ລັດຖະບານລາວ ຈະເພີ່ມລາຍໄດ້ຈາກການອະນຸຍາດໃຫ້ສໍາປະທານໃນການຂຸດຄົ້ນ ແລະແປຮູບແຮ່ທາດທີ່ມີປະສິດທິຜົນສູງດ້ວຍການຈັດທຳແຜນທີ່ຊັບພະຍາກອນແຮ່ທາດ ໃນທົ່ວປະເທດທີ່ໄດ້ມາດຕະຖານສາກົນ.
ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ຖະແຫຼງກ່ຽວກັບ ແຜນຍຸດທະສາດການພັດທະນາອຸດສາຫະກຳຂຸດຄົ້ນແຮ່ທາດແຫ່ງຊາດລາວ ຈາກປັດຈຸບັນໄປເຖິງປີ 2030 ເມື່ອບໍ່ນານມານີ້ ວ່າ ເປົ້າໝາຍທີ່ສຳຄັນທີ່ສຸດຂອງລັດຖະບານລາວ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2.8 ຕື້ໂດລາ, ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານການຂຸດຄົ້ນແລະການແປຮູບແຮ່ທາດ ເພື່ອຈຳຫນ່າຍທັ້ງພາຍໃນ ແລະສົ່ງອອກໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ 23,400 ລ້ານໂດລາສະຫະລັດ ແລະເພື່ອເຮັດໃຫ້ສາມາດບັນລຸເປົ້າຫມາຍດັ່ງກ່າວ ລັດຖະບານລາວ ຈະຈັດທຳແຜນທີ່ຊັບພະຍາກອນແຮ່ທາດ ທີ່ໄດ້ມາດຕະຖານສາກົນໃຫ້ສຳເລັດໃນປີ 2025 ແຕ່ເນື່ອງຈາກການຂາດແຄນດ້ານງົບປະມານ ຈຶ່ງເຮັດໃຫ້ລັຖບານລາວ ຈະຕ້ອງເພິ່ງພາການຊ່ອຍເຫລືອ ແລະກູ້ຢືມເງິນຈາກຕ່າງປະເທດເປັນດ້ານຫລັກດັ່ງທີ່ ທ່ານໂພໄຊ ໄດ້ຖະແຫຼງຢືນຢັນວ່າ “ການສຳຫຼວດສ້າງແຜນທີ່ທໍລະນີສາດແຮ່ທາດ ຂະໜາດ 1/100,000 ຢູ່ໃນເຂດທີ່ມີເນື້ອທີ່ 74,696 ກິໂລຕາແມັດ, ເຊິ່ງກວມເອົາ 31,5% ຂອງເນື້ອທີ່ທັ່ວປະເທດໃຫ້ ສຳເລັດ 100% ຄາດວ່າຈະໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ແລະສ້າງແຜນທີ່ທໍລະນີສາດແຮ່ທາດ ມາດຕາສ່ວນ 1/200,000 ມາເປັນມາດຕາສ່ວນ 1/50,000 ໃນເຂດທີ່ມີທ່າແຮງທາງດ້ານແຮ່ທາດ ຄາດວ່າຈະໃຊ້ງົບປະມານຈຳນວນ 4,450,000 ໂດລາສະຫະລັດ ແຫຼ່ງທຶນຈາກການກູ້ຢືມ ຫຼື ການຊ່ວຍເຫຼືອລ້າທັງພາຍໃນ ແລະຈາກຕ່າງປະເທດ.”
ທັ້ງນີ້ໂດຍອຸດສາຫະກໍາການຂຸດຄົ້ນແລະແປຮູບແຮ່ທາດ ກໍຄືພາກສ່ວນໜຶ່ງທີ່ສຳ ຄັນທີ່ເຮັດໃຫ້ເສດຖະກິດຂອງລາວ ຍັງສືບຕໍ່ຂະຫຍາຍຕົວເພິ່ມຂຶ້ນ ໃນປີ 2024 ທີ່ຜ່ານມາ ເຖິງແມ່ນວ່າ ລາວຍັງປະເຊິນກັບວິກິດການເສດຖະກິດ-ການເງິນ ໂດຍສະເພາະແມ່ນການຂາດດຸນການຄ້າຕ່າງປະເທດນັ້ນ ການສົ່ງອອກແຮ່ທາດຂອງລາວ ກໍມີສ່ວນຢ່າງສຳຄັນໃນການຊ່ວຍຫລຸດຜ່ອນການຂາດດຸນການຄ້າດັ່ງກ່າວ ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍກລັດຖະມົນຕີ ໄດ້ຖະແຫລງຢືນຢັນວ່າ “ປັດໄຈຕົ້ນຕໍທີ່ເຮັດໃຫ້ເສດຖະກິດລາວມີການຂະຫຍາຍຕົວແມ່ນຂະແຫນງການບໍລິການ, ການຂົນສົ່ງ, ການຂາຍຍົກ ຂາຍຍ່ອຍ ນອກນັ້ນ ຂະແຫນງກະສິກໍາ ອຸດສາຫະກໍາປຸງແຕ່ງ ການກໍ່ສ້າງ ກໍມີການຂະຫຍາຍຕົວດີພໍສົມຄວນ ອັນພົ້ນເດັ່ນແມ່ນການຜະລິດແຮ່ທາດທັງຮູບແບບປົກກະຕິ ແລະຮູບແບບທົດລອງ ປະຕິບັດໄດ້ຫຼາຍກວ່າ 34,000 ຕື້ກີບ ເທົ່າກັບ 127.5% ຂອງແຜນການປີ.”
ສ່ວນສະມາຊິກສະພາແຫ່ງຊາດ ຢືນຢັນວ່າ ລັດຖະບານລາວ ໄດ້ຮັບຜົນປະໂຫຍດຈາກການໃຫ້ສໍາປະທານຂຸດຄົ້ນແຮ່ທາດໃນອັດຕາສ່ວນທີ່ຕໍ່າຫລາຍ ໂດຍສະເພາະສໍາປະທານຂຸດຄົ້ນແຮ່ທີ່ຫາຍາກ ຫຼື Rare Earth ທີ່ລັດຖະບານລາວ ໄດ້ຮັບສະເລ່ຍພຽງແຕ່ 30 ໂດລາຕໍ່ການຂຸດຄົ້ນແຮ່ຫາຍາກ ໃນປະລິມານ 1 ໂຕນ ທັ້ງບໍ່ຮູ້ປະລິມານທີ່ຊັດເຈນດ້ວຍວ່າ ບັນດາບໍລິສັດຈີນໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນ ແລ້ວເທົ່າໃດແທ້ ນັບແຕ່ປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ເພາະປະກົດວ່າ ມີການລາຍຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ໂດຍບັນດາພະນັກງານລັດທີ່ທຸດຈະລິດຕໍ່ຫນ້າທີ່ຮັບຜິດຊອບນັ່ນເອງ.
ແຕ່ຍ່າງໃດກໍ່ຕາມ ການຜະລິດໃນອຸດສາຫະກໍາການຂຸດຄົ້ນແຮ່ທາດຂອງລາວ ໃນປີ 2024 ກະມີມູນຄ່າລວມຫຼາຍກວ່າ 34,000 ຕື້ກີບ ທີ່ໄດ້ຮັບຈາກໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ທາດຂອງ 1,007 ບໍລິສັດ ໃນ 1,205 ກິດຈະການ ໂດຍໃນນີ້ກໍລວມເຖິງການຂຸດຄົ້ນແບບທົດລອງຂອງ 93 ບໍລິສັດຈາກຈີນດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ