ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໘ ກັນຍາ ໒໐໒໔

ການສ້າງລາຍໄດ້ໃນເຟັສບຸກ ໂດຍອີງໃສ່ການດຳລົງຊີວິດປະຈຳວັນຕົວຈິງ


ຮຸູບພາບນີ້ແມ່ນຖ່າຍມາຈາກໜ້າເຟັສບຸກ ເພັຈ 'ສະໄພ້ຕຣູເກຍ' ຂອງ ຍານາງ ມະນີວັນ ຈັນທະດາລາ ຜູ້ທີ່ສາມາດສ້າງລາຍໄດ້ຈາກການສ້າງສັນວີດີໂອສັ້ນ ທີ່ສະທ້ອນໃຫ້ເຫັນການໃຊ້ຊີວິດປະຈຳວັນຂອງຍານາງ ໃນແຕ່ລະວັນ.
ຮຸູບພາບນີ້ແມ່ນຖ່າຍມາຈາກໜ້າເຟັສບຸກ ເພັຈ 'ສະໄພ້ຕຣູເກຍ' ຂອງ ຍານາງ ມະນີວັນ ຈັນທະດາລາ ຜູ້ທີ່ສາມາດສ້າງລາຍໄດ້ຈາກການສ້າງສັນວີດີໂອສັ້ນ ທີ່ສະທ້ອນໃຫ້ເຫັນການໃຊ້ຊີວິດປະຈຳວັນຂອງຍານາງ ໃນແຕ່ລະວັນ.

ພາຍໃຕ້ຍຸກສະໄໝທີເວທີສື່ສັງຄົມອອນລາຍ ເຂົ້າມາມີບົດບາດໃນຊີວິດຂອງຄົນ ເຮົາຫຼາຍຂຶ້ນນັບມື້, ມີຫຼາຍໆຄົນກໍສາມາດສ້າງລາຍໄດ້ຈາກການສ້າງຫົວ​ຂໍ້​ເນື້ອ​ຫາ ໃນບັນດາສື່ສັງຄົມເຫຼົ່ານີ້. ມື້ນີ້ພວກເຮົາມີບົດສຳພາດພິເສດກັບຍານາງ ມະນີວັນ ຈັນທະດາລາ, ນຶ່ງໃນເຈົ້າຂອງເພັຈ ທີ່ເປັນທີ່ນິຍົມໃນເຟັສບຸກ, ໂດຍຍານາງ ຈະມາເລົ່າປະສົບການ ແລະວິທີໃນການສ້າງລາຍໄດ້ຈາກການສ້າງເນື້ອໃນຢູ່ ເຟສບຸກ ຂອງຍານາງສູ່ພວກເຮົາຟັງ.

ຍານາງ ມະນີວັນ ຈັນທະດາລາ ຫຼື ແຫຼ້ ແມ່ນແມ່ຍິງລາວ ມາຈາກເມືອງຫິນເຫີບ ແຂວງວຽງຈັນ ທີ່ດຳລົງຊີວິດຢູ່ທີ່ເມືອງ ຄາປາກເລີ (Kapakli) ແຂວງ ເທເກຍດະ (Tekirdag) ປະເທດ ເທີກີ. ປະຈຸບັນຍານາງ ເປັນເຈົ້າຂອງເຟສບຸກ ເພັຈ ສະໄພ້ຕຣູເກຍ ທີ່ເປັນທີ່ີີີຮູ້ຈັກ ແລະ ມີຜູ້ຕິດຕາມເປັນຈຳນວນຫຼາຍກວ່າ 207,000 ຄົນ. ໂດຍຈຸດເລີ້ມຕົ້ນ ໃນການສ້າງເພັຈຂອງຍານາງ ແມ່ນມາຈາກຄວາມຕ້ອງການຢາກສ້າງລາຍໄດ້ ເພື່ອມາຊ່ວຍແບ່ງເບົາພາລະດ້ານການໃຊ້ຈ່າຍໃນຄອບຄົວ. ດັ່ງນັ້ນ, ຍານາງ ໄດ້ເລີ້ມສຶກສາຂໍ້ມູນ ກ່ຽວກັບຂັ້ນຕອນ, ລະບຽບ ແລະ ລາຍລະອຽດຕ່າງໆ ໃນແຕ່ລະເວທີສື່ສັງຄົມ, ພ້ອມກັບສຶກສາຢ່າງລະອຽດກ່ຽວກັບກຸ່ມເປົ້າໝາຍຂອງຕົນ ກໍຄືປະຊາຊົນໃນປະເທດລາວ ແລະ ໄທ. ນອກຈາກນີ້, ຍັງໄດ້ຮຽນຮູ້ເທັກນິກການຕັດຕໍ່ວີດີໂອ ແລະພາກສຽງ, ຈົນໃນທີ່ສຸດ ໃນກາງເດືອນ ມິຖຸນາ ຂອງປີ 2023, ຈຶ່ງໄດ້ສ້າງເພັຈ ສະໄພ້ຕຣູເກຍ ຂຶ້ນ, ໂດຍຍານາງ ໄດ້ເວົ້າໃຫ້ຟັງວ່າ:

ຢາກຫາເງິນທີ່ວ່າ ລອງແບບ ຊອກທາງທາງຫາເງິນວ່າ ເຮົາສິເຮັດແບບໃດ ເພື່ອທີ່ຈະຫາເງິນໄດ້ໂດຍທີ່ວ່າບໍ່ຕ້ອງອອກຈາກບ້ານຫັ້ນນະ, ນ້ອງກໍເລີຍ ກໍເລີຍ ໄປສຶກສາຂໍ້ມູນ, ຂະເຈົ້າກະບອກ, ກະເຈົ້າກະແບບວ່າໃຫ້ຄຳເຫັນມາຫຼາຍໆອັນ ວ່າເອີ ເຮົາສາມາດຂຽນບົດຄວາມບໍ່ຈັ່ງຊີ້, ສາມາດຂຽນບົດຄວາມໄດ້ ຫຼື ສອນ ອອນລາຍໄດ້ ຫຼື ວ່າເຮົາສາມາດເປັນຄອນເທັນຄຣີເອເຕີໄດ້, ນ້ອງກໍເລີຍແບບວ່າ ໂອເຄ ເປັນຄອນເທັນຄຣີເອເຕີນີ້ແຫຼະ.

ຍານາງ ມະນີວັນ ເຈົ້າຂອງເຟັສບຸກ ເພັຈ "ສະໄພ້ຕຣູເກຍ" ໃນມື້ແຕ່ງງານ.
ຍານາງ ມະນີວັນ ເຈົ້າຂອງເຟັສບຸກ ເພັຈ "ສະໄພ້ຕຣູເກຍ" ໃນມື້ແຕ່ງງານ.

ອີງຕາມຂໍ້ມູນຈາກ ເວັບໄຊ mirrorreview.com, ເຟັສບຸກ ຈະຈ່າຍ 0.01 ຫາ 0.02 ໂດລາ ຕໍ່ການເຂົ້າເບິ່ງວີດີໂອຕໍ່ເທື່ອໃຫ້ກັບຜູ້ສ້າງວີດີໂອນັ້ນ, ເຊິ່ງອັດຕາ ດັ່ງກ່າວ ແມ່ນສາມາດປ່ຽນແປງໄດ້ ອີງຕາມປັດໃຈທີ່ກ່ຽວຂ້ອງອື່ນໆ, ເຊິ່ງທ່ານ ສາມາດຫາລາຍໄດ້ຈາກເຟັສບຸກ ເມື່ອທ່ານມີຈຳນວນການເຂົ້າຊົມເກີນກວ່າ 1,000 ເທື່ອ. ສ່ວນ ການສ້າງລາຍໄດ້ຈາກເຟັສບຸກໃນຮູບ ຣຽລ ແມ່ນອາດສາ ມາດສ້າງລາຍໄດ້ສູງເຖິງ 35,000 ໂດລາ ຕໍ່ເດືອນ ໂດຍມາດຕະຖານຂອງຣຽລ ແມ່ນວີດີໂອດັ່ງກ່າວຕ້ອງຖືກເບິ່ງຄວາມຍາວຮ່ວມກັນ ເກືອບ 600,000 ນາທີ ພາຍໃນ 60 ມື້ ຫຼືຕໍ່າກວ່າ. ໃນຂະນະທີ່ ການໂຄສະນາແບບວີດີໂອທີ່ປະກົດຂຶ້ນ ມາກ່ອນວີດີໂອຫຼັກ ເຊິ່ງແມ່ນຮູບແບບຂອງການໂຄສະນາສັ້ນ ແມ່ນລາຍໄດ້ຈະ ຕ້ອງໄດ້ຖືກແບ່ງໃຫ້ກັບ ເຟັສບຸກ 45 ເປີເຊັນ ແລະ 55 ເປີເຊັນແມ່ນເປັນຂອງຜູ້ ສ້າງວີດີໂອ ຫຼື ຜູ້ສ້າງເນື້ອໃນ.

ແນວໃດກໍຕາມ, ການເລີີ້ມຕົ້ນເຮັດສິ່ງໃດນຶ່ງໃຫ້ປະສົບຜົນສຳເລັດບໍ່ແມ່ນເລື້ອງ ງ່າຍ, ນອກຈາກຈະຕ້ອງມີການສຶກສາຄວາມເປັນໄປໄດ້ຢ່າງຄັກແນ່ແລ້ວ, ມັນຮຽກຮ້ອງໃຫ້ເຮົາຕ້ອງມີຄວາມອົດທົນ, ມີຄວາມມຸ້ງໝັ້ນ ແລະ ສືບຕໍ່ປັບປຸງໂຕ ເອງຢູ່ສະເໜີ, ເຊິ່ງຍານາງ ມະນີວັນ ໄດ້ເວົ້າໃຫ້ຟັງວ່າ:

ຫຼັງຈາກທີ່ເຮັດຄລິບທຳອິດມາແລ້ວ ເຖິມແມ່ນວ່າມັນຈະໄດ້ພຽງແຕ່ 10 ວີວ ກະຢ່າຫັ້ນນະ ເຮົາກໍບໍ່ຢຸດ, ຄືເຮົາເຮັດຕໍ່. ມື້ຕໍ່ມາເຮົາເຮັດແນວກິນ ເຮົາກະຖ່າຍ, ເຮົາເຮັດຫຍັງເຮົາກະຖ່າຍ. ນ້ອງເຮັດຄລິບທີ່ວ່ານ້ອງບໍ່ກົດດັນຕົນເອງ. ເຮົາເຮັດ ຄລິບຊີິວິດປະຈຳວັນເຮົາ. ເຮົາມີຫຍັງເຮົາກະຖ່າຍຈັ່ງຊີ້ນະ. ນ້ອງກະໂພສ ເຖິງວ່າບໍ່ມີໃຜເບິ່ງກະຢ່າ ເຮົາໂພສລົງໄປກ່ອນ ແລ້ວບາດນີ້ ເຟັສບຸກ ລະບົບ ຂອງມັນຈະເປັນແບບ ເວລາເຮົາ ເຮັດປະຈຳຫັ້ນນະ ມັນຈະສົ່ງຄລິບໃຫ້ ມັນຈະ ເລີ້ມເຮັດໃຫ້ຜູ້ນີ້ເບິ່ງ ເຟັສບຸກຈະເລີ້ມເຮັດໃຫ້້ຄົນອື່ນເຫັນອີກ ເຫັນອີກລະບາດນີ້. ແຕ່ລະຄົນຈະເລີ້ມມັກໆ, ເຂົາກໍຈະເລີ້ມມາລະບາດນີ້ ກົດເບິ່ງເພັຈ ເບິ່ງຄລິບ ເລີ້ມກົດໄລ ກົດຕິດຕາມ ກົດແບບນີ້ໄປ ແລ້ວມັນກໍຈະຄ່ອຍໆໄປເອງ ແບບນີ້ນະ.

ຍານາງ ມະນີວັນ ຈັນທະດາລາ ແລະ ຄອບຄົວ.
ຍານາງ ມະນີວັນ ຈັນທະດາລາ ແລະ ຄອບຄົວ.

ຫຼັງຈາກສ້າງເພັຈມາໄດ້ພຽງແຕ່ນຶ່ງເດືອນ, ຍານາງ ກໍສາມາດສ້າງລາຍໄດ້ຈາກ ເພັຈຂອງຕົນໄດ້ ເຖິງແມ່ນວ່າອາດຈະບໍ່ແມ່ນຈຳນວນເງິນທີ່ຫຼວງຫຼາຍ ແຕ່ກໍແມ່ນ ຄວາມພາກພູມໃຈ ເພາະມາຈາກເຮື່ອແຮງຂອງຕົນ, ໂດຍຍານາງ ໄດ້ເລົ່າໃຫ້ຟັງວ່າ:

ເດືອນດຽວ, ພຽງແຕ່ເດືອນດຽວ ໂພສຄລິບ ແບບວ່າ ສະໝໍ່າສະເໝີ ຄືວ່າເຮົາບໍ່ ຍອມແພ້ຫັ້ນນະ, ລົງທຸກມື້ທຸກມື້. ເຮົາກະບອກພໍ່ແມ່ເຮົາແຊໃຫ້ແນ່ ຈັ້ງຊີ້, ເຮົາກະເອົາເພັຈສ່ວນຕົວເຮົາແຊເອງແນ່ຈັ່ງຊີ້ ແລ້ວຟ້າກໍຊ່ວຍເຊຈັ່ງຊີ້ ແຕ່ວ່າ ເຮົາລົງທຸກມື້ທຸກມື້, ພຽງແຕ່ເດືອນດຽວ, ຈັກຄົນມາຕິດຕາມແຕ່ທາງໃດ, ມາກົດ ໄລຄ໌, ມາຕິດຕາມ ແລະກໍມາຄອມເມັ້ນ ມາລົມນັ້ນມາລົມນີ້, ພຽງແຕ່ເດືອນດຽວ, ນ້ອງສ້າງລາຍໄດ້ໄດ້ເລີຍ.

ຍານາງ ມະນີວັນ ຈັນທະດາລາ ຫຼື ແຫຼ້ ເຈົ້າຂອງເຟັສບຸກ ເພັຈ "ສະໄພ້ຕຣູເກຍ"
ຍານາງ ມະນີວັນ ຈັນທະດາລາ ຫຼື ແຫຼ້ ເຈົ້າຂອງເຟັສບຸກ ເພັຈ "ສະໄພ້ຕຣູເກຍ"

ຍານາງ ຍັງໄດ້ເວົ້າໃຫ້ຟັງຕື່ມອີກວ່າລາຍໄດ້ຂອງການສ້າງຄລິບນັ້ນແມ່ນຂຶ້ນ ກັບຈຳນວນການເຂົ້າເບິ່ງ ເຊິ່ງລາຍໄດ້ໃນແຕ່ລະເດືອນອາດຈະບໍ່ຄົງທີ່ ໂດຍ ນຶ່ງລ້ານວີວ ຈະໄດ້ເງິນປະມານ ນຶ່ງຮ້ອຍປາຍໂດລາ, ຫົກແສນວີວ ໄດ້ປະມານ ສີ່ສິບສາມໂດລາ, ສ່ວນນຶ່ງແສນວີວ ຈະໄດ້ປະມານສິບປາຍໂດລາ, ໂດຍຍາງ ນາງ ໄດ້ເວົ້າໃຫ້ຟັງວ່າ:

ເຂົາໄລ່ລວມ, ຄືສົມມຸດວ່າ ນຶ່ງແສນສອງແສນວີວນີ້ ໄດ້ ສິບປາຍໂດລາ ເຮົາສະ ສົມໄປ, ຄືພາຍໃນເດືອນ ເຮົາລົງຄລິບ ແລ້ວເຮົາສະສົມໄປ ແລ້ວຄລິບເກົ່າໆ ທີ່ເຮົາເຮັດຜ່ານມາ ມັນກໍບໍ່ໄດ້ເປັນຄລິບຕາຍຫັ້ນນະ, ມີຄົນເຂົ້າມາເບິ່ງມັນກະໄລ ເງິນໃຫ້ນຳ, ສົມທົບໃສ່ກັບໂຕໃໝ່ ມັນກໍຈະລວມເປັນເງິນຂອງເດືອນນັ້ນ.

ໃນຕອນທ້າຍ ຍານາງ ມະນີວັນ ໄດ້ຖອດຖອນບົດຮຽນໃຫ້ຟັງວ່າ ໃນການເລີ້ມ ຕົ້ນສ້າງເພັຈເພື່ອຫາລາຍໄດ້ນັ້ນ, ບໍ່ແມ່ນເລື້ອງງ່າຍ ແຕ່ກໍບໍ່ແມ່ນເລື້ອງຍາກຖ້າ ມີຄວາມພະຍາຍາມ ແລະ ຕັ້ງໃຈ. ພ້ອມນັ້ນ, ກໍຕ້ອງໃຫ້ແນ່ໃຈວ່າເປັນຮູບແບບ ວີດີໂອ ຫຼື ຄລິບທີ່ຕົນມັກ ແລະເປັນໂຕຕົນຂອງຕົນເອງໃຫ້ຫຼາຍທີ່ສຸດ ເພາະຈະ ເຮັດໃຫ້ຕົນເອງສາມາດສ້າງສັນວີດີໂອຢ່າງເຕັມຄວາມສາມາດ ແລະບໍ່ຮູ້ອິດຮູ້ ເມື່ອຍ. ຄຽງຄູ່ກັນນັ້ນ, ການປະຕິບັດຕາມກົດລະບຽບຂອງເພັຈ ຢ່າງເຄັ່ງຄັດ ເພື່ອຫຼີກລ້ຽງການຖືກປິດກັ້ນກໍເປັນສິ່ງທີ່ສຳຄັນ, ແລະ ອີກປະການນຶ່ງ ກໍແມ່ນ ການຮຽນຮູ້ເທັກນິກໃນການສ້າງວີດີໂອ ເຊັ່ນການຕັດຕໍ່ວີດີໂອ, ການພາກສຽງ ເພື່ອຍົກລະດັບຄຸນນະພາບຂອງວີດີໂອຂອງຕົນໃຫ້ດີຂຶ້ນເລື້ອຍໆ. ທັງໝົດນີ້ ແມ່ນສິ່ງທີ່ຍານາງ ນຳໃຊ້ ໃນການບໍລິຫານ ແລະ ສ້າງສັນເພັຈຂອງຍານາງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG