ເມື່ອອາທິດແລ້ວນີ້ ຫໍພິພິທະພັນດ້ານສີລະປະທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍຍິ່ງໃຫຍ່ ຊຶ່ງຊາວລາວພາຍໃນປະເທດ ແລະຊາວຕ່າງປະເທດທີ່ມາທ່ອງທ່ຽວ ຈະໄດ້ຊົມຜົນງານດ້ານສີລະປະຝີມືຂອງຊາວລາວ ຫຼາຍກວ່າສິບພັນຜົນງານ ຢູ່ໃນນະຄອນຫຼວງວຽງຈັນ.
ພິທີເປີດ ຫໍພິພິທະພັນສິລະປະລາວ ຫຼື Lao Art Museum ໄດ້ຈັດຂຶ້ນ ໃນວັນທີ 5 ມັງກອນ 2025 ທີ່ຜ່ານມາ ຢູ່ບ້ານໂນນສະອາດ, ເຂດໜອງເຊືອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີຂອງກະຊວງຕ່າງໆ ແລະ ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະທັງເປັນປະທານຂອງຫໍພິພິທະພັນດັ່ງກ່າວ, ພ້ອມກັນນັ້ນ ຍັງມີ ບັນດານັກການທູດ, ບັນດານັກທຸລະກິດ ແລະບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຫໍພິພິທະພັນດັ່ງກ່າວ ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 10 ກິໂລແມັດ, ໂດຍມີພື້ນທີ່ທັງໝົດ 20 ເຮັກຕາ, ພື້ນທີ່ໃນການກໍ່ສ້າງ 3 ເຮັກຕາ ໂດຍໃຊ້ງົບປະມານ 50 ລ້ານໂດລາສະຫະລັດ, ເຊິ່ງປະກອບດ້ວຍອາຄານຫຼາຍພາກສ່ວນເຊັ່ນ: ອາຄານນຳສະເໜີຂໍ້ມູນ, ອາຄານຕ້ອນຮັບ, ອາຄານວາງສະແດງງານສີລະປະ, ອາຄານອະເນກປະສົງ, ຮ້ານຂາຍເຄື່ອງທີ່ລະລຶກ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ.
ທ່ານ ສຈ. ປອ. ພິຊິດ ໄຊຍະທິດ ກ່າວວ່າ ຈຸດປະສົງໃນການສ້າງຫໍພິພິທະພັນແຫ່ງນີ້ ແມ່ນຕ້ອງການສ້າງສັນຍາລັກແຫ່ງສັນຕິພາບຜ່ານງານສີລະປະ ແລະ ຫໍພິພິທະພັນແຫ່ງນີ້ ຈະເປັນສູນກາງຂອງການທ່ອງທ່ຽວ ພ້ອມທັງເປັນບ່ອນເຕົ້າໂຮມສີລະປະວັດທະນຳທຳລາວ. ການເປີດຫໍພິພິທະພັນໃນຄັ້ງນີ້ ຄາດວ່າ ຈະສົ່ງເສີມບົດບາດອັນສຳຄັນໃນພາກຂອງການທ່ອງທ່ຽວ ເພາະມັນຈະກາຍເປັນຈຸດໝາຍປາຍທາງແຫ່ງໃໝ່ ສຳລັບນັກທ່ອງທ່ຽວ, ຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນຢູ່ໃນທ້ອງຖິ່ນ ແລະຊ່ວຍກະຕຸ້ນນັກລົງທຶນໃຫ້ເຂົ້າມາລົງທຶນໃນຂະແໜງຕ່າງໆນໍາອີກດ້ວຍ.
ດັ່ງນັກທຸລະກິດທ່ານນຶ່ງ ໄດ້ໃຫ້ຄຳເຫັນກ່ຽວກັບງານເປີດຫໍພິພິທະພັນວ່າ “ອ້າຍເຂົ້າຮ່ວມຕາງໜ້າບໍລິສັດ ຕອນທຳອິດກະຈົນຕົກໃຈ ບໍ່ຄຶດວ່າຢູ່ລາວນິ ມັນອາລັງການມັນຢາກໂອ້ເລີຍຫລະ ແລ້ວກະພິທີເປີດເພິ່ນໆກະເຮັດໄດ້ສຸດແນ່ ຄິດວ່າຄັນໄດ້ເປີດນິ ລະແມ່ນຄົນໃນລະເຕັມທຸກມື້ ຖ້າແມ່ນເສົາ ອາທິດ ອ້າຍຄືສິພາລູກພາຫຍັງໄປທຸກມື້ເລີຍແຫລະ ເພາະມັນຫຼາຍ ມື້ນັ້ນລອງຍ່າງໄປເບິ່ງມັນຫຼາຍນະ ສີລະປະເພິ່ນກະຫຼາຍ ຮູບໄມ້ຮູບຫຍັງເພິ່ນກະຫຼາຍ ຄຶດຊ່ຳວ່າໄປມື້ດຽວນິ ໜ້າຈະບໍ່ໝົດ ສົມພໍແຫລະເພິ່ນຈຶ່ງເວົ້າ ເພິ່ນສິເຮັດໂຮງແຮມ ຣີສອດເນາະ ບໍ່ເວົ້າສະເລື້ອງພວກນັກທ່ອງທ່ຽວນິ ຄົນໄທນິກະມາລະ ໂດຍສະເພາະທົວຈີນນິຄືສິເຕັມເລີຍ ຄືສິສ້າງເມັດເງິນໄດ້ຫລາຍເລີຍແຫລະ ໃຫ້ກັບປະເທດເຮົານິ ລະກະຄົນຢູ່ແຖວນັ້ນ ກະຄືສິໄດ້ອານິສົງໄປນຳ ບໍ່ວ່າຈະເປັນຮ້ານຂາຍເຄື່ອງນັ້ນເຄື່ອງນີ້ ກະສິມີເຄື່ອງຫັດທະກຳເຂົ້າມາຫລະ ຖືວ່າດີດີສຳລັບບ້ານເຮົາທີ່ມີແບບນີ້.”
ພ້ອມກັນນັ້ນ, ຫໍພິພິທະພັນແຫ່ງນີ້ ຍັງຈະກາຍມາເປັນສູນກາງເຕົ້າໂຮມສີລະປະກອນທົ່ວປະເທດ ໂດຍສ້າງພື້ນທີ່ ແລະໂອກາດໃຫ້ແກ່ພວກເຂົາເຈົ້າ ທີ່ຈະໄດ້ວາງສະແດງຜົນງານຂອງຕົນເອງ ສູ່ສາທາລະນະຊົນ, ນອກຈາກນີ້ ມັນຍັງຈະກາຍມາເປັນສູນກາງຂອງການຮຽນຮູ້, ບ່ອນແລກປ່ຽນຄວາມຄິດສ້າງສັນ, ແລກປ່ຽນບົດຮຽນ-ປະສົບການ, ຄວາມຮູ້ທາງປະຫວັດສາດ ແລະວັດທະນະທຳ ຜ່ານຜົນງານການແກະສະຫຼັກ, ວິຈິດສິນ, ຈິດຕະກຳ ແລະອື່ນໆ...
ພະນັກລັດຖະກອນທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນກ່ຽວກັບຫໍພິພິທະພັນວ່າ “ເອື້ອຍກະຄິດວ່າມັນງາມໃດ ງາມຫຼາຍ ເປັນບ່ອນໃໝ່ສຳລັບບ່ອນແບບວ່າພັກຜ່ອນ ຖ້າວ່າພີ່ນ້ອງມາຈາກຕ່າງປະເທດ ຫຼືມີໝູ່ມາກະເລີຍພາເຂົາເຈົ້າໄປ ລະກະເອື້ອຍວ່າ ຫວັງຢາກໃຫ້ທາງເພິ່ນຫັ້ນຈັດງານຕະຫຼອດທຸກອາທິດ ຫຼືທຸກເດືອນ ເພາະວ່າ ເອົາຈິງໆກະມີງານສີລະປະຫຼາຍຢູ່ຫຼັງໆມານິ ລະເພິ່ນໄປຈັດຢູ່ຫັ້ນ ກໍຈະເປັນການສົ່ງເສີມສີລະປິນຢູ່ບ້ານເຮົາ ເພາະບ້ານເຮົາເວົ້າເລື້ອງວັດທະນະທຳບໍ່ ສີລະປະແມ່ນມັນຍັງຍັງບໍ່ຄ່ອຍແຜ່ຫຼາຍແດ່ ແຕ່ເອື້ອຍວ່າ ມັນກະໂອເຄ້ແລ້ວລະ ທີ່ເຮັດໂຕນີ້ຂຶ້ນມາ.”
ທ່ານ ສຈ. ປອ. ພິຊິດ ໄຊຍະທິດ ຍັງກ່າວອີກວ່າ “ໄມ້ແຕ່ລະທ່ອນທີ່ນຳມາໃຊ້ໃນການແກະສະຫຼັກນັ້ນ, ທັງໝົດແມ່ນໄມ້ນອນຂອນຕາຍ, ເສດໄມ້ຈາກພື້ນທີ່ນ້ຳຖ້ວມ, ເສດໄມ້ທີ່ເກັບມາຈາກທົ່ງໄຮ່-ທົ່ງນາ. ໄມ້ເຫຼົ່ານີ້ ລ້ວນແຕ່ເປັນໄມ້ເສດເຫຼືອທີ່ບໍ່ມີຄຸນຄ່າໃດໆ. ແຕ່ເມື່ອຖືກນຳມາປະດິດສ້າງດ້ວຍຄວາມຄິດສ້າງສັນຂອງງານສີລະປະກອນ ມັນຈຶ່ງໄດ້ປ່ຽນເປັນຜົນງານສີລະປະອັນມີຄຸນຄ່າໃນທັນທີ.”
ແລະປະຊາຊົນທີ່ອາໄສຢູ່ໃກ້ບໍລິເວນຫໍພິພິທະພັນນີ້ ກໍຈະໄດ້ຜົນປະໂຫຍດບໍ່ໜ້ອຍກະຫຼາຍ ດັ່ງທີ່ປະຊາຊົນຜູ້ນຶ່ງກ່າວວ່າ “ກະດີທີ່ເພິ່ນມາຕັ້ງຢູ່ແຖວນີ້ ແຕ່ເຮົາກະໄດ້ກິນເຫຼັກກິນນ້ອຍໄປຊັ້ນລະ ໃຜມີເງິນລົງທຶນເປີດຮ້ານໃຫຍ່ກ່ອນ ຜູ້ນັ້ນກະໄດ້ເງິນກ່ອນ ບາງທີເພິ່ນອາດຈະມາໃຫ້ທຶນສົ່ງເສີມພັດທະນາສິນຄ້າກະມີ ຫັດທະກຳ ສິນຄ້າໂອທອບຂອງເຂດບ້ານເຮົາ ເພື່ອຂາຍໃຫ້ກັບແຂກ ແຕ່ອັນທີ່ແນ່ນອນກະຈະແມ່ນດິນແຖວນີ້ ອາດຈະຂຶ້ນລາຄາໝົດ.”
ປັດຈຸບັນ, ຫໍພິພິທະພັນສິລະປະລາວ ຫຼື Lao Art Museum ແມ່ນຍັງບໍ່ທັນເປີດໃຫ້ເຂົ້າຊົມຢ່າງເປັນທາງການເທື່ອ, ເຊິ່ງຄາດວ່າ ຈະເປີດໃຫ້ບໍລິການໃນໄວໆນີ້. ຂ່າວກ່ຽວກັບການເປີດຢ່າງເປັນທາງການຂອງຫໍພິພິທະພັນແຫ່ງນີ້ ໄດ້ສ້າງຄວາມສົນໃຈຢ່າງແຜ່ຫຼາຍໃຫ້ກັບບັນດາປະຊາຊົນ ແລະບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ຄາດວ່າ ຫໍພິພິທະພັນແຫ່ງນີ້ ຈະສ້າງລາຍຮັບເປັນຈຳນວນຫຼາຍໃຫ້ກັບປະເທດ ແລະຈະເປັນມໍລະດົກທີ່ສຳຄັນສືບຕໍ່ໄປໃຫ້ກັບຄົນລຸ້ນໃໝ່.
ຟໍຣັມສະແດງຄວາມຄິດເຫັນ