ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

English in a Minute, ບົດທີ 102 “Walk Something Back” ແປວ່າ “ຖອນຄຳເວົ້າ ຫລືບາງສິ່ງບາງຢ່າງຄືນ ຫລື ປ່ຽນໃຈ"


English in a Minute: Walk Something Back
please wait

No media source currently available

0:00 0:00:59 0:00

English in a Minute: Walk Something Back ແປວ່າ “ຖອນຄຳເວົ້າ ຫລືບາງສິ່ງບາງຢ່າງຄືນ ຫລື ປ່ຽນໃຈ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Walking backwards can be dangerous. So, is walking something back something you shouldn’t do?

ການຍ່າງຖອຍຫຼັງ ສາມາດເປັນອັນຕະລາຍໄດ້. ສະນັ້ນ, “Walking something back,” ແມ່ນສິ່ງທີ່ເຈົ້າບໍ່ຄວນເຮັດບໍ່? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Anna: Jonathan. Betsy mistakenly sent her entire office an email saying how much she hated her job.

ອານນາ: ໂຈເນທານ, ເບັທຊີ ໄດ້ສົ່ງອີເມລຫາ​ທຸກ​ຄົນ​ໃນ​ທົ່ວ​ຫ້ອງ​ການຂອງ​ລາວ ໂດຍບໍ່ ໄດ້ຕັ້ງໃຈ ຊຶ່ງເວົ້າວ່າລາວ ຊັງວຽກຂອງລາວຫຼາຍປານໃດ.

Jonathan: Oh goodness. Did she get fired?

ໂຈເນທານ: ໂອ້ ເທວະດາເອີ້ຍ. ນາງໄດ້ຖືກໄລ່ອອກບໍຫລະ?

Anna: Yes, but not before trying to walk back her email.

ອານນາ: ຖືກ​ແທ້,​ ແຕ່ບໍ່ແມ່ນກ່ອນທີ່ນາງພະຍາຍາມທີ່​ຈະ​ຖອນຄຳ​ເວົ້າ​ໃນອີເມລຂອງລາວ ຄືນ.

Jonathan: it’s a lot harder to walk something back when it’s in writing.

ໂຈເນທານ: ມັນເປັນ​ການຍາກກວ່າ ທີ່ຈະຖອນ​ຄຳ​ເວົ້າ​ຄືນ ເມື່ອມັນຖືກ​ຂຽນ​ເປັນ​ລາຍ​ລັກ​ອັກ​ສອນ.

When you walk something back, you try to put distance between yourself and something you did or said. You do this because what you did or said was wrong or is no longer a popular position to have.

ໃນເວລາທີ່​ທ່ານ​ເວົ້າ​ວ່າ “walk something back”, ແມ່ນ​ທ່ານພະຍາຍາມເວັ້ນ ໄລຍະຫ່າງລະຫວ່າງໂຕທ່ານເອງ ກັບສິ່ງໃດສິ່ງນຶ່ງທີ່ທ່ານໄດ້ເຮັດ ຫຼື ເວົ້າໄປ. ທ່ານເຮັດ ແນວນີ້ ເພາະສິ່ງທີ່ທ່ານເຮັດ ຫຼື ເວົ້າໄປແມ່ນບໍ່ຖືກຕ້ອງ ຫຼື ບໍ່ເປັນທີ່ນິຍົມຊົມຊອບ ອີກຕໍ່ໄປ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG