ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

English in a Minute, ບົດທີ 94 “Put Down the roots” ແປວ່າ "ຕັ້ງຫຼັກປັກຖານລົງບ່ອນໃດບ່ອນນຶ່ງ"


English in a Minute: Put Down Roots
please wait

No media source currently available

0:00 0:01:00 0:00

ພາສາອັງກິດໃນ 1 ນາທີ: Put Down Roots ແປວ່າ: ຕັ້ງຫຼັກປັກຖານລົງບ່ອນໃດບ່ອນນຶ່ງ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Roots are the underground parts of a plant that take in soil nutrients. So are Anna and Jonathan doing some gardening? ຮາກໄມ້ແມ່ນພາກສ່ວນຂອງພືດທີ່ຢູ່ໃຕ້ດິນ ເຊິ່ງດູດເອົາອາຫານມາຈາກດິນ. ແຕ່​ສຳ​ລັບ​ຄຳ​ວ່າ “Put Down the Roots” ເດ່ ມັນມີຄວາມໝາຍແນວໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ ອານນາ ກັບ ໂຈເນທານ, ລອງ​ເບິ່ງ​ເນາະວ່າ ເຂົາ​ເຈົ້າກຳລັງ ເຮັດສວນຢູ່ບໍ? ຫລື ເຂົາ​ເຈົ້າ​ໃຊ້​ສຳ​ນວນນີ້ເພື່ອ​ໝາຍເຖິງ​ຢ່າງ​ອື່ນ.

Anna: Jonathan, guess what?

ອານນາ: ໂຈເນທານ, ລອງເດົາເບິ່ງດຸ?

Jonathan: what?

ໂຈເນທານ: ແມ່ນຫຍັງ?

Anna: I bought a house! Scary.

ອານນາ: ຂ້ອຍຊື້ເຮືອນ! ເປັນຕາຢ້ານບໍ່.

Jonathan: Are you serious? You are finally putting down roots?

ໂຈເນທານ: ເຈົ້າເວົ້າແທ້ຫວາ? ໃນ​ທີ່​ສຸດເຈົ້າກໍກຳລັງຈະ​ຕັ້ງຫຼັກປັກຖານລົງ​ແລ້ວ​ບໍ?

Anna: roots! You make it sounds so permanent. HHuh ...Thanks, Jonathan.

ອານນາ: ຕັ້ງຫຼັກປັກ​ຖານ! ເຈົ້າເວົ້າ​ແບບ​ຟັງເບິ່ງຄືວ່າ ເປັນ​ການຖາວອນແທ້ໆ. ຮື້.. ຂອບໃຈ, ໂຈເນທານ.

To “put down roots” means to make a place your home with no plans of moving away. We say this a lot when someone buys a new home. But putting down roots can also mean connecting with people and places in a community.

To “Put down roots” ຫມາຍຄວາມວ່າການເຮັດໃຫ້ສະຖານທີ່ໃດນຶ່ງເປັນບ້ານຂອງ ທ່ານ ໂດຍທີ່ທ່ານບໍ່ມີແຜນການທີ່ຈະຍົກຍ້າຍໜີ. ພວກເຮົາເວົ້າແບບນີ້ເລື້ອຍໆ ເວລາຄົນຊື້ ບ້ານຊື້​ເຮືອນໃໝ່. ແຕ່ “Put down roots” ຍັງສາມາດໝາຍເຖິງການໃກ້​ຊິດຕິດ​ແທດ​ກັບ​ຜູ້ຄົນ​ ແລະ​ສະຖານ​ທີ່​ຕ່າງໆ ໃນ​ຊຸມ​ຊົນ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG