ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 97 “Firing on all Cylinders” ແປວ່າ "ເຮັດວຽກເຕັມປະສິດທິພາບ ຫລື ເຕັມກຳລັງ"


English in a Minute: (Not) Firing on All Cylinders
please wait

No media source currently available

0:00 0:01:00 0:00

English in a Minute, ບົດທີ 97 “Firing on all Cylinders” ແປວ່າ "ເຮັດວຽກເຕັມປະສິດທິພາບ ຫລື ເຕັມກຳລັງ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

This shape is a cylinder. I wonder what Anna and Jonathan are going to do with this?

ຮູບຊົງນີ້ແມ່ນຊົງກະບອກ. ຂ້ອຍຢາກ​ຮູ້ວ່າ ອານນາ ແລະ ໂຈນາທານຈະເຮັດ ຫຍັງກັບ ມັນເດ່​? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan, ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ ຮູ້​ໃຊ້​ສຳ​ນວນ ທີ່ກ່ຽວຂ້ອງກັບຮູບຊົງກະບອກນີ້​ຫລາຍ​ຂຶ້ນ?

Anna: what is an eight-letter word that means hollow tube?

ອານນາ: ຄຳສັບທີ່​ມີແປດຕົວອັກສອນ ທີ່ໝາຍເຖິງທໍ່ທີ່ມີຮູ ແມ່ນຫຍັງ?

Jonathan: I can’t help you. I am not firing on all Cylinders.

ໂຈເນທານ: ຂ້ອຍຊ່ວຍເຈົ້າບໍ່ໄດ້. ຂ້ອຍຍັງບໍ່ໄດ້ເຜົາໄໝ້ກະບອກລູກສູບໝົດທຸກ​ອັນເທື່ອ.

Anna: cylinders. That’s it. Thanks, Jonathan!

ອານນາ: ກະບອກ. ຖືກ​ແລ້ວ. ຂອບໃຈ, ໂຈນາທານ!


Some engines are powered by explosions in small cylinders. When all cylinders are firing, an engine is fully powered. The idiom “firing on all cylinders” means something is performing well. But if you say you’re not firing on all cylinders, it means you’re not at your best.

ເຄື່ອງຈັກບາງຢ່າງແມ່ນໃຊ້ພະ​ລັງ​ງານ​ຈາກການລະເບີດຢູ່ໃນກະບອກລູກສູບຂະໜາດ ນ້ອຍໆ. ເມື່ອກະບອກສູບທັງໝົດຖືກເຜົາໄໝ້, ເຄື່ອງຈັກຈະເຮັດວຽກຢ່າງເຕັມພະລັງ. ສຳນວນ “firing on all cylinders” ໝາຍເຖິງບາງສິ່ງບາງຢ່າງໃຊ້ໄດ້ດີ ຫລື​ເຮັດ​ວຽກ​ໄດ້​ດີ​ຢ່າງເຕັມ​ກຳ​ລັງ. ແຕ່ຖ້າ ທ່ານເວົ້າວ່າ ທ່ານບໍ່ໄດ້ເຜົາໄໝ້ກະບອກລູກສູບໝົດທຸກ​ອັນ​ເທື່ອ ໃນທີ່ນີ້ແມ່ນໝາຍເຖິງທ່ານບໍ່ໄດ້ຢູ່ໃນສະ​ພາ​ບທີ່ມີ​ກຳລັງ ຫລື ປະ​ສິດ​ທິ​ພາບສູງ​ທີ່ສຸດ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG