ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

English in a Minute, ບົດທີ 93 “Willy Nilly” ແປວ່າ "ແບບບໍ່ມີແຜນ ຫລື ບໍ່ໄດ້ຄິດຮິ່ນຕອງກ່ອນ"


English in a Minute: Willy-Nilly
please wait

No media source currently available

0:00 0:01:00 0:00

English in a Minute, ບົດທີ 93 “Willy Nilly” ແປວ່າ "ແບບບໍ່ມີແຜນ ຫລື ບໍ່ໄດ້ຄິດຮິ່ນຕອງກ່ອນ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Willy-nilly is definitely fun to say… But what does it mean? Let’s listen.

“Willy Nilly” ແນ່ນອນ ເປັນຄຳ​ເວົ້າ​ທີ່ຄ່ອງ​ປາກທີ່​ຈະ​ເວົ້າ​ ...ແຕ່ມັນມີຄວາມໝາຍວ່າແນວ ໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ ອານນາ ກັບ ໂຈເນທານ ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້ ​ຫລາຍ​ຂຶ້ນ?

Jonathan: Hey, I am going to Brazil for a conference next week. You should come along.

ໂຈເນທານ: ເຮ້, ຂ້ອຍຈະໄປບຣາຊີລ ເພື່ອໄປປະຊຸມ ອາທິດໜ້ານີ້. ເຈົ້າຄວນໄປກັບ ຂ້ອຍໄດ໋.

Anna: Jonathan, I can’t just do something like that willy-nilly.

ອານນາ: ໂຈເນທານ, ຂ້ອຍບໍ່ສາມາດເຮັດສິ່ງໃດສິ່ງນຶ່ງ ແບບບໍ່ຮິ່ນ​ຕອງ ແນວນັ້ນ​ໄດ້​ດອກ.

Jonathan: sure you can!

ໂຈເນທານ: ແນ່ນອນ ເຈົ້າເຮັດໄດ້!

Anna: The last time I traveled without planning I ended up sleeping in a movie theater for three nights. Not fun.

ອານນາ: ເທື່ອ​ແລ້ວນີ້ ຂ້ອຍເດີນທາງໂດຍບໍ່ມີການວາງແຜນກ່ອນ ຜົນ​ສຸດ​ທ້າຍຂ້ອຍ​ກໍ​ຕ້ອງໄດ້ໄປນອນຢູ່ໃນໂຮງຮູບ​ເງົາ​ ຕັ້ງ 3 ຄືນ. ມັນບໍ່ມ່ວນເລີຍ.


“Willy Nilly” comes from the writing of William Shakespeare. It is a shortened version of “will he nill he.” Back then, “nill” meant the opposite of “will.” These days, “willy nilly” describes something we do quickly and carelessly, without much thought or planning.

“Willy Nilly” ມາຈາກບົດຂຽນຂອງ ວີລລຽມ ເຊັກສເປຍ. ມັນເປັນ​ຄຳ​ທີ່ຫຍໍ້ມາ​ຈາກ​ຄຳ​ວ່າ “will he nill he,” ຊຶ່ງ​ແປ​ວ່າ “ລາວຢາກຈະເຮັດບໍ ຫຼື ບໍ່ຢາກເຮັດ.” ໃນສະໄໝນັ້ນ, “nill” ມີຄວາມໝາຍກົງກັນຂ້າມກັບຄຳ​ວ່າ “will.” ໃນປັດຈຸບັນ “willy nilly” ອະທິບາຍ ເຖິງສິ່ງທີ່ເຮົາເຮັດຢ່າງວ່ອງໄວ ແລະບໍ່​ໄດ້ຮິ່ນ​ຕອງ, ໂດຍບໍ່ໄດ້ມີການຄິດ ຫຼື ວາງແຜນ ກ່ອນ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG