ລັດຖະບານລາວ ໄດ້ກຳນົດເອາທີ່ດິນທີ່ຄິດເປັນເນື້ອທີ່ລວມ 4.5 ລ້ານເຮັກຕາ ໃນທົ່ວປະເທດ ໃຫ້ເປັນພື້ນທີ່ສຳລັບການຜະລິດດ້ານກະສິກຳ ໃນຂະນະທີ່ປະຊາຊົນລາວ628,000 ກວ່າຄອບຄົວ ຍັງບໍ່ມີທີ່ດິນທຳກິນ.
ທ່ານລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຖະແຫຼງວ່າພາຍໃຕ້ວິໄສທັດການພັດທະນາທີ່ດິນກະສິກຳແຫ່ງຊາດ ໄລຍະ 2025-2040, ລັດຖະບານໄດ້ກຳນົດເອົາທີ່ດິນ ຄິດເປັນເນື້ອທີ່ລວມ 4.5 ລ້ານເຮັກຕາໃນທົ່ວປະເທດໃຫ້ເປັນພື້ນທີ່ສຳລັບການຜະລິດດ້ານກະສິກຳ ໂດຍໃນນີ້ຈະຕ້ອງເປັນເນື້ອທີ່ດິນນາບໍ່ໜ້ອຍກວ່າ 2 ລ້ານເຮັກຕ້າຣ ສ່ວນທີ່ເຫຼືອນັ້ນ ເປັນດິນໄຮ່-ດິນສວນ ແລະ ດິນລ້ຽງສັດລວມກັນບໍ່ຕໍ່າກວ່າ 2.5 ລ້ານເຮັກຕ້າຣ ເຊິ່ງຈະມີການຈັດທຳເປັນແຜນທີ່ປະກອບຢ່າງຈະແຈ້ງໃນທຸກພື້ນທີ່ ດັ່ງທີ່ ທ່ານລິນຄຳ ໄດ້ຖະແຫຼງຢືນຢັນວ່າ
“ວິໄສທັດໃນການຄຸ້ມຄອງແລະພັດທະນາທີ່ດິນກະສິກຳຮອດປີ 2040 ຄືການຄຸ້ມຄອງ ປົກປັກຮັກສາ, ພັດທະນາ ແລະການນຳໃຊ້ດິນກະສິກຳ ຫັນເປັນທັນສະໄຫມຕາມທິດສີຂຽວແລະຢືນຢົງ ມີການສຳຫລວດ-ກຳນົດແບ່ງເຂດດິນ ແລະວາງແຜນການນຳໃຊ້ທີ່ດິນກະສິກຳ ຕາມແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ເນື້ອທີ່ດິນນາ 2 ລ້ານເຮັກຕ້າຣ ແລະ ເນື້ອທີ່ປູກພືດອາຍຸສັ້ນ 1 ລ້ານເຮັກຕ້າຣ ເນື້ອທີ່ດິນປູກໄມ້ໃຫ້ໝາກ 0.8 ລ້ານເຮັກຕ້າຣ, ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ 0.7 ລ້ານເຮັກຕ້າຣ ແລະສ້າງບັນດາແຜນທີ່ຕ່າງໆທີ່ຕິດພັນກັບທີ່ດິນກະສິກຳ.”
ສ່ວນສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າຍັງມີປະຊາຊົນຫຼາຍກວ່າ 628,000 ຄອບຄົວໃນເຂດ 610 ບ້ານໃນພື້ນທີ່ 32 ເມືອງ ທີ່ຍັງບໍ່ມີທີ່ດິນທຳກິນເປັນຂອງຕົນເອງ ຈຶ່ງໄດ້ພາກັນຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ ຊື່ງບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວເຫຼົ່ານີ້ໄດ້ເລີຍ ແຕ່ວ່າກໍ່ເປັນການຍາກທີ່ຈະຍົກຍ້າຍປະຊາຊົນເຫຼົ່ານີ້ອອກຈາກເຂດປ່າດັ່ງກ່າວ ຍ້ອນວ່າລັດຖະບານລາວບໍ່ມີງົບປະມານທີ່ຈະຈັດຫາທີ່ດິນທຳກິນແລະທີ່ຍູ່ອາໄສໃໝ່ ເພື່ອຮອງຮັບພວກເຂົາເຈົ້າ ທັ້ງບໍ່ສາມາດໃຫ້ການຊ່ວຍເຫຼືອໃນການເພີ່ມຜົນຜະລິດເພື່ອທົດແທນການນໍາເຂົ້າຈາກຕ່າງປະເທດ ລວມທັງບໍ່ສາມາດຮັບປະກັນລາຄາຂອງຜົນຜະລິດໄດ້ເລີຍ ໂດຍສະເພາະແມ່ນຜົນຜະລິດເຂົ້ານັ້ນ ດັງທີ່ສະມາຊິກສະພາແຫ່ງຊາດໄດ້ໃຫ້ການຢືນຢັນວ່າ “ການປະຕິບັດວາລະແຫ່ງຊາດໃນຂອບເຂດທົ່ວປະເທດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດໂຕນີ້ສຳຄັນຫຼາຍເພາະວ່າການຜະລິດເພື່ອທົດແທນການນໍາເຂົ້ານີ້ກໍຍັງເປັນບັນຫາທີ່ຈະຕ້ອງໄດ້ແກ້ໄຂໂດຍສະເພາະແມ່ນຄ່າຄອງຊີບ ຄັນໄທເຮົາຜະລິດບໍ່ຫຼາຍ ສົ່ງອອກຫນ້ອຍ ແນ່ນອນມັນກໍຈະຫວນກັບຄືນມາ ຕົວຢ່າງແມ່ນການຜະລິດເຂົ້າ ໂຕນີ້ນີ່ຢາກເຫັນໃຫ້ເປັນຮູບປະທຳຂຶ້ນວ່າເຂົ້າລາວນີ້ກໍຢາກໃຫ້ສົ່ງໄປຕ່າງປະເທດຫຼາຍໆ ກໍປະກົດວ່າບໍ່ທັນໄດ້ຫຼາຍເທົ່າທີ່ຄວນ ໃນເວລາດຽວກັນນັ້ນຜູ້ຜະລິດກໍສະເໜີວ່າລາຄາເຂົ້າຫັ້ນບໍ່ທັນມີຜູ້ຄ້ຳປະກັນຈຶ່ງຂໍໃຫ້ລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ຄ້ຳປະກັນ.”
ຍິ່ງໄປກວ່ານັ້ນການໃຫ້ສໍາປະທານທີ່ດິນແກ່ບໍລິສັດເອກະຊົນລາວ ແລະ ຕ່າງຊາດໃນທົ່ວປະເທດທີ່ມີທັ້ງຫມດ 2,223 ໂຄງການນັ້ນ ຍັງໄດ້ເຮັດໃຫ້ເກີດຄວາມຂັດແຍ້ງກັນຢ່າງກວ້າງຂວາງກ່ຽວກັບສິດການເປັນເຈົ້າຂອງທີ່ດິນລະຫວ່າງປະຊາຊົນລາວກັບບໍລິສັດຕ່າງປະເທດດ້ວຍ.
ໂດຍອີງຕາມລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລະບຸວ່າ ທາງການລາວ ໄດ້ໃຫ້ສໍາປະທານທີ່ດິນເພື່ອການຜະລິດດ້ານກະສິກຳໄປແລ້ວຈຳນວນເຖິງ 2,223 ໂຄງການ ມີເນື້ອທີ່ ທັງໝົດ 11 ລ້ານກວ່າເຮັກຕ້າຣ ແຕ່ວ່າມີການນຳໃຊ້ທີ່ດິນຕົວຈິງກວ່າ 600,000 ເຮັກຕ້າຣຫລື 5% ເທ່ານັ້ນ ຂອງພື້ນທີ່ສຳປະທານທັ້ງໝົດ ສ່ວນສາເຫດສຳຄັນທີ່ພາໃຫ້ເກີດຄວາມຂັດແຍ້ງກັນຢ່າງແຜ່ຫຼາຍໃນສັງຄົມລາວ ກໍຍ້ອນວ່າເຈົ້າໜ້າທີ່ຂອງລັດຖະບານໄດ້ໃຊ້ອຳນາດຫນ້າທີ່ຍາດແຍ່ວເອົາທີ່ດິນຂອງປະຊາຊົນເພື່ອໄປສົ່ງມອບໃຫ້ນັກລົງທຶນໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວ ສ່ວນປະຊາຊົນທີ່ຖືກຍາດແຍ່ວເອົາທີ່ດິນກັບໄດ້ຮັບການຊົດເຊົຍໃນອັດຕາທີ່ຕ່ຳຫຼາຍ ເມື່ອສົມທຽບກັບລາຄາທີ່ດິນທີ່ເປັນຈິງນັ້ນ.
ຟໍຣັມສະແດງຄວາມຄິດເຫັນ