ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 95 “Haste Makes Waste” ແປວ່າ ເຮັດຟ້າວໆຟັ່ງໆ ພາໃຫ້ສິ້ນເປືອງ" ຫລື “ຊ້າໆໄດ້ພ້າເຫຼັ້ມງາມ"


English in a Minute: Haste Makes Waste
please wait

No media source currently available

0:00 0:01:00 0:00

English in a Minute, ບົດທີ 95 “Haste Makes Waste” ແປວ່າ ເຮັດຟ້າວໆຟັ່ງໆ ພາໃຫ້ສິ້ນເປືອງ" ຫລື “ຊ້າໆໄດ້ພ້າເຫຼັ້ມງາມ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Today’s expression has rhyming words. And it might have to do with birdhouses?

ສຳນວນສຳລັບມື້ນີ້ ​ແມ່ນ​ເປັນຄຳຄ່ອງ. ແລະອາດຈະກ່ຽວກັບເຮືອນນົກ? ແຕ່ “Haste Makes Waste” ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan, ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Jonathan: Anna, what are you making? ອານນາ, ເຈົ້າກຳລັງສ້າງຫຍັງຢູ່ຫັ້ນ?

Anna: it’s supposed to be a birdhouse.

ອານນາ: ມັນຄວນຈະເປັນເຮືອນສຳລັບນົກ.

Jonathan: that’s going to kill a bird… not shelter it.

ໂຈເນທານ: ອັນນັ້ນມັນຊິຂ້ານົກ... ບໍ່ແມ່ນເປັນບ່ອນໃຫ້​ມັ​ນອາໄສຢູ່.

Anna: I know, I didn’t measure the wood before I started sawing. Now I have to buy all new wood!

ອານນາ: ຂ້ອຍຮູ້, ຂ້ອຍບໍ່ໄດ້ແທກໄມ້ກ່ອນຈະເລີ້ມເລື່ອຍມັນ. ຕອນນີ້ ຂ້ອຍຕ້ອງໄດ້ຊື້ໄມ້ໃໝ່ ທັງໝົດເລີຍ.

Jonathan: “Haste makes waste,” Anna.

ໂຈເນທານ: ເຮັດຟ້າວໆຟັ່ງໆພາ​ໃຫ້​ສິ້ນ​ເປືອງ,” ໄດ໋ອານນາ.

Anna: not helpful.

ອານນາ: ບໍ່ຊ່ວຍຫຍັງໄດ້ເລີຍ.


“Haste” means doing something very quickly. So “haste makes waste” means that doing something too quickly can lead to mistakes. Those mistakes result in wasted time, money, effort and, in Anna’s case, wood.

“Haste” ໝາຍເຖິງການເຮັດບາງສິ່ງບາງຢ່າງຢ່າງຟ້າງ​ຟັ່ງ. ສະນັ້ນ “haste makes waste” ແປ​ວ່າ “ເຮັດ​ຟ້າວໆ​ຟັ່ງໆພາ​ໃຫ້​ສິ້ນ​ເປືອງ” ໝາຍຄວາມວ່າ ການເຮັດສິ່ງໃດ ສິ່ງນຶ່ງໄວເກີນໄປ ອາດເຮັດໃຫ້ເກີດຄວາມຜິດພາດໄດ້. ຄວາມຜິດພາດເຫຼົ່ານັ້ນ ພາໃຫ້ ເສຍເວລາ, ເງິນຄຳ, ຄວາມພະຍາຍາມ ແລະ ໃນກໍລະນີຂອງອານນາ, ແມ່ນເສຍໄມ້. ຖ້າ​ທຽບ​ກັບ​ສຸ​ພາ​ສິດ​ລາວກໍ​ຈະ​ແມ່ນ​ຄຳ​ວ່າ "ຊ້າໆໄດ້ພ້າເຫຼັ້ມງາມ" ນັ້ນ​ເອງ.

And that's English in a minute!

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ!

XS
SM
MD
LG