ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 99 “Tie the Knot” ແປວ່າ "ແຕ່ງງານ"


English in a Minute: Tie the Knot
please wait

No media source currently available

0:00 0:01:00 0:00

English in a Minute: “Tie the Knot” ແປວ່າ "ແຕ່ງງານ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Tying a knot can sometimes be easier than untying one. But what might “tie the knot” mean when talking about people?

ການຂອດ​ເຊືອກບາງຄັ້ງມັນອາດຈະງ່າຍກວ່າການແກ້ເຊືອກອອກ. ແຕ່ “tie the knot” ຈະໝາຍເຖິງສິ່ງໃດກັນແທ້ເມື່ອເວົ້າກ່ຽວກັບຄົນ? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan, ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Jonathan: Anna, guess what?

ໂຈເນທານ: ອານນາ, ລອງເດົາເບິ່ງດຸ?

Anna: what?

ອານນາ: ແມ່ນຫຍັງ?

Jonathan: Gabe and Angelique are finally going to tie the knot this summer!

ໂຈເນທານ: ເກບ ແລະ ແອງເຈີລີກ ໃນທີ່ສຸດ ກໍຈະແຕ່ງງານກັນໃນລະດູຮ້ອນນີ້.

Anna: Good for them! It’s about time. They’ve been dating for like 12 years.

ອານນາ: ກະດີແລ້ວສຳລັບພວກເຂົາ! ມັນຮອດເວລາແລ້ວ. ພວກເຂົາເຈົ້າໄດ້ຄົບຫາກັນມາ​ໄດ້ປະ​ມານ​ວ່າ 12 ປີແລ້ວ.

Jonathan: guess they want to make sure that if they actually tied the knot, it would stay tied.

ໂຈເນທານ: ຂ້ອຍ​ຄິດ​ວ່າ ເຂົາເຈົ້າຄື​ຊິດ​ຢາກເຮັດໃຫ້ແນ່ໃຈວ່າ ຖ້າເຂົາເຈົ້າແຕ່ງງານກັນ ແທ້ໆ ແລ້ວ ມັນຍັງຈະຮັດແໜ້ນຄືເກົ່າຢູ່ ຊັ້ນ​ຕິ​ເບາະ.

Anna: good point.

ອານນາ: ແມ່ນແລ້ວ.


To “tie the knot” means to get married. The word “knot” has been used in relation to marriage since the 13th century. These days, the expression is used in a mostly informal way.

ສຳນວນທີ່ວ່າ “tie the knot” ໝາຍເຖິງການແຕ່ງງານ. ຄຳວ່າ “knot” ທີ່​ແປ​ວ່າ​ຂອດເຊືອກນັ້ນ ຖືກນຳມາໃຊ້ກ່ຽວກັບການແຕ່ງງານຕັ້ງແຕ່ສັດຕະວັດທີ 13. ໃນທຸກມື້ນີ້, ສຳນວນນີ້ສ່ວນ​ໃຫຍ່​ແລ້ວຖືກໃຊ້ໃນລັກສະນະທີ່ບໍ່ເປັນທາງການ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG