ໃນຊ່ວງຊີວິດຂອງຄົນໆນຶ່ງ, ຍ່ອມພົບກັບການປ່ຽນແປງໄດ້ຕະຫຼອດເວລາ, ບໍ່ວ່າຈະເປັນຊີວິດສ່ວນຕົວ ຫຼື ວຽກງານ ໂດຍສະເພາະແມ່ນ ເມື່ອທ່ານຕ້ອງໄດ້ຍົກຍ້າຍຖິ່ນຖານຈາກບ່ອນທີ່ທ່ານ ຄຸ້ນເຄີຍ ແລະມີພື້ນຖານທີ່ໝັ້ນຄົງ ມາປະເຊີນກັບໂລກກວ້າງ. ມື້ນີ້ພວກເຮົາມີບົດສຳພາດພິເສດ ກັບອະດີດທ່ານໝໍວາງຢາສະຫຼົບ ຈາກເມືອງລາວ ທີ່ໃນປັດຈຸບັນນີ້ ປະກອບອາຊີບເປັນແພດເດີນທາງ ຫຼື travelling nurse ຢູ່ໃນສະຫະລັດ, ເຊິ່ງເພີ່ນຈະມາເລົ່າປະສົບການ ການສືບຕໍ່ອາຊີບໃນຂະແໜງສາທາລະນະສຸກຂອງເພິ່ນ ສູ່ພວກເຮົາຟັງ.
ຍານາງວີແກ້ວ ອະດີດທ່ານໝໍວາງຢາສະຫຼົບ ທີ່ມີປະສົບການເຮັດວຽກຢູ່ໂຮງໝໍມະໂຫສົດ ມາຫຼາຍປີ ແມ່ນຄົນລາວອີກຄົນນຶ່ງ ທີ່ພົບກັບການປ່ຽນແປງຄັ້ງໃຫຍ່ໃນຊີວິດ ເມື່ອຍານາງ ໄດ້ຕັດສິນໃຈ ພາລູກນ້ອຍ 2 ຄົນ ຍ້າຍມາເລີ້ມຕົ້ນຊີວິດໃໝ່ຢູ່ໃນສະຫະລັດ ໃນຊຸມປີ 1990 ແລະ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ອາຊີບທີ່ຕົນເອງຮັກ ຢູ່ໃນຂະແໜງສາທາລະນະສຸກ. ແຕ່ດ້ວຍເງື່ອນໄຂໃນເວລານັ້ນ ບໍ່ອໍານວຍຄວາມສະດວກເປັນໝໍວາງຢາສະຫຼົບ ຢູ່ໃນສະຫະລັດໄດ້, ຍານາງ ວີແກ້ວ ຈຶ່ງໄດ້ຕັດສິນໃຈຮຽນຫຼັກສູກເລັ່ງລັດເພື່ອເປັນພະຍາບານແທນ, ໂດຍມາຮອດປະຈຸບັນນີ້ ຍານາງ ໄດ້ເຮັດວຽກເປັນພະຍາບານມາໄດ້ຊາວກວ່າປີ ແລ້ວ ແລະ ໄດ້ຍ້າຍໄປເຮັດວຽກໃຫ້ໂຮງໝໍຕ່າງໆ ໃນທົ່ວສະຫະລັດ ເປັນໄລຍະໆ ຕາມສັນຍາ, ເຊິ່ງຍານາງ ໄດ້ເລົ່າ ໃຫ້ຟັງວ່າ:
“ຍ້າຍມາອາເມຣິກາຫັ້ນ ກະໄປຊອກຖາມວ່າ ເອົ໋າ ຄັນຂ້ອຍຢາກໄປເປັນໝໍດົມຢາຫັ້ນສິເຮັດແນວໃດເນາະ ຖາມດ໋ອກເຕີ້ທັງຫຼາຍທີ່ເຮົາໄດ້ພົບ, ເຂົາເຈົ້າກະເລີຍວ່າ ເອົ໋າ, ຕ້ອງໄດ້ໄປເສັງເອົາລາຍເຊັນສ໌ໝໍ ຄືກັນກັບນັກຮຽນຢູ່ນີ້ ເຂົາເຈົ້າຮຽນຈົບໝໍ ແລ້ວເຂົາເຈົ້າໄປເສັງເອົາລາຍເຊັນສ໌ ເຮັດອິນເທີນເນາະ ເປັນໝໍດົມຢາຫັ້ນນະ ອີກ 5 ປີ. ແລ້ວກໍຈຶ່ງໄປເສັງເອົາລາຍເຊັນສ໌ ໝໍດົມຢາ, ຈຶ່ງຈະໄດ້ເປັນໝໍດົມຢາ. ເອົ໋າ, ແລ້ວໂຕເອງກະເລີຍມາຄິດວ່າ ໂຕເອງກະມີລູກ 2 ຄົນ ແລ້ວສິຢູ່ສິກິນແນວໃດລະບາດນິ ນະ. ແລ້ວກະເລີຍໄປຫາມະຫາວິທະຍາໄລ, ຄັນຂ້ອຍຢາກໄປເປັນພະຍາບານ ສິໄດ້ບໍ? ເພາະວ່າ ຂ້ອຍເປັນໝໍມາແຕ່ປະເທດອື່ນ ແລ້ວຂະເຈົ້າຖາມວ່າ ແລ້ວເຈົ້າມີ transcripts ບໍ, ຂ້ອຍກະເລີຍວ່າ ເອີ, ກະມີ transcripts. ແລ້ວເຂົາເຈົ້າກະບອກວ່າ ໃຫ້ເອົາ transcripts ນີ້ສົ່ງໄປໃຫ້ບໍລິສັດ ທຽບກັບລະບົບອາເມຣິກາ.”
ຢູ່ໃນສະຫະລັດ ກໍຄືຫຼາຍໆປະເທດໃນທົ່ວໂລກ, ຖ້າທ່ານຮຽນຈົບຈາກນອກປະເທດ, ແຕ່ຕ້ອງການສະໝັກຮຽນຕໍ່ໃນປະເທດດັ່ງກ່າວ, ທ່ານຕ້ອງໄດ້ເອົາໃບ transcripts ຂອງການສຶກສາທ່ານ ໄປໃຫ້ຫົວໜ່ວຍບໍລິການປະເມີນຂໍ້ມູນ ຫຼື credential evaluation service ທຽບລະດັບການສຶກສາໃຫ້. ທັງນີ້ເພື່ອໃຫ້ແນ່ໃຈວ່າ ທ່ານມີຄຸນນະວຸດທິ ທຽບເທົ່າມາດຕະຖານ ແລະ ເງື່ອນໄຂທີ່ທາງໂຮງຮຽນກຳນົດໄວ້, ເຊິ່ງແຕ່ລະສະຖາບັນ ອາດມີເງືອນໄຂ ແລະ ມາດຕະຖານຫຼາຍຫຼືໜ້ອຍແຕກຕ່າງກັນໄປ. ຫຼັງຈາກນັ້ນ ທາງໂຮງຮຽນກໍຈະພິຈາລະນາ ແລະຈັດທ່ານເຂົ້າຮຽນຕາມຄວາມເໝາະສົມ. ໂດຍໃນກໍລະນີຂອງຍານາງ ວີແກ້ວ ນອກຈາກ ຍານາງຈະຕ້ອງໄດ້ເອົາໃບ transcripts ໄປປະເມີນແລ້ວ, ຍັງຕ້ອງໄດ້ເສັງທຽບຕາມວິຊາທີ່ໄດ້ລະບຸໄວ້ໃນໃບ transcripts ແລະ ເຂົ້າຮຽນໃຫ້ຄົບຕາມວິຊາ ທີ່ໄດ້ກຳນົດໄວ້ ໃນຫຼັກສູດຂອງທາງມະຫາວິທະຍາໄລ ທີ່ຍານາງ ສະໝັກຮຽນນຳອີກດ້ວຍ. ເຊິ່ງຜ່ານການພິຈາລະນາດ້ານຄຸນນະວຸດທິ ແລະ ຜົນການສອບເສັງ ທາງມະຫາວິທະຍາໄລ ໄດ້ຈັດຍານາງ ເຂົ້າຮຽນໃນຫຼັກສູດແບບເລັ່ງລັດ 11 ເດືອນ ຫຼື ຫຼັກສູດ accelerator ທີ່ປະກອບດ້ວຍ 2 ພາກວິຊາຫຼັກທີ່ຕ້ອງໄດ້ຮຽນ ຄື ທາງທິດສະດີ mandatory nursing class ແລະ clinical nursing class ທີ່ເປັນການລົງໄປຝຶກງານ ແລະເຮັດວຽກຢູ່ແຕ່ລະພະແນກຂອງໂຮງໝໍ. ເຊິ່ງພາຍຫຼັງຮຽນຈົບຕາມຫຼັກສູດແລ້ວ ກໍຕ້ອງໄດ້ໄປເສັງເອົາ license ໃນການປະກອບອາຊີບ ກ່ອນຈະໄດ້ເຂົ້າໄປເຮັດວຽກຢູ່ໃນຂະແໜງດັ່ງກ່າວ, ເຊິ່ງຍານາງ ວີແກ້ວ ໄດ້ເວົ້າໃຫ້ຟັງວ່າ:
“ພວກເຈົ້າຕ້ອງເສັງ class mandatory nursing class ແລະກະໄປ clinical ຈຶ່ງໄດ້ຜ່ານ clinical ກະ honor nursing class ລະບາດນີ້ ຈົບເນາະ ຈົບຈາກມະຫາໄລໂຕນີ້ປຶບ ມະຫາໄລ ວ່າ ເຈົ້າຈົບ ລະໄດ້ເຄຣດິດຈາກມະຫາໄລແລ້ວ ຈຶ່ງໄປອັນນາ ອັບພລາຍເສັງເອົາ nursing license ຂອງ State board of Florida ຂ້ອຍຢູ່ຟລໍຣີດາ ເດ ເອີ ແລ້ວກະເສັງ ເສັງນຳກັນໝົດຫັ້ນແຫຼະກັບນັກຮຽນຈົບ nursing school ຈາກຟລໍຣີດາຫັ້ນ.”
ອາຊີບແພດໝໍ ຢູ່ສະຫະລັດ ອາດຈະເປັນວິຊາຊີບນຶ່ງ ທີ່ສ້າງລາຍຮັບທີ່ຂ້ອນຂ້າງດີ ໄປຫາຫຼາຍ ຕາມແຕ່ລະສາຂາ ແລະ ໜ້າວຽກ. ແຕ່ວຽກງານນີ້, ໂດຍສະເພາະແມ່ນວຽກທີ່ຕ້ອງໄດ້ມີການພົວພັນໃກ້ຊິດກັບຄົນເຈັບ ແລະຄອບຄົວຄົນເຈັບຫຼາຍ ເຊັ່ນພະຍາບານຫ້ອງສຸກເສີນ ຫຼື ER ແມ່ນເປັນວຽກງານທີ່ມີຄວາມກົດດັນ ແລະ ຕ້ອງໃຊ້ຄວາມອົດທົນສູງ. ດັ່ງນັ້ນ, ຖ້າບໍ່ມີຈິດໃຈຮັກ ມັກ ຫຼື ຢາກຊ່ວຍເຫຼືອຄົນເຈັບແທ້ໆແລ້ວ ກໍອາດຈະເປັນສາເຫດໃຫ້ຕົນເອງ ບໍ່ມີສຸກ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບທາງດ້ານຈິດໃຈ ກໍຄືຮ່າງກາຍ ໂດຍຫຼີກລ້ຽງບໍ່ໄດ້. ເພາະສະນັ້ນ, ເພື່ອຮັບປະກັນທັງສຸຂະພາບຂອງຄົນເຈັບ ແລະ ພະຍາບານເອງ, ຕ້ອງໃຫ້ແນ່ໃຈວ່າ ຕົນມັກ ຮັກວຽກນີ້ ແລະ ພ້ອມທີ່ຈະຊ່ວຍຄົນເຈັບຕາມເງື່ອນໄຂທີ່ຕົນເຮັດໄດ້, ດັ່ງທີ່ ຍານາງ ວີແກ້ວ ໄດ້ຝາກຄຳຄິດເຫັນໄວ້ວ່າ:
“ກ່ອນເຈົ້າຈະເຮັດວຽກພະຍາຍບານ ເຈົ້າກໍຕ້ອງຮູ້ວ່າ ເຈົ້າມັກເຮັດວຽກກັບຄົນເຈັບບໍ ເພາະວ່າຄົນເຈັບນີ້ນະ ເຂົາເຈົ້າບໍ່ສະບາຍເນາະ ແລະເຂົາເຈົ້າກໍຫງຸດຫງິດ ແລ້ວບາດນີ້ ຄັນເຈົ້າບໍ່ມີຄວາມອົດທົນແນ່ ແມ່ນຫຍັງແນ່ ເຈົ້າກະເຮັດບໍ່ໄດ້ໄດ໋. ຄັນເຈົ້າບໍ່ມີຄວາມ ອັນນາ ຈິດໃຈທີ່ວ່າຢາກຊ່ວຍຄົນ ກະເຮັດຍາກໃດ ເພາະວ່າມັນເມື່ອຍເນາະ, ມັນເມື່ອຍ ລະບາດນີ້ ຄົນເຈັບກະຈົ່ມແມ່ນຫຍັງຊິນະ ເຈົ້າກະສິທົນບໍ່ໄດ້ນະ ໝົດມື້ໝົດເວັນ. ຄັນເຮົາບໍ່ມີຄວາມອົດທົນ ແລະ ບໍ່ມີຄວາມຈິງໃຈ ວ່າຢາກຊ່ວຍເຂົາເຈົ້າ, ເຂົາເຈົ້າກໍ່ຮູ້ສຶກໄດ໋ ຄົນເຈັບ ລະເຂົາເຈົ້າກະສິບໍ່ມັກເຮົາ. ບໍ່ດີໃຈເດ ມາເຮັດວຽກ ເຮົາກະບໍ່ດີໃຈ ເຮົາບໍ່ມັກວຽກເດເນາະ.”
ການລົງມືເຮັດຕາມຄວາມຝັນ ເພື່ອໃຫ້ໄດ້ເຮັດວຽກທີ່ຕົນມັກ ບໍ່ແມ່ນເລື້ອງງ່າຍ ແຕ່ກໍບໍ່ແມ່ນເລື້ອງທີ່ຍາກເກີນໄປ ຖ້າເຮົາມີຄວາມຕັ້ງໃຈ, ມີຄວາມອົດທົນ, ມີຈຸດມຸ້ງໝາຍທີ່ຈະແຈ້ງ ແລະມີຄວາມຮັບຜິດຊອບຕໍ່ຄວາມມຸ້ງຫວັງຂອງຕົນເອງ ແລະ ລົງມີເຮັດມັນ.
ຟໍຣັມສະແດງຄວາມຄິດເຫັນ