ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 103 “Roll the dice” ແປວ່າ “ສ່ຽງໂຊກ ຫລື ສ່ຽງໄພ”


English in a Minute: Roll the Dice
please wait

No media source currently available

0:00 0:00:59 0:00

English in a Minute: Roll the Dice

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Dice are used in lots of games. Are Anna and Jonathan talking about games or something else?

ໝາ​ກະ​ລັອກ ຫລື ລູກເຕົາ ຖືກໃຊ້ຢູ່ໃນການຫຼິນເກມການ​ພະ​ນັນ​ຫລາຍ​ຢ່າງ. ອານນາ ແລະ ໂຈນາທານ ກຳລັງເວົ້າກ່ຽວກັບ ເກມການ​ພະ​ນັນ ຫຼື ກ່ຽວກັບສິ່ງອື່ນບໍ່? “Roll the dice” ຖ້າ​ແປ​ຕາມ​ໂຕ​ກໍ​ແມ່ນ ສັ່ນ ຫລື​ໂຍນໝາ​ກ​ກະ​ລັອກ ແຕ່​ວ່າ ໃນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ​ນັ້ນ ຄຳ​ນີ້​ແມ່ນມີ​ຄວາມ​ໝາຍ​ຕ່າງ​ຫາກ​ອີກ. ພວກເຮົາມາ​ພາ​ກັນໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາເຂົ້າ​ໃຈ​ສຳ​ນວນນີ້​ຫລາຍ​ຂຶ້ນ?

Jonathan: Anna, where are you going on vacation?

ໂຈນາທານ: ອານນາ, ເຈົ້າຈະໄປພັກຜ່ອນຢູ່ໃສ?

Anna: Oh, I’m not sure yet.

ອານນາ: ໂອ, ຂ້ອຍຍັງບໍ່ແນ່ໃຈເທື່ອ.

Jonathan: Don’t you leave next week?

ໂຈນາທານ: ບໍ່ແມ່ນເຈົ້າຈະອອກເດີນທາງອາທິດໜ້ານີ້​ແລ້ວຫວາ?

Anna: Tomorrow, actually. My plan is to go to the train station and take whatever train comes first.

ອານນາ: ຄວາມຈິງແລ້ວ, ​ໄປມື້ອື່ນໜີ້ຫລະ. ແຜນການຂອງຂ້ອຍແມ່ນຈະໄປທີ່ສະຖານີ ລົດໄຟ ແລະ ຂຶ້ນລົດໄຟຄັນໃດກໍ​ຕາມ ທີ່ມາຮອດກ່ອນ.

Jonathan: That’s not a plan. That’s just rolling the dice.

ໂຈນາທານ: ​ອັນນັ້ນ ມັນບໍ່ແມ່ນແຜນການ. ອັນນັ້ນແມ່ນພຽງແຕ່ການສ່ຽງດວງ.

When you roll dice, you can’t control what side lands up. The phrase to roll the dice means to take a chance or risk. You may have a good result or a bad one. You know, I feel like Anna rolls the dice a lot in her life.

ເວລາເຈົ້າໂຍນລູກໝາກ​ກະ​ລັອກ ຫລື​ລູກເຕົາ ເຈົ້າບໍ່ສາມາດຄວບຄຸມມັນໄດ້ວ່າ ຢາກຈະໃຫ້​ຂ້າງໃດປິ່ນຂຶ້ນ. “Roll the dice” ໝາຍເຖິງການສ່ຽງໂຊກ ຫລື ​ສ່ຽງ​ໄພ. ທ່ານອາດມີ ຜົນໄດ້ຮັບທີ່ດີ ຫຼື ບໍ່ດີ. ເຈົ້າຮູ້ບໍ່, ຂ້ອຍຮູ້ສຶກວ່າ ອານນາສ່ຽງໂຊກ ຫລື ສ່ຽງໄພຫຼາຍ ໃນຊີວິດຂອງລາວ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG