ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 91 “Tunnel Vision” ແປວ່າ "ມຸມມອງ/ວິໄສທັດຄັບແຄບ"


English in a Minute: Tunnel Vision
please wait

No media source currently available

0:00 0:01:00 0:00

ພາສາອັງກິດໃນ 1 ນາທີ: Tunnel Vision ແປວ່າ ມຸມມອງ/ວິໄສທັດຄັບແຄບ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Tunnels are long and dark. If you drive a car through one, you have to keep your headlights on to see. So, is this what tunnel vision means? ອຸໂມງແມ່ນຍາວ ແລະ ມືດ. ຖ້າທ່ານຂັບລົດຜ່ານອຸໂມງໃດນຶ່ງ, ທ່ານຕ້ອງເປີດໄຟ ຕາໜ້າລົດໄວ້ເພື່ອເບິ່ງເຫັນໄດ້. ດັ່ງນັ້ນ, ນີ້ແມ່ນຄວາມໝາຍຂອງຄຳ​ວ່າ tunnel vision ບໍ່? ພວກເຮົາລອງພາ​ກັນໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Dan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Anna: Dan, I heard that you’re supporting that awful local official who’s involved in two…no, wait three, scandals?​

ອານນາ: ແດນ, ຂ້ອຍໄດ້ຍິນວ່າເຈົ້າກຳ​ລັງສະໜັບສະໜຸນ ເຈົ້າໜ້າທີ່ທ້ອງຖິ່ນຄົນນຶ່ງທີ່ບໍ່ດີ ຄົນ​ນັນ ທີ່ມີສ່ວນ​ກ່ຽວ​ພັນ​ກັຍສອງ... ບໍ່, ເອິບໍ່​ແມ່ນ, ສາມ ເລື້ອງນອງ​ນັນອັບປະໂຍດຫັ້ນ​ຫວາ?

Dan: well, that awful local official fixed the sidewalk outside my house. So, yeah. I support him.

ແດນ: ເອິ ຄືວ່າ, ເຈົ້າໜ້າທີ່ທ້ອງຖິ່ນທີ່ບໍ່ດີຄົນນັ້ນ ແປງທາງຍ່າງຢູ່ໜ້າບ້ານຂ້ອຍ. ສະນັ້ນ, ແມ່ນຫລະ. ຂ້ອຍສະໜັບສະໜຸນລາວ.

Anna: Dan, that is some serious tunnel vision, dude.

ອານນາ: ແດນ, ນັ້ນແມ່ນ ວິໄສທັດ​ຄັບແຄບຮ້າຍແຮງຫລາຍ​ທີ່​ສຸດ​ໄດ໋ ເພື່ອນ​ຮັກ.


As an idiom, tunnel vision means to have a very narrow viewpoint. People with tunnel vision are extremely focused on one thing or part of one thing. They ignore everything else that may be just as important.​ ສຳນວນ tunnel vision ໝາຍເຖິງການການມີມຸງມອງ ຫລືວິໄສທັດທີ່ຄັບແຄບຫຼາຍ. ຄົນທີ່ມີວິໄສທັດອັນ​ຄັບແຄບ ແມ່ນຈະສຸມໃສ່ພຽງແຕ່ສິ່ງດຽວ ຫຼື ສ່ວນໃດນຶ່ງຂອງສິ່ງນັ້ນ ຫຼາຍທີ່ສຸດ. ພວກເຂົາເຈົ້າບໍ່ສົນໃຈກັບສິ່ງອື່ນໆ ທີ່ອາດຈະມີຄວາມສຳຄັນຄືກັນ.

And that's English in a minute. ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG