ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ການພັດທະນາການສຶກສາໃນລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ


ນັກສຶກສາຈົບການສຶກສາຈາກມະຫາວິທະຍາໄລລາວ
ນັກສຶກສາຈົບການສຶກສາຈາກມະຫາວິທະຍາໄລລາວ

ການ​ພັດທະນາ​ການ​ສຶກສາ​ໃນ​ລາວ ໄດ້​ຕົກ​ຢູ່​ໃນ​ສະພາບ​ການຖົດຖອຍ​ ທັງໃນ​ດ້ານ​ຄຸນ​ນະພາ​ບ ​ແລະ​ປະລິມານ ທັງຍັງຕ້ອງປະເຊີນກັບການຂາດແຄນຄູຢ່າງຮຸນແຮງ. ເພາະວ່າຊາວຫນຸ່ມລຸ້ນໃໝ່ ເບິ່ງຂ້າມອາຊີບຄູໄປຢ່າງສິ້ນເຊີງ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ວິກິດການທາງເສດຖະກິດ-ການເງິນ ເຮັດໃຫ້ການພັດທະນາການສຶກສາຂອງລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ ທັງໃນປະລິມານ ແລະຄຸນນະພາບ ຊຶ່ງເຫັນໄດ້ຈາກການຢຸດຮຽນໃນລະດັບວິທະຍາໄລ ແລະມະຫາວິທະຍາໄລ ໃນສົກຮຽນປີ 2024-2025 ທີ່ມີຊາວໜຸ່ມລາວ ພຽງແຕ່ 3,860 ຄົນ ທີ່ໄດ້ລົງທະບຽນຮຽນ ໃນຂະນະທີ່ມະຫາວິທະຍາໄລ ແລະວິທະຍາໄລຕ່າງໆ ໃນທົ່ວປະເທດມີຄວາມສາມາດໃນການຮອງຮັບນັກສຶກສາໃໝ່ໄດ້ ຫຼາຍກວ່າ 10,600 ຄົນ ຊຶ່ງໝາຍຄວາມວ່າ ອັດຕາການຮຽນໃນລະດັບດັງກ່າວນີ້ ຫຼຸດລົງເຖິງ 63.7% ເມື່ອທຽບໃສ່ສົກຮຽນໃນປີ 2023-2024 ທີ່ຜ່ານມາ ສ່ວນໃນດ້ານຄຸນນະພາບການສຶກສານັ້ນ ກໍຍັງປະເຊີນກັບປັດໄຈທ້າທາຍໃຫມ່ ເພາະວ່າ ບໍ່ພຽງແຕ່ປະກົດວ່າ ມີການລາອອກຂອງຄູ ຫຼາຍຂຶ້ນນັບມື້ເທົ່ານັ້ນ ແຕ່ຍັງປະກົດວ່າ ຊາວໜຸ່ມລຸ້ນໃໝ່ ສ່ວນຫຼາຍໄດ້ພາກັນມອງຂ້າມອາຊີບຄູໄປແລ້ວ ຢ່າງສິ້ນເຊີງ ດັ່ງທີ່ສະມາຊິກສະພາແຫ່ງຊາດ ໄດ້ຖະແຫຼງໃຫ້ການຢືນຢັນວ່າ “ໂຮງຮຽນສ້າງຄູມີຄົນໄປຮຽນໜ້ອຍທີ່ສຸດ ນັກຮຽນທີ່ຮຽນເກັ່ງບໍ່ໄດ້ຮຽນຄູ ຊຶ່ງຈະກະທົບຕໍ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ກໍຄືການສ້າງພະນັກງານສືບທອດ ໃນອະນາຄົດຂອງຊາດ ການຈັດສັນງົບປະມານຂອງແຂວງ ໂດຍສະເພາະແມ່ນໃນການສົ່ງເສີມການຮຽນວິຊາຊີບ ແລະການພັດທະນາແຮງງານຊຸມຊົນຍັງມີໜ້ອຍງົບປະມານເພື່ອສະຫນັບສະຫນູນການຮຽນ-ການສອນຍັງບໍ່ທັນພຽງພໍ ການສຸມທຶນເຂ້າໃນການພັດທະນາພື້ນຖານໂຄງຮ່າງຂອງການສຶກສາ ຍັງມີຈຳກັດ ແລະຍັງບໍ່ທັນທົ່ວເຖິງ.”

ທັງນີ້ໂດຍວິກິດການທາງດ້ານເສດຖະກິດໃນລາວ ຍັງສືບຕໍ່ເຮັດໃຫ້ເດັກນ້ອຍໃນເຂດຊົນນະບົດຂອງລາວ ໄດ້ພາກັນປະລະການຮຽນເພີ້ມຂຶ້ນນັບມື້ ເພາະວ່າ ພໍ່ແມ່ແລະຜູ້ປົກຄອງບໍ່ສາມາດທີ່ຈະສົ່ງເສຍໃຫ້ລູກຫລານໄປໂຮງຮຽນ ໄດ້ຕາມປົກກະຕິ ນັບຈາກທີ່ໄດ້ເກີດວິກິດການທາງເສດຖະກິດ-ການເງິນໃນລາວ ໂດຍເຮັດໃຫ້ອັດຕາການປະລະການຮຽນຊັ້ນປະຖົມ ແລະມັດທະຍົມເພີ່ມຂຶ້ນຈາກ 2.9% ແລະ 12.9% ໃນປີ 2023 ເປັນ 9.7% ແລະ 18.8% ຕາມລຳດັບໃນປະຈຸບັນນີ້ ທັງຍັງມີທ່າອ່ຽງທີ່ຈະເພີ້ມຂຶ້ນອີກ ຖ້າຫາກວ່າ ລັດຖະບານລາວ ບໍ່ສາມາດທີ່ຈະໃຫ້ການຊ່ວຍເຫຼືອໄດ້ຢ່າງພຽງພໍ ແລະທັງຍັງມີການແຕກໂຕນກັນເພີ່ມຂື້ນນັບມື້ ລະຫວ່າງເຂດຕົວເມືອງກັບຊົນນະບົດ ດັ່ງທີ່ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການແລະກິລາ ຢືນຢັນວ່າ “ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ (5 ປີ) ຄັ້ງທີ 8 ເຫັນວ່າ ການພັດທະນາຍັງມີການແຕກໂຕນກັນ ລະຫວ່າງຕົວເມືອງກັບຊົນນະບົດ ລະຫວ່າງເມືອງຕໍ່ເມືອງ ລະຫວ່າງກຸ່ມປະຊາກອນ ແລະກຸ່ມພາສາຕ່າງໆ ຜົນການຮຽນຍັງຕໍ່າໃນລະດັບປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນ ໂດຍສະເພາະແມ່ນ ພາສາລາວ ຄະນິດສາດ ແລະ ວິທະຍາສາດ ແຜນງານກັບການສະຫນອງຊັບພະຍາກອນ ເພື່ອຈັດຕັ້ງປະຕິບັດແມ່ນບໍ່ສົມຄູ່ກັນ ການຈັດສັນ ແລະການນໍາໃຊ້ຊັບພະຍາກອນ ຍັງບໍ່ທັນມີປະສິດທິພາບ.”

ສ່ວນຄູອາສາສະໝັກ ໃນແຂວງຜົ້ງສາລີ ເປີດເຜີຍວ່າ ການຊ່ວຍເຫຼືອດ້ານໂພຊະນາການ ແລະອາຫານທ່ຽງ ສໍາລັບເດັກຊັ້ນປະຖົມ ຊຶ່ງລັດຖະບານສະຫະລັດ ອາເມຣິກາ ໄດ້ໃຫ້ການຊ່ອຍເຫລືອແກ່ລາວ ນັບແຕ່ປີ 2006 ເປັນຕົ້ນມາ ໄດ້ມີບົດບາດຢ່າງສໍາຄັນ ໃນການຊ່ອຍຫລຸດຜ່ອນບັນຫາການປະລະການຮຽນຂອງເດັກນ້ອຍລາວ ໃນເຂດຊົນນະບົດ ເຖິງແມ່ນວ່າ ວິກິດການທາງເສດຖະກິດຈະໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງໜັກໜ່ວງກໍຕາມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG