ຄົນເຂົ້າເມືອງ 11 ຄົນ ເສຍຊີວິດ ແລະອີກ 12 ຄົນ ໄດ້ຮັບບາດເຈັບ ຍ້ອນລົດກະບະທີ່ບັນຈຸຄົນຢ່າງແໜ້ນອັດ ແລ່ນໄປຕໍາກົກໄມ້ ຢູ່ແຄມທາງດ່ວນ ໃນລັດເທັກຊັສ.
ຊາຍຜູ້ທີ່ຖືກກ່າວຫາວ່າ ໄດ້ສັງຫານ 12 ຄົນ ແລະເຮັດໃຫ້ 59 ຄົນ ບາດເຈັບ ຢູ່ລັດໂຄໂລຣາໂດ ມີກໍານົດໄປປະກົດຕົວຕໍ່ໜ້າສານ ເປັນຄັ້ງທໍາອິດ ໃນມື້ນີ້.
ຊີເຣຍເວົ້າວ່າ ຕົນຈະໃຊ້ອາວຸດເຄມີ ຕ້ານການໂຈມຕີ ຂອງຕ່າງປະເທດເທົ່ານັ້ນ ແຕ່ຈະບໍ່ໃຊ້ຕໍ່ປະຊາຊົນຂອງຕົນ ຈັກເທື່ອ.
ສະຫະລັດຕັດ ການຊ່ວຍເຫລືອທາງທະຫານ ແກ່ຣວັນດາ ໂດຍອ້າງເຖິງຄວາມວິຕົກ ທີ່ວ່າ ລັດຖະບານຣວັນດາ ໃຫ້ການ ສະໜັບສະໜູນ ແກ່ພວກກະບົດຢູ່ໃນຄົງໂກ.
ປະທານາທິບໍດີ ເທນ ເຊນ ເດີນທາງ ໄປເຖິງປະເທດໄທ ໃນວັນອາທິດມື້ນີ້ ເພື່ອທໍາການຢ້ຽມຢາມເປັນ ເວລາ 3 ວັນ ຫລັງຈາກເລື່ອນການເດີນທາງ ສອງຄັ້ງ.
ຊິນຫົວກ່າວວ່າ ເດີ່ນບິນສາກົນປັກກິ່ງ ຕ້ອງໄດ້ລົບລ້າງ ຫລາຍຮ້ອຍຖ້ຽວບິນ ສົ່ງຜົນໃຫ້ຢ່າງໜ້ອຍ 8 ໝື່ນຄົນ ຕົກຄ້າງຢູ່ສະໜາມບິນ.
ປະທານາທິບໍດີ ໂອບາມາ ໄປພົບປະ ກັບພວກຄອບຄົວ ທີ່ສູນເສຍ ສະມາຊິກໄປ ໃນການສັງຫານໝູ່ຢູ່ລັດໂຄໂລຣາໂດ ທີ່ເອົາຊີວິດ 12 ຄົນ ລວມທັງເດັກຍິງອາຍຸ 6 ປີ.
ສະຫະລັດວ່ານັກສຶກສາ ຕ່າງປະເທດບາງຄົນທີ່ຈົບ ການຝຶກບິນຢູ່ໃນສະຫະລັດ ໃນໝໍ່ໆມານີ້ບໍ່ໄດ້ຜ່ານການກວດກາ ທີ່ໃຊ້ຂໍ້ມູນບັນທຶກດ້ານກໍ່ການຮ້າຍ.
ບັນຫາໂດຍທົ່ວໄປ ຂອງເດັກເກີດກ່ອນກໍານົດ ແມ່ນເປັນພະຍາດ ທີ່ກ່ຽວຂ້ອງກັບລະບົບຫາຍໃຈ ແຕ່ຢາ surfactant ສາມາດຊ່ວຍ ຊີວິດຂອງເດັກ ທີ່ຫາຍໃຈຝືດໄດ້.
ສະມາຊິກສ້າງຕັ້ງ ພັກລັດຖະບານເອທີໂອເປຍວ່າ ກຸ່ມຝ່າຍຄ້ານ ແລະສື່ມວນຊົນຢູໂຣບເວົ້າໂຍກເກີນຄວາມເປັນຈິງກ່ຽວກັບ ບັນຫາສຸຂະພາບຂອງນາຍົກ Meles Zenawi.
ການສູ້ລົບກັນລະຫວ່າງຝ່າຍກະບົດ ກັບກໍາລັງທະຫານລັດຖະບານຊີເຣຍ ຍັງດຳເນີນຢູ່ຕໍ່ມາ ໃນນະຄອນຫລວງດາມັສກັສ ໃນວັນພະຫັດມື້ນີ້.
ພວກເຈົ້າໜ້າທີ່ບູນກາເຣຍວ່າ ຜູ້ວາງລະເບີດສະລະຊີບໄດ້ທຳການໂຈມຕີທີ່ຮ້າຍແຮງ ໃສ່ລົດເມຄັນນຶ່ງ ທີ່ບັນທຸກພວກນັກທ່ອງທ່ຽວ ອິສຣາແອລໃນມື້ວານນີ້.
ກໍາມະການສະພາອັງກິດວ່າ ຄວາມໝັ້ນໃຈໃນການແຂ່ງຂັນ ກິລາໂອລິມປິກທີ່ກຸງລອນດອນ ຫຼຸດໜ້ອຍລົງຍ້ອນການຮັກສາ ຄວາມປອດໄພບໍ່ພຽງພໍ.
ຣວັນດາແລະສາທາ ລະນະລັດຄົງໂກຕົກລົງກັນ ທີ່ຈະໃຊ້ກອງກໍາລັງທະຫານ ສາກົນ ເພື່ອຕໍ່ສູ້ກັບພວກກະບົດ ຢູ່ທາງພາກຕາເວັນອອກ ຂອງຄົງໂກ ແລະຍາມຊາຍແດນ.
ທ.ນ. ຄລິນຕັນຢູ່ໃນນະຄອນ Tel Aviv ເພື່ອທໍາກັນພົບປະທີ່ຄາດວ່າ ຈະເພັ່ງເລັງໃສ່ຂັ້ນຕອນການສ້າງສັນຕິພາບທີ່ຢຸດສະງັກ ຢູ່ໃນເຂດຕາເວັນອອກກາງ.
New Zealand ປະກາດຫ້າມ ໃຊ້ຢາເມັດພາຣຕີ ແລະກັນ ຊາປອມ-ຊຶ່ງເປັນຢາທີ່ພາໃຫ້ມີຄວາມຮູ້ສຶກ ທີ່ເອີ້ນກັນວ່າ ຟຸ້ງຊານ ເວັ້ນເສຍແຕ່ວ່າຜູ້ຜະ ລິ
ປະຊາຊົນຢູ່ພາກຕາເວັນຕົກ ສຽງໃຕ້ຂອງຍີ່ປຸ່ນໄດ້ກັບຄືນມາ ບ້ານເຮືອນຂອງຕົນພາຍ ຫລັງທີ່ມີຝົນຕົກໜັກທີ່ສຸດ ໃນປະຫວັດສາດທີ່ພາໃຫ້ມີນໍ້າຖ້ວມ ຢ່າງໃຫຍ່.
ກໍາປັ່ນລົບຂອງຈີນ ທີ່ຄາຫາດຢູ່ໃນເຂດນ່ານນໍ້າທີ່ມີການຂັດແຍ່ງກັນຢູ່ໃກ້ກັບຟີລິບປິນ ໃນວັນພຸດແລ້ວນີ້ ສາມາດແລ່ນອອກໄປ ພວມມຸ້ງໜ້າກັບຄືນປະເທດ.
ຊິເຣຍປະຕິເສດວ່າ ກອງກໍາລັງທະຫານຂອງ ລັດຖະບານບໍ່ໄດ້ໃຊ້ອາວຸດໜັກ ແລະເຮືອບິນລົບໃນການ ປະຕິບັດງານທາງທະຫານ ທີ່ຖືກກ່າວປະນາມໂດຍສາກົນ ຢ່າງກວ້າງຂວາງ.
ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບ ອາຟຣິກາເຕືອນວ່າພວກ ນັບຖືສາສະໜາອິສລາມຫົວຮຸນແຮງ ຢູ່ພາກເໜືອຂອງມາລີ ມີແຜນສ້າງຕັ້ງ ບ່ອນຫຼົບລີ້ແຫ່ງໃໝ່.
ໂຫລດຕື່ມອີກ