ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 96 “Keep Me in the Loop” ແປວ່າ "ແຈ້ງ ຫລືບອກໃຫ້ຂ້ອຍຮູ້ນຳ"


English in a Minute: Keep Me in the Loop
please wait

No media source currently available

0:00 0:01:00 0:00

English in a Minute, ບົດທີ 96 “Keep Me in the Loop” ແປວ່າ "ແຈ້ງ ຫລືບອກໃຫ້ຂ້ອຍຮູ້ນຳ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A loop is a circular shape formed when something thin crosses over itself.

ຮ່ວງມີິຮູບຊົງເປັນວົງມົນ ເກີດຂຶ້ນເມື່ອບາງສິ່ງບາງຢ່າງທີ່ເປັນ​ເສັ້ນ​ບາງໆ ມາ​ພາດຕິດ​ໃສ່ ໂຕມັນເອງ. ແຕ່ຄຳ​ວ່າ “Keep Me in the Loop” ມັນມີຄວາມໝາຍວ່າແນວໃດ ກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan, ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Jonathan: Anna. Are you going to Reggie’s social distanced birthday party? I can’t remember what time to be there.

ໂຈເນທານ: ອານນາ. ເຈົ້າຈະໄປງານວັນເກີດ ແບບໃຫ້ຮັ​ກ​ສາໄລຍະຫ່າງກັນຂອງ ເຣັກກີ້ບໍ່? ຂ້ອຍບໍ່ຈື່ວ່າ ຕ້ອງໄປຮອດຫັ້ນຕອນຈັກໂມງ.

Anna: I am. I think the invitation said 6:00. Or maybe it said to keep six feet apart. I think I’ll call him.

ອານນາ: ຂ້ອຍຈະໄປ. ຂ້ອຍຄິດວ່າໃນບັດເຊີນບອກວ່າ 6:00 ໂມງ. ຫຼື ມັນອາດຈະບອກວ່າ ໃຫ້ຮັກສາໄລຍະຢູ່ຫ່າງກັນ 6 ຟຸດ. ຂ້ອຍຄິດວ່າຂ້ອຍສິໂທຫາລາວ.

Jonathan: ok, cool! Keep me in the loop.

ໂຈເນທານ: ໂອເຄ, ດີ! ບອກໃຫ້ຂ້ອຍນຳແດ່​ເດີ້.

To keep someone in the loop means to keep them informed of something that is happening. Think of the loop as a circle. If you’re inside of it, you know what’s going on. If you’re not, you don’t.

To “keep someone in the loop” ໝາຍເຖິງການໃຫ້ພວກເຂົາເຫຼົ່ານັ້ນ ໄດ້ຮັບ ຊາບ ຫລືຮູ້ກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂຶ້ນ. ໃຫ້ຄິດເບິ່ງວ່າ ຮ່ວງເປັນວົງກົມ. ຖ້າເຈົ້າຢູ່ຂ້າງ ໃນມັນ, ເຈົ້າກໍ​ຈະຮູ້ວ່າມີຫຍັງເກີດຂຶ້ນໃນນັ້ນ. ຖ້າເຈົ້າບໍ່ໄດ້ຢູ່ໃນນັ້ນ, ເຈົ້າກໍ່ຈະບໍ່ຮູ້້​ເລື້ອງ​ຫຍັງເລີຍ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG