ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 100 “Follow in someone’s footsteps” ແປວ່າ "ເດີນຕາມຮອຍ” ຫລື “ເຮັດຕາມໃຜຄົນນຶ່ງ"


English in a Minute: Follow in Someone's Footsteps
please wait

No media source currently available

0:00 0:00:59 0:00

English in a Minute: “Follow in someone’s footsteps” ແປວ່າ "ເດີນຕາມຮອຍ” ຫລື “ເຮັດຕາມໃຜຄົນນຶ່ງ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

These are footsteps. But what could it mean to follow them? Let’s listen.

ນີ້ແມ່ນຮອຍຕີນ. ແຕ່ຄຳ​ວ່າ “Follow in Someone’s Footsteps”, ມັນມີຄວາມໝາຍ ວ່າແນວໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan, ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Jonathan: Anna, you got a new accordion.

ໂຈເນທານ: ອານນາ, ເຈົ້າໄດ້ເຄື່ອງ​ຫລິ້ນ​ດົນ​ຕີ​ອາ​ກໍ​ດິ​ອົງໃໝ່ ຫວະ​ຫັ້ນ.

Anna: I want to follow in my mom’s footsteps.

ອານນາ: ຂ້ອຍຢາກ​ເດີ​ນຕາມຮອຍຕີນຂອງແມ່ຂ້ອຍ.

Jonathan: Oh, does she play the accordion too?

ໂຈເນທານ: ໂອ້, ລາວຫຼິິ້ນ​ອາ​ກໍ​ດິ​ອົງ ຄືກັນຫວາ?

Anna: oh, no. she plays the piano beautifully.

ອານນາ: ໂອ້, ບໍ່ດອກ. ລາວຫຼິ້ນເປຍໂນໄດ້ດີຢ່າງໜ້າອອນຊອນເລີຍ​ລະ.

Jonathan: how are you following in her footsteps?

ໂຈເນທານ: ແລ້ວ​ ເຈົ້າຈະເດີນຕາມຮອຍຕີນລາວໄດ້ແນວໃດຫລະ?

Anna: Music, Jonathan.

ອານນາ: ຫລິ້ນດົນຕີ, ໂຈນາທານ.


When you follow in someone’s footsteps, you do something they also do – like a job or activity. You want to succeed at something like they have. You can follow in anyone’s footsteps, not just a parent’s.

ເມື່ອທ່ານເດີນຕາມຮອຍຕີນຂອງໃຜຄົນນຶ່ງ, ທ່ານເຮັດສິ່ງໃດສິ່ງນຶ່ງຄືກັນ​ກັບທີ່ພວກເຂົາເຈົ້າ​ໄດ້ເຮັດມາ - ເຊັ່ນ ອາ​ຊີບ ຫຼື ກິດຈະກຳອັນໃດ ອັນ​ນຶ່ງ. ທ່ານຢາກປະສົບຜົນສຳເລັດ ໃນສິ່ງໃດສິ່ງນຶ່ງຄືກັນ​ກັບເຂົາເຈົ້າ. ທ່ານສາມາດເດີນຕາມຮອຍຕີນຂອງໃຜກໍ່ໄດ້, ບໍ່ແມ່ນ ມີແຕ່ຮອຍ​ຕີນ​ຂອງພໍ່ແມ່.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG