ, ບາງທີພວກເຮົາອາດຮູ້ກ່ຽວກັບສຳນວນນີ້ຫຼາຍຂຶ້ນ?
Jonathan: Anna, what exactly are you eating?
ໂຈນາທານ: ອານນາ, ເຈົ້າກຳລັງກິນຫຍັງກັນແທ້ເກາະ?
Anna: Bread.
ອານນາ: ເຂົ້າຈີ່.
Jonathan: That does not look like bread.
ໂຈນາທານ: ອັນນັ້ນມັນເບິ່ງ ຄືບໍ່ຄືເຂົ້າຈີ່ເລີຍ.
Anna: Well, it’s bread that you make in the microwave. It’s all the rage on TikTok.
ອານນາ: ເອີ ຄືວ່າ, ມັນແມ່ນເຂົ້າຈີ່ທີ່ເຮັດຢູ່ໃນເຕົາໄມໂຄຣເວັບ. ມັນກຳລັງເປັນທີ່ນິຍົມກັນຫລາຍດຽວນີ້ ຢູ່ໃນຕິກຕ໋ອກ.
Jonathan: But you’re so good at baking bread.
ໂຈນາທານ: ແຕ່ ເຈົ້າກໍອົບເຂົ້າຈີນເກັ່ງຫຼາຍ ບໍ່ແມ່ນຫວາ.
Anna: you’re right, Jonathan.
ອານນາ: ແມ່ນຄວາມເຈົ້າ, ໂຈນາທານ.
In this case, rage has nothing to do with anger. If something is all the rage, it is hugely popular for a short period of time. A new dance, a clothing style or even microwaved bread can be all the rage.
ໃນກໍລະນີນີ້, rage ແມ່ນບໍ່ໄດ້ມີຫຍັງກ່ຽວຂ້ອງກັບຄວາມໂມໂຫ ຫລືໃຈຮ້າຍ. ຖ້າສິ່ງ ໃດສິ່ງນຶ່ງທີ່ “all the rage” ກໍແມ່ນມັນເປັນທີ່ນິຍົມຢ່າງຫຼວງຫຼາຍ ໃນໄລຍະເວລາສັ້ນໆ. ການຟ້ອນ ຫລື ເຕັ້ນ, ແບບເຄື່ອງນຸ່ງໃໝ່ ຫຼື ແມ້ແຕ່ ເຂົ້າຈີ່ເຮັດຢູ່ໄມໂຄຣເວັບ ກໍ່ສາມາດ ເປັນທີ່ນິຍົມ ຫລືແຟຊັນ ໄດ້ທັງນັ້ນ.
And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.