ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໄປພົບພໍ້ກັບ ຄອບຄົວ ຂອງຜູ້ເຄາະຮ້າຍ ຈາກການສັງຫານໝູ່ ຢູ່ລັດໂຄໂລຣາໂດ (ສະໄລດ໌)


ເຈົ້າໜ້າທີ່ທີມງານ SWAT ຢືນຍາມຢູ່ໃກ້ອາພາດເມັນ ທີ່ມືປືນຫ້າງລະເບີດໄວ້ເພື່ອສັງຫານຜູ້ໃດກໍຕາມ ທີ່ຈະເຂົ້າໄປ ໃນຫັ້ນກ່ອນໝູ່ ທີ່ເມືອງ Aurora ລັດໂຄໂລຣາໂດ
ເຈົ້າໜ້າທີ່ທີມງານ SWAT ຢືນຍາມຢູ່ໃກ້ອາພາດເມັນ ທີ່ມືປືນຫ້າງລະເບີດໄວ້ເພື່ອສັງຫານຜູ້ໃດກໍຕາມ ທີ່ຈະເຂົ້າໄປ ໃນຫັ້ນກ່ອນໝູ່ ທີ່ເມືອງ Aurora ລັດໂຄໂລຣາໂດ

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ເດີນທາງໄປຢ້ຽມຢາມລັດໂຄໂລຣາໂດ
ໃນວັນອາທິດມື້ນີ້ ເພື່ອພົບພໍ້​ພວກຄອບຄົວທີ່ສູນເສຍສະມາຊິກໄປ ໃນການສັງຫານໝູ່
ທີ່ໂຮງສາຍຮູບເງົາ ໃກ້ນະຄອນແດນເວີ ທີ່ໄດ້ເຮັດໃຫ້ 12 ຄົນເສຍຊີວິດ ລວມທັງເດັກຍິງ
ອາຍຸ 6 ປີ ແລະເຮັດໃຫ້ອີກຫລາຍສິບຄົນ ໄດ້ຮັບບາດເຈັບ.

ໃນ​ວັນ​ເສົາວານນີ້ ຊ່ຽວຊານດ້ານລະເບີດ ໄດ້ກໍາຈັດວັດຖຸລະເບີດໃຫຍ່ທັງໝົດ ທີ່ມືປືນ
​ໄດ້ຫ້າງ​ໄວ້​ເປັນ​ກັບ​ດັກ ຢູ່​ທີ່ອາພາດເມັນຂອງຕົນນັ້ນ.

ຫົວໜ້າ​ຕໍາຫລວດ​ຂອງເມືອງ Aurora ທ່ານ Dan Oates ເວົ້າວ່າ ອາພາດເມັນດັ່ງກ່າວ ແມ່ນໄດ້ຖືກຫ້າງລະເບີດໄວ້ ເພື່ອສັງຫານຜູ້ໃດກໍຕາມ ທີ່ຈະເຂົ້າໄປໃນຫັ້ນກ່ອນໝູ່ ຊຶ່ງ
ທ່ານກ່າວຕໍ່​ໄປວ່າ ກໍ​ຄົງຈະ​ແມ່ນເຈົ້າໜ້າທີ່ຕໍາຫລວດ ທີ່ຈະເຂົ້າໄປກ່ອນໝູ່ໝົດ.

ເບິ່ງຮູບສະໄລດ໌ກ່ຽວກັບການໄວ້ອາໄລແກ່ພວກໄດ້ຮັບເຄາະ:

ພວກເຈົ້າໜ້າທີ່ເວົ້າວ່າ ທ້າວ James Holmes ນັກຮຽນ ອາຍຸ 24 ປີ ​ໄດ້ຍິງປືນກວດ
​ເຂົ້າ​ໃສ່ຝຸງ​ຄົນ ຢູ່​ໃນໂຮງ​ສາຍຮູບ​ເງົາທີ່​ແອ​ອັດ​ແຫ່ງ​ນຶ່ງ​ໃນເຊົ້າວັນສຸກທີ່ຜ່ານມາ ທີ່​ເມືອງ
Aurora.

ທ້າວ Holmes ທີ່ປະກອບອາວຸດຢ່າງໜັກ ໄດ້​ຖືກ​ຈັບ​ໃນ​ທັນທີ ຢູ່ນອກໂຮງສາຍຮູບເງົາ​
ລຸນ​ຫຼັງການນອງເລືອດດັ່ງກ່າວ ຊຶ່ງຜູ້ກ່ຽວມີປືນຍາວນຶ່ງກະບອກ, ປືນລູກຊອງນຶ່ງກະບອກ, ປືນສັ້ນສອງກະບອກ, ໜ້າກາກກັນອາຍ​ແກ​ສ ແລະນຸ່ງເສື້ອກັນກະສູນປືນ. ​ເວລາ​ນີ້ ຜູ້ກ່ຽວ
ຖືກຂັງດ່ຽວຢູ່ໃນຄຸກ​ແຫ່ງນຶ່ງ.

XS
SM
MD
LG