ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ, ແມ່ຍິງອາເມຣິກັນເຊື້ອສາຍລາວ ຜູ້ທີ່ມີຄວາມຮັກມັກດ້ານເທັກໂນໂລຈີ ແລະ ການຊ່ວຍເຫຼືອສັງຄົມ


ຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ຜູ້ທີ່ມີຄວາມຮັກມັກດ້ານເທັກໂນໂລຈີ ແລະ ການຊ່ວຍເຫຼືອສັງຄົມ
ຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ຜູ້ທີ່ມີຄວາມຮັກມັກດ້ານເທັກໂນໂລຈີ ແລະ ການຊ່ວຍເຫຼືອສັງຄົມ

ການແບ່ງປັນ ແລະໃຫ້ການສະໜັບສະໜູນຄົນອື່ນ ບໍ່ໄດ້ສະແດງອອກເຖິງຄວາມອຸດົມຮັ່ງມີ ຫຼືອຸດົມສົມບູນທາງດ້ານວັນຖຸ ສະເໝີໄປ ເພາະຄົນເຮົາສາມາດແບ່ງປັນ ແລະສະໜັບສະໜູນຊ່ວຍເຫຼືອຄົນອື່ນໄດ້ໃນຫຼາຍຮູບແບບ ເຊັ່ນດ້ານແຮງງານ ແລະຄວາມຮູ້. ສຳລັບລາຍງານພິເສດຂອງພວກເຮົາໃນມື້ນີ້, ພວກເຮົາມີໂອກາດໄດ້ໂອລົມກັບຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ຊາວອາເມຣິກັນເຊື້ອສາຍລາວ ຜູ້ທີ່ປະສົບຜົນສຳເລັດໃນໜ້າທີ່ການງານ ຈາກການເຫັນເຖິງຄວາມສຳຄັນຂອງການສຶກສາ, ແຕ່ກໍຍັງບໍ່ລືມທີ່ຈະປະກອບສ່ວນສະໜັບສະໜູນ ແລະຊ່ວຍເຫຼືອຊຸມຊົນຂອງຕົນໃນຮູບແບບທີ່ຕົນເຮັດໄດ້. ເຊິ່ງອາດນະສັກ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຍານາງ ຫຼ້າຊ້ອຍ ຫຼື ເຄທີ ແມ່ນນຶ່ງໃນຊາວລາວກຸ່ມທຳອິດໆ ທີ່ອົບພະຍົບເຂົ້າມາອາໃສຢູ່ໃນສະຫະລັດ. ໂດຍໄດ້ຮັບການສະໜັບສະໜຸນ ແລະເບິ່ງແຍງຈາກ ເອື້ອຍກົກ ຜູ້ທີເຮັດໜ້າທີ່ເປັນທັງເອື້ອຍ ແລະພໍ່ແມ່ ທີ່ເຫັນເຖິງຄວາມສຳຄັນຂອງການສຶກສາ ຈຶ່ງໄດ້ພະຍາຍາມສົ່ງເສີມໃຫ້ໄດ້ຮັບການສຶກສາທີ່ສູງທີ່ສຸດ ເທົ່າທີ່ເພີ່ນເຮັດໄດ້ ໃນເວລານັ້ນ. ເຊິ່ງພາຍຫຼັງຮຽນຈົບວິທະຍາໄລ ຫຼື Junior college ສາຂາ ວິທະຍາສາດດ້ານຄອມພິວເຕີ ຫຼື computer science ໄດ້ແລ້ວ, ຍານາງໄດ້ເຮັດວຽກໃຫ້ບໍລິສັດ ໄມໂຄຣຊອບ ແລະໄດ້ກາຍເປັນນຶ່ງໃນບັນດາຜູ້ຈັດການດ້ານການພັດທະນາຊອບແວທີ່ເປັນແມ່ຍິງ ພຽງບໍ່ເທົ່າໃດຄົນ ຢູ່ໃນບໍລິສັດດັ່ງກ່າວ ໃນເວລານັ້ນ ໂດຍຮັບຜິດຊອບ ພັດທະນາ ຊອບແວ ລະບົບການຈື່ຈຳສຽງເວົ້າ ແລະລາຍມື ຫຼື handwriting and speech recognition ສຳລັບອຸປະກອນຊ່ວຍບັນທຶກຂະໜາດນ້ອຍ ເຊັ່ນ Palm Pilot, ແລະໂຄງການອື່ນໆເຊັ່ນ: Windows NT, Office ແລະ Window XP.

ໃນປະຈຸບັນນີ້, ເຖິງແມ່ນວ່າ ຍານາງ ຈະບໍ່ເຮັດວຽກປະຈຳແລ້ວກໍຕາມ, ແຕ່ກໍໄດ້ປະກອບສ່ວນໃນການຊ່ວຍເຫຼືອຊຸມຊົນຂອງຕົນ ຢູ່ໃນລັດ ເທັກຊັສ ໂດຍຍານາງ ໄດ້ເລົ່າສູ່ຟັງວ່າ:

ຫຼັງຈາກອອກຈາກໄມໂຄຣຊອບແລ້ວ, ຂ້ອຍກໍໃຊ້ເວລາລ້ຽງລູກ ພໍພວກເຂົາໃຫຍ່ແລ້ວ ຂ້ອຍກໍຢາກຈະມອບຫຍັງກັບຄືນໃຫ້ສັງຄົມ ໂດຍສະເພາະແມ່ນສັງຄົມທີ່ມີຄວາມສ່ຽງ ເຊັ່ນມີລາຍຮັບຕໍ່າ ໂດຍສະເພາະກະແມ່ນໂຕນັກຮຽນ ແລະ ຄອບຄົວ. ດັ່ງນັ້ນ, ຂ້ອຍ ຈຶ່ງໄດ້ຕັ້ງມູນນິທິທີ່ບໍ່ຫວັງຜົນກຳໄລຂອງຂ້ອຍເອງ ທີ່ມີຊື່ວ່າ “community 75” ແລະນັ້ນ ກໍເພື່ອເປັນການລະນຶກເຖິງພະເຈົ້າ ແລະ ແມ່ຂອງພວກຂ້ອຍ ແລະ ຄອບຄົວ. ເຊິ່ງຂ້ອຍຄິດວ່າ ພວກເຂົາເຈົ້າໄດ້ເສຍສະຫຼະຢ່າງຫຼວງຫຼາຍ, ພວກເຂົາບໍ່ໄດ້ມາອາເມຣິກາ. ແຕ່ຂ້ອຍຄິດວ່າ ພວກເຂົາຕ້ອງການຢາກໃຫ້ພວກເຮົາມາອາເມຣິກາ ເພື່ອຊອກຫາ ແລະ ຊ່ວຍເຮັດໃຫ້ສັງຄົມດີຂຶ້ນ ແລະ ຊ່ວຍບັນດາຜູ້ທີ່ຕ້ອງການການຊ່ວຍເຫຼືອເພື່ອໃຫ້ມີຊີວິດຢູ່ລອດ ເພື່ອໃຫ້ມໍລະດົກຂອງພວກເຂົາຍັງຄົງຢູ່ຕໍ່ໄປ ແລະ ຫົວໃຈຂອງຂ້ອຍແມ່ນຢູ່ກັບຊຸມຊົນທີ່ດ້ອຍໂອກາດ. ເພາະສະນັ້ນ, ຂ້ອຍ ຈຶ່ງໄດ້ເຂົ້າເປັນຄະນະກຳມະການບໍລິຫານຂອງ ມູນນິທິທີ່ບໍ່ຫວັງຜົນກຳໄລ foundation for C.H.O.I.C.E. ເຊິ່ງພວກເຮົາຊ່ວຍ ບັນດານັກສຶກສາທີ່ມາຈາກຄອບຄົວທີ່ມີລາຍຮັບຕໍ່າ ແລະ ມີຄວາມສ່ຽງ ໃຫ້ຮຽນຈົບຊັ້ນມັດທະຍົມປາຍ ຜ່ານໂຄງການຜູ້ໃຫ້ຄຳແນະນຳ ແລະ ຮຽນຈົນຮອດວິທະຍາໄລ.”

ນັກກິລາບານບ້ວງຂອງທີມ Dallas Mavericks, ທ່ານ ໂຣແລນໂດ ແບລັກແມນ, ມາເປັນຜູ້ບັນຍາຍຮັບເຊີນ ຢູ່ທີ່ງານ Senior and Career Direction Fair ເຊິ່ງຈັດໂດຍ Foundation for C.H.O.I.C.E ຢູ່ທີ່ Bill Priest Center, ເມືອງ Dallas, ລັດເທັກຊັສ ໃນວັນທີ 10 ພຶດສະພາ 2024.
ນັກກິລາບານບ້ວງຂອງທີມ Dallas Mavericks, ທ່ານ ໂຣແລນໂດ ແບລັກແມນ, ມາເປັນຜູ້ບັນຍາຍຮັບເຊີນ ຢູ່ທີ່ງານ Senior and Career Direction Fair ເຊິ່ງຈັດໂດຍ Foundation for C.H.O.I.C.E ຢູ່ທີ່ Bill Priest Center, ເມືອງ Dallas, ລັດເທັກຊັສ ໃນວັນທີ 10 ພຶດສະພາ 2024.

ອີງຕາມ ການສະຫຼຸບ ກ່ຽວກັບການລົງທະບຽນຮຽນ ແລະກິດຈະກຳການເຮັດວຽກຂອງໂຮງຮຽນມັດທະຍົມປາຍ ແລະຜູ້ທີ່ຮຽນຈົບການສຶກສາລະດັບວິທະຍາໄລ ສະບັບຫຼ້າສຸດ ຂອງສູນສະຖິຕິແຮງງານຂອງສະຫະລັດ ຫຼື U.S. Bureau of Labor Statistics, ລະບຸວ່າ ຈາກຈຳນວນຊາວໜຸ່ມທັງໝົດ 3.1 ລ້ານຄົນ ທີ່ມີອາຍຸ 16 ຫາ 24 ປີ, ທີ່ຮຽນຈົບລະດັບມັດທະຍົມປາຍ ລະຫວ່າງເດືອນ ມັງກອນ ຫາເດືອນ ຕຸລາ 2023, ລົງທະບຽນຮຽນໃນລະດັບມະຫາວິທະຍາໄລ 1.9 ລ້ານຄົນ ໃນເດືອນຕຸລາ. ອັດຕາການລົງທະບຽນຮຽນວິທະຍາໄລຂອງຜູ້ທີ່ຫາກໍຮຽນຈົບມັດທະຍົມປາຍ ໃນມໍ່ໆມານີ້ ແມ່ນ 61.4 ເປີເຊັນ ໃນເດືອນ ຕຸລາ ປີ 2023 ເຊິ່ງຕໍ່າກວ່າຊ່ວງເວລາດຽວກັນຂອງປີ 2022 ທີ່ຢູ່ທີລະດັບ 62.0 ເປີເຊັນ.

ເພື່ອປະກອບສ່ວນເຂົ້າໃນການໃຫ້ຄຳແນະນຳ ແລະ ໃຫ້ຂໍ້ມູນແກ່ບັນດາຜູ້ທີ່ກຳລັງຈະຮຽນຈົບ, ໃນວັນທີ 10 ພຶດສະພາທີ່ຜ່ານມາ, ຍານາງ ແລະ ຄະນະກໍາມະການບໍລິຫານງານຂອງມູນນິທິ foundation for C.H.O.I.C.E. ເຊິ່ງສ້າງຕັ້ງມາໄດ້ 9 ປີແລ້ວ ກໍໄດ້ຈັດການຝຶກອົບຮົມເພື່ອແນະນຳ ແລະ ໃຫ້ທິດທາງທີ່ເປັນໄປໄດ້ກັບບັນດານັກຮຽນເລົ່ານັ້ນ ໃນການວາງເປົ້າໝາຍຊີວິດພາຍຫຼັງຮຽນຈົບ ໂດຍສະເພາະແມ່ນບັນດານັກຮຽນທີ່ມາຈາກຄອບຄົວທີ່ມີລາຍຮັບຕໍ່າ. ເຊິ່ງຈຸດປະສົງຂອງວຽກງານໃນຄັ້ງນີ້ ກໍເພື່ອເປີດໂອກາດໃຫ້ບັນດານັກຮຽນທີ່ເປັນເປົ້າໝາຍເຫລົ່ານັ້ນ ໄດ້ມີໂອກາດປຶກສາ ແລະໂອລົ້ມກັບບັນດາບຸກຄົນ ແລະ ທຸລະກິດທີ່ປະສົບຜົນສຳເລັດ ເພື່ອໃຫ້ພວກເຂົາເຈົ້າເຂົ້າໃຈເຖິງການເຮັດວຽກໜັກ, ການຮັບມືກັບບັນຫາ, ໂດຍທາງໂຄງການໄດ້ເຊື້ອເຊີນບັນດາຜູ້ທີ່ມີຊື່ສຽງຈາກຫຼາຍໆຂະແໜງການ ເຊັ່ນ: ອະດີດນັກກິລາບານບ້ວງທີ່ມີຊື່ສຽງຂອງ Dallas Mavericks, ທ່ານ ໂຣແລນໂດ ແບລັກແມນ ມາເປັນຜູ້ບັນຍາຍຮັບເຊີນ, ແລະ ມີຫຼາຍກວ່າ 20 ທຸລະກິດເຂົ້າຮ່ວມ ເຊັ່ນ ຈາກຂະແໜງກໍ່ສ້າງ, ຂະແໜງປິ່ນປົວດ້ານສຸຂະພາບ, ໄປຈົນເຖິງຂະແໜງບໍລິການ ເພື່ອຊ່ວຍໃຫ້ຂໍ້ມູນກັບບັນດານັກຮຽນເຫລົ່ານີ້ ກໍຄືເພື່ອທັບມ້າງວົງຈອນຂອງຄວາມທຸກຍາກ.

ຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ແລະ ຄອບຄົວ ໃນງານຮັບໃບປະກາດຂອງລູກສາວ ໃນເດືອນ ພຶດສະພາ 2024
ຍານາງ ຫຼ້າຊ້ອຍ ເຄທີ ຊິງເກີລຕັນ ແລະ ຄອບຄົວ ໃນງານຮັບໃບປະກາດຂອງລູກສາວ ໃນເດືອນ ພຶດສະພາ 2024

ນອກຈາກນີ້, ຍານາງ ເຄທີ ຍັງໄປເປັນຄະນະບໍລິຫານຂອງມູນນິທິ Treasured Vessels Foundation ຫຼື TVF ເຊິ່ງເປັນອີກມູນນິທີນຶ່ງທີ່ບໍ່ຫວັງຜົນກຳໄລ ທີ່ເນັ້ນໃສ່ເດັກຍິງທີ່ຕົກເປັນເຫຍື່ອຂອງການຄ້າທາງເພດ ແລະ ການຄ້າມະນຸດ. ເຊິ່ງຍານາງ ເຄທີ ໄດ້ເລົ່າໃຫ້ຟັງວ່າ:

“ອົງການຊ່ວຍເຫຼືອອົງການທີ 2 ທີ່ຂ້ອຍເປັນຄະນະກຳມະການບໍລິຫານ ແມ່ນເອີ້ນວ່າ Treasured Vessels Foundation (TVF). ພວກເຮົາຊ່ວຍບັນດາເດັກຍິງ ຜູ້ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ. ພວກເຂົາເຈົ້າມາຫາພວກເຮົາ ແລະ ພວກເຮົາກໍມີ ເຊບເຮົາສ໌ (ທີ່ພັກປອດໄພ) ແລະ ໃນໂປຣແກຣມຂອງພວກເຮົາ, ພວກເຮົາມີໂປຣແກຣມ 5 ລະດັບ ເຊິ່ງພວກເຮົາສະໜອງການເບິ່ງແຍງໄລຍະຍາວ ແລະ ການຊ່ວຍເຫຼືອທາງດ້ານສະພາບຈິດໃຈ ເພື່ອຊ່ວຍບັນດາເດັກຍິງທີ່ມາຫາພວກເຮົາ ເອົາຊະນະບັນຫາດ້ານສຸຂະພາບຈິດ ແລະ ທັງໝົດທັງມວນກໍເພື່ອໃຫ້ຄວາມຮູ້ກັບຊຸມຊົນ ໄດ້ຮັບຮູ້ວ່າ ການຂາຍບໍລິການທາງເພດ ແມ່ນຫຍັງ, ການຄ້າມະນຸດແມ່ນຫຍັງ. ພວກເຮົາ ຍັງໄດ້ມີໂອກາດເຮັດວຽກກັບ ທ່ານນາງ ແອງເຈລາ ແພັກສຕັນ, ສະມາຊິກສະພາຂອງພວກເຮົາ ໃນການສ້າງຄວາມຮັບຮູ້ກ່ຽວກັບການຄ້າມະນຸດ ເຂົ້າໄປໃນຫຼັກສູດຂອງໂຮງຮຽນນຳ.”

ໃນລາຍງານ ຂອງ Human trafficking hotline ປະຈຳປີ 2021 ໄດ້ລະບຸວ່າ ໄດ້ຮັບການແຈ້ງຂໍ້ມູນ ກ່ຽວກັບສະຖານະການທີ່ຕິດພັນກັບການຄ້າທາງເພດ ເຖິງ 7,499 ກໍລະນີ ເຊິ່ງເຖິງແມ່ນວ່າ ຈະມີຈຳນວນຕໍ່າກວ່າການລາຍງານໃນປີ 2020 ແຕ່ກໍຍັງຖືວ່າ ເປັນຕົວເລກທີ່ສູງຢູ່.

ໃນຕອນທ້າຍ, ຍານາງ ເຄທີ ຍັງໄດ້ບອກກັບພວກເຮົາວ່າ ເມື່ອພວກເຮົາໃຫ້ບາງຢ່າງກັບຄືນສູ່ຊຸມຊົນ ຫຼືຊ່ວຍເຫຼືອຄົນອື່ນ, ມັນບໍ່ແມ່ນເພື່ອລະດັບຊັ້ນໃນສັງຄົມຂອງພວກເຮົາ, ມັນບໍ່ແມ່ນເພື່ອການມີຊື່ສຽງ ຫຼືເຮັດໃຫ້ເຮົາເປັນທີ່ນິຍົມຊົມຊອບ ແຕ່ແມ່ນການຊ່ວຍໃຫ້ຄົນຜູ້ນຶ່ງ ອອກຈາກສະພາບແວດລ້ອມທີ່ບໍ່ດີ ມາສູ່ສະພາບແວດລ້ອມ ຫຼືເງືອນໄຂທີ່ດີກວ່າ ທີ່ພວກເຂົາເຄີຍຢູ່ ຫຼື ແມ່ນແຕ່ໃນເວລາທີ່ພວກເຮົາເຄີຍພົບພໍ້ ເມື່ອຫຼາຍສິບປີກ່ອນ ແລະນັ້ນ ແມ່ນສິ່ງທີ່ພວກເຮົາທຸກຄົນສາມາດເຮັດໄດ້ ເພື່ອຕອບແທນຊຸມຊົນກໍຄືສັງຄົມ ທີ່ເຮັດໃຫ້ພວກເຮົາທຸກຄົນ ສາມາດມາເປັນພວກເຮົາເອງໃນທຸກມື້ນີ້ໄດ້.

ອາດນະສັກ, ວີໂອເອ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG