Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
Some animals, like birds and insects, have wings. Sadly, humans, do not.
ສັດບາງປະເພດ, ເຊັ່ນ ນົກ ແລະ ແມງໄມ້ແມ່ນມີປີກ. ເປັນທີ່ໜ້າເສົ້າໃຈ ທີ່ມະນຸດ ບໍ່ມີປີກ. ແຕ່ຄຳວ່າ “take someone under your wing,” ມັນຫມາຍຄວາມວ່າ ແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ Anna ກັບ Jonathan ລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫລາຍຂຶ້ນ?
Anna: Hey, Jonathan. How’s the new coffee business going?
ອານນາ: ເອີ, ໂຈເນທານ, ທຸລະກິດໃໝ່ ກ່ຽວກັບກາເຟ ເປັນແນວໃດແລ້ວ?
Jonathan: Oh, It’s going great! Your cousin Keith has been a huge help.
ໂຈເນທານ: ໂອ, ມັນກຳລັງໄປໄດ້ດີຫລາຍ! ພີ່ນ້ອງຂອງເຈົ້າ, ຄີທ ຊ່ວຍໄດ້ຫຼາຍຂະໜາດ.
Anna: I am so glad he’s taken you under his wing. You know, in our family, we call him Keith the coffee King.
ອານນາ: ຂ້ອຍດີໃຈ ທີ່ລາວເບິ່ງແຍງຊ່ວຍເຫຼືອເຈົ້າ. ເຈົ້າຮູ້ບໍ່, ໃນຄອບຄົວຂອງພວກເຮົາ,ພວກເຮົາຮ້ອງລາວວ່າ ຄີທ ລາຊາແຫ່ງກາເຟ.
Jonathan: well. He sure is the coffee king.
ໂຈເນທານ: ໂອ້, ແນ່ນອນວ່າລາວເປັນລາຊາແຫ່ງກາເຟແທ້ເລີຍຫລະ.
If you “take someone under your wing,” you help and guide them. You make sure they have what they need. You are a little like their protector. You might do this for someone who is new to a job or school, or for someone who is new to a profession that you have experience with.
ຖ້າເຈົ້າ “take someone under your wing,” ເຈົ້າຊ່ວຍ ແລະນຳພາເຂົາເຈົ້າ. ເຈົ້າເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າມີສິ່ງທີ່ເຂົາເຈົ້າຕ້ອງການ. ເຈົ້າເປັນຄື ຜູ້ປົກປ້ອງຄຸ້ມຄອງພວກເຂົາເຈົ້າໜ້ອຍນຶ່ງກໍວ່າໄດ້. ເຈົ້າອາດຈະເຮັດແບບນີ້ ກັບບຸກຄົນໃດ ບຸກຄົນນຶ່ງທີ່ເຂົ້າເຮັດວຽກໃໝ່ ຫຼື ເຂົ້າໂຮງຮຽນໃໝ່, ຫຼື ບຸກຄົນໃດບຸກຄົນນຶ່ງ ທີ່ຍັງໃໝ່ໃນ ຂະແຫນງອາຊີບທີ່ເຈົ້າມີປະສົບການກັບມັນແລ້ວ.
And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.