Welcome to English in a minute. ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການພາສາອັງກິດໃນ 1 ນາທີ.
This is a pan. We use it to cook. Maybe Anna and Jonathan are planning a dinner party.
ສິ່ງນີ້ແມ່ນໝໍ້ຂາງ. ພວກເຮົາໃຊ້ມັນເພື່ອຄົວກິນ. ບາງທີ ອານນາ ກັບ ໂຈນາທານ ກຳລັງ ວາງແຜນໃນການເຮັດງານລ້ຽງອາຫານຄໍ່າຢູ່. ພວກເຮົາລອງໄປຟັງບົດສົນທະນາຂອງເຂົາເຈົ້າລອງເບິ່ງເນາະ, ບາງທີມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ?
Anna: Jonathan, do you have plans for spring break yet?
ອານນາ: ໂຈນາທານ, ເຈົ້າມີແຜນສຳລັບການພັກລະດູໃບໄມ້ປົ່ງແລ້ວບໍ?
Jonathan: I’m supposed to visit friends in Europe. But with travel restrictions and all, I’ll have to see how things pan out.
ໂຈນາທານ: ຂ້ອຍທຳອິດຄິດວ່າຈະໄປຢາມໝູ່ຢູ່ທີ່ຢູໂຣບ. ແຕ່ໂດຍມີຂໍ້ຈຳກັດ ໃນດ້ານ ການເດີນທາງ ແລະ ທັງນີ້ ທັງນັ້ນ, ຂ້ອຍຈະຕ້ອງໄດ້ເບິ່ງວ່າ ສິ່ງຕ່າງໆຈະກາຍເປັນຈັ່ງໃດ.
Anna: well, if Europe doesn’t pan out, come to my aunt’s house. She’s super mean, but she has tons of chickens.
ອານນາ: ເອີ, ຄັນຖ້າຢູໂຣບບໍ່ເກີດ, ມາບ້ານປ້າຂອງຂ້ອຍເດີ. ລາວເປັນຄົນໃຈຮ້າຍສຸດໆ, ແຕ່ລາວ ມີໄກ່ຫຼາຍໆ.
Jonathan: Thanks, Anna.
ໂຈນາທານ: ຂອບໃຈເດີ, ອານນາ.
To Pan out means to happen or develop. Some things pan out the way you hope. But other things don’t. This phrase comes from gold mining. People use special pans to search for gold in flowing water.
“To Pan out” ໝາຍຄວາມວ່າ ເກີດຂຶ້ນ ຫຼື ພັດທະນາ ຫລື ກາຍເປັນ. ບາງສິ່ງ ບາງຢ່າງເກີດຂຶ້ນຕາມແບບທີ່ເຈົ້າຫວັງໄວ້. ແຕ່ສິ່ງອື່ນໆ ບໍ່ເປັນເຊັ່ນນັ້ນ. ປະໂຫຍກນີ້ ມາຈາກການຮ່ອນຄຳ. ປະຊາຊົນໃຊ້ໝໍ້ຂາງແບບພິເສດ ເພື່ອຊອກຫາຄຳຢູ່ໃນນໍ້າໄຫຼ.
And that's English in a minute.
ແລະ ນັ້ນແມ່ນພາສາອັງກິດໃນ 1 ນາທີ.