ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຕັດການ ຊ່ວຍເຫລືອທາງທະຫານ ແກ່ປະເທດຣວັນດາ


ທະຫານຣວັນດາ ກໍາລັງຈະຂຶ້ນ ຍົນທະຫານຂອງສະຫະລັດ ທີ່ເດີ່ນບິນສາກົນ ເມືອງຫລວງ Kigali, ວັນທີ 17 ກໍລະກົດ 2005.
ທະຫານຣວັນດາ ກໍາລັງຈະຂຶ້ນ ຍົນທະຫານຂອງສະຫະລັດ ທີ່ເດີ່ນບິນສາກົນ ເມືອງຫລວງ Kigali, ວັນທີ 17 ກໍລະກົດ 2005.

ສະຫະລັດໄດ້ຕັດການຊ່ວຍເຫລືອທາງ​ທະຫານແກ່ປະ​ເທດຣວັນດາ ໂດຍອ້າງ​ເຖິງ
ຄວາມວິຕົກກັງວົນ ທີ່ວ່າລັດຖະບານໃນເມືອງຫລວງ Kigali ກໍາລັງໃຫ້ການສະໜັບ
ສະໜູນແກ່ພວກກະບົດຢູ່ໃນປະເທດເພື່ອນບ້ານ ສາທາລະນະລັດປະຊາທິປະ​ໄຕ ຄົງໂກ.

ກະຊວງການຕ່າງປະເທດສະຫະລັດ ເວົ້າໃນວັນເສົາວານນີ້ວ່າ ຕົນມີຫລັກຖານທີ່ສະ
ແດງໃຫ້ເຫັນວ່າ ຣວັນດາກໍາລັງໃຫ້ການຊ່ວຍເຫລືອແກ່ ກຸ່ມກະບົດຊາວຄົງໂກ, ລວມ
ທັງກຸ່ມ M23 ​ແລະວ່າ ຕົນຈະກັກເງິນ ຊ່ວຍເຫລືອ 2 ແສນໂດລາ ທີ່ໄດ້ສັນຍາວ່າຈະ
ໃຫ້ການຊ່ວຍເຫລືອແກ່ ໜ່ວຍງານຝຶກອົບຮົມທາງທະຫານນັ້ນ. ລັດຖະບານຣວັນດາ
ໄດ້ປະຕິ ເສດມາໂດຍຕະຫລອດວ່າ ບໍ່ໄດ້ໃຫ້ການຊ່ວຍເຫລືອແກ່ພວກກະບົດ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານນະຄອນວໍຊິງຕັນໄດ້ມີຂຶ້ນໃນເວລາ 1 ອາທິດ ລຸນຫລັງທີ່ປະທານາທິບໍດີ ຣວັນດາ ແລະປະທານາທິບໍດີ ສາທາລະນະລັດປະຊາທິ
ປະ​ໄຕຄົງໂກ ໄດ້ຕົກລົງກັນທີ່ຈະໃຊ້ກອງກໍາລັງທະຫານສາກົນ ເພື່ອຕໍ່ສູ້ກັບພວກກະ
ບົດຢູ່ທາງພາກຕາເວັນອອກຂອງຄົງໂກແລະລາດຕະເວນຢູ່ຕາມຊາຍແດນຂອງສອງ ປະເທດ.

ກອງທັບຄົງໂກໄດ້ພະຍາຍາມມາເປັນເວລາຫລາຍປີ ​ໂດຍ​ໄດ້​ຮັບຜົນ ສໍາເລັດໜ້ອຍ
ຫລາຍ ໃນການປາບກຸ່ມກະບົດຕ່າງໆ ຢູ່ໃນບັນດາແຂວງທາງພາກຕາເວັນອອກຂອງ
ປະເທດທີ່ບໍ່​ສະ​ງົບ ແລະອຸດົມສົມບູນໄປດ້ວຍແຮ່ທາດນັ້ນ.

ກຸ່ມກະບົດ M23 ປະກອບ​ດ້ວຍພວກອະດີດທະຫານທີ່ເຊື່ອກັນວ່າ ມີຄວາມຈົງຮັກພັກ
ດີ ຕໍ່ທ່ານ Bosco Ntaganda ຂຸນເສິກ ທີ່ສານອາຍາສາກົນຕ້ອງການຕົວ ໃນຂໍ້ຫາກໍ່
ອາຊະຍາກໍາສົງຄາມ.

XS
SM
MD
LG