ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຢາທີ່ມີຊື່ວ່າ surfactant ຊ່ວຍຊີວິດຂອງເດັກ ເກີດກ່ອນກໍານົດ ທີ່ຫາຍໃຈຝືດໄດ້ (ວີດີໂອ)


ນັກຄົ້ນຄວ້າຊື່ ດຣ. Mary Ellen Avery, (ກາງ) ເຮັດວຽກໃນປີ 1977
ນັກຄົ້ນຄວ້າຊື່ ດຣ. Mary Ellen Avery, (ກາງ) ເຮັດວຽກໃນປີ 1977

ເຮົາ​ຂໍ​ສະ​ເໜີສາລະຄະດີການແພດຂອງພະ​ແນ​ກພາສາ​ອັງກິດ​ພິ​ເສດ ຫລື Special English Health Report ຂອງວີໂອເອ. ເມື່ອໄວໆມານີ້ ພວກເຮົາໄດ້ເວົ້າເຖິງການຄົ້ນຄວ້າທີ່ພົບວ່າ ມີຫລາຍກວ່າ 10% ຂອງເດັກເກີດໃໝ່ຢູ່ໃນໂລກ ແມ່ນເກີດກ່ອນກໍານົດ. ບັນຫາໂດຍທົ່ວໄປ ຂອງເດັກທາຣົກເກີດກ່ອນກໍານົດ ແມ່ນເປັນພະຍາດທີ່ກ່ຽວຂ້ອງກັບລະບົບຫາຍໃຈເພາະວ່າ ປອດແມ່ນອະໄວຍະວະອັນນຶ່ງ ທີ່ຖືກພັດທະນາ ສຸດທ້າຍໝູ່ ໃນເວລາເດັກຢູ່ໃນທ້ອງແມ່. ແຕ່ ວ່າຢາ ທີ່ມີຊື່ວ່າ surfactant ຫລືສານຊ່ວຍຫລຸດຜ່ອນການຮຸກຖູໃນປອດ ສາມາດຊ່ວຍຊີວິດ ຂອງເດັກທີ່ຫັນໃຈຝືດໄດ້. Jim Tedder ຜູ້ສື່ຂ່າວວີໂອເອ ມີ​ລາຍງານ​ກ່ຽວກັບ​ເລື້ອງນີ້ ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ເລື້ອງຂອງຢາທີ່ຊ່ວຍຊີວິດຄົນໄວ້ໄດ້ເລື້ອງນີ້ີ້ ເລີ້ມຕົ້ນດ້ວຍການຄົ້ນພົບ ໃນປີ 1959
ໂດຍນັກຄົ້ນຄວ້າຊື່ Mary Ellen Avery. ທ່ານນາງໄດ້ເລົ່າເລື້ອງນີ້ໃຫ້ວາລະສານ
Children’s news ຢູ່ໂຮງໝໍສໍາລັບເດັກຂອງເມືອງ Boston ຟັງໃນປີ 2005 ຊຶ່ງຢູ່ທີ່
ນັ້ນ ທ່ານນາງໄດ້ເປັນຜູ້ຍິງຄົນທໍາອິດ ທີ່ເປັນຫົວໜ້າພວກແພດໝໍ.

ທ່ານນາງ Avery ໄດ້ທໍາການຄົ້ນຄວ້າທີ່ໂຮງຮຽນແພດສາດຂອງມະຫາວິທະຍາໄລ
Harvard ຊຶ່ງ​ໄດ້​ມີ​ການ​ຮ້ອງ​ຂໍ​ໃຫ້ທ່ານນາງທຳ​ການຄົ້ນຄວ້າ​ເພີ່ມ ຕື່ມກ່ຽວກັບຟອງ ທີ່ກໍ່ຕົວຂຶ້ນຢູ່ໃນປອດຂອງຄົນ ທີ່ມີອາການທີ່ເອີ້ນວ່າ ປອດບວມຫລື ນໍ້າຖ້ວມປອດນັ້ນ.
ໃນເວລາກາງຄືນ ທ່ານນາງເຮັດວຽກຢູ່ໃນຫ້ອງປະສູດຂອງໂຮງໝໍແຫ່ງນຶ່ງ ຊຶ່ງທ່ານນາງ ໄດ້ເຫັນເດັກທາຣົກເກີດກ່ອນກໍານົດຫລາຍຄົນ ທີ່ມີພະຍາດເນື້ອເຍື່ອໃສໆຫຸ້ມເຊລ ຊຶ່ງ ດຽວນີ້ເອີ້ນວ່າອາການຂອງໂຣກຫາຍໃຈຝືດ.

ທ່ານນາງໄດ້ກວດເບິ່ງປອດຂອງເດັກທາຣົກທີ່ເສຍຊີວິດໄປ ແລະກໍໄດ້ພົບວ່າ ຢູ່ໃນປອດ ຂອງພວກເດັກເຫລົ່ານັ້ນບໍ່ມີ​ລົມເລີຍ ແລ້ວຈາກນັ້ນທ່ານນາງ ກໍໄດ້ຄົ້ນພົບສາເຫດຂອງ
ມັນ. ທ່ານນາງ ບອກວ່າ:

ວັດຖຸທີ່ສໍາຄັນ ກໍຄືຟອງ​ລົມນັ້ນບໍ່ມີ ແລະພວກເຂົາ ກໍພະຍາຍາມ​ເຮັດໃຫ້ປອດໂພງ
ຂຶ້ນໄດ້ຢ່າງລໍາບາກຫລາຍ.
ທໍາມະຊາດໄດ້ເອົາຟອງລົມອັນນີ້ ຫລື ສານຊ່ວຍຫລຸດ
ຜ່ອນການຮຸກຖູໃນປອດ ທີ່ເອີ້ນວ່າ
surfactant ເຂົ້າໄປໄວ້ໃນປອດເພື່ອຊ່ວຍຫລຸດ ຜ່ອນຄວາມເຄັ່ງຕຶງຂອງພື້ນຜີວປອດ. ຄົນເຮົາບໍ່ສາມາດມີຊ່ອງຫວ່າງທີ່ຈະສູບອາ ກາດເຂົ້າໄປເພື່ອເຮັດໃຫ້ປອດໂພງຂຶ້ນໄດ້ ຖ້າຫາກບໍ່ມີສິ່ງນີ້.”

ເບິ່ງວີດິໂອເລື້ອງທີ່ກ່ຽວຂ້ອງກັນ ແລະຮຽນພາສາອັງກິດໄປພ້ອມ

ເດັກທາຣົກ ປົກກະຕິ ຈະພັດທະນາສິ່ງຫຸ້ມຫໍ່ອັນນີ້ ໃນເວລາທີ່ພວກເຂົາຍັງຢູ່ທ້ອງແມ່ ແຕ່ ວ່າເດັກທີ່ເກີດກ່ອນກໍານົດບໍ່ໄດ້ຜ່ານການພັດທະນາແນວນັ້ນ.

ໃນທີ່ສຸດ ໃນປີ 1980 ທ່ານໝໍປົວເດັກຍີ່ປຸ່ນຄົນນຶ່ງ, ທ່ານ Tetsuro Fujiwara ໄດ້ພິມ
ເຜີຍແຜ່ການສຶກສາຄົ້ນຄວ້າບັ້ນນຶ່ງ ກ່ຽວກັບສານຊ່ວຍຫລຸດຜ່ອນການຮຸກຖູໃນປອດ
ທຽມ. ສານນີ້ສາມາດເອົາໃສ່ໃຫ້ແກ່ເດັກທາຣົກທີ່ມີບັນຫາດ້ານນີ້ ແລະພາຍໃນບໍ່ເທົ່າ
ໃດນາທີ ເດັກຜູ້ນັ້ນກໍຈະຫາຍໃຈໄດ້ໂລດ.

ປະຊາຄົມທາງການແພດໄດ້ໃຊ້ເວລາຫລາຍປີຈຶ່ງພາກັນຮັບຮູ້ເອົາການຄົ້ນພົບຂອງ ດຣ.
Avery ແຕ່ຢ່າງໃດກໍຕາມໃນເວລາໃຫ້ການສໍາພາດ ຢູ່ໂຮງຮຽນແພດສາດຂອງມະຫາ
ວິທະຍາໄລ Harvard ໃນປີ 1982 ນັ້ນ ທ່ານນາງບອກວ່າ ຕົນຈະບໍ່ຍອມລົດລະຄວາມ
ຕັ້ງໃຈຂອງຕົນຈັກເທື່ອ. ທ່ານນາງ Mary Ellen Avery ເວົ້າວ່າ

ຂ້າພະເຈົ້າຄຶດວ່າການຢຶດໝັ້ນໃນສິ່ງຕົນເຮັດນັ້ນແມ່ນສໍາຄັນ. ການຮູ້ວ່າຕົນເອງ
ຢາກເຮັດຫຍັງ ແລະກໍບໍ່ທໍ້ຖອຍໃຈແມ່ນເລື້ອງຕົ້ນຕໍ, ໂດຍ ສະເພາະແມ່ນໃນດ້ານ
ການຄົ້ນຄວ້າ ທ່ານຮູ້ບໍ່ ເຮົາມັກຈະທຳ​ການຄົ້ນຄວ້າ​ຢູ່​ສະ​ເໝີໃນ​ສິ່ງທີ່ພວກເຮົາບໍ່ຮູ້. ແລະເຮົາກໍຕ້ອງໃຊ້ເວລາເປັນຫລາຍເດືອນເພື່ອຈະພະຍາຍາມພິສູດ ອັນໃດອັນນຶ່ງ
ເພື່ອພຽງຈະໃຫ້ພົບວ່າ ຕົນເອງໄດ້ທໍາຄວາມຜິດພາດ ຢ່າງໜັກ ແລະເຮົາກໍຕ້ອງ
ຍິນດີທີ່ຈະເວົ້າວ່າ ການໃຊ້ຊີວິດຫົກເດືອນຂອງຕົນ ແລະການເຮັດວຽກຢ່າງໜັກ ແມ່ນເສຍໄປໂດຍເປົ່າປະໂຫຍດແລ້ວ ເຮົາກໍຕ້ອງເລີ້ມເຮັດໃໝ່ຄືນ ອີກໝົດ.”

ດຣ. Anne Hansen ປະຈໍາຢູ່ຫ້ອງມໍລະສຸມຂອງໂຮງໝໍສໍາລັບເດັກ ທີ່ເມືອງບອສເຕິນ
ຈໍາໄດ້ວ່າ ເທື່ອທໍາອິດທີ່ທ່ານນາງໄດ້ຍິນເລື້ອງກ່ຽວ ກັບດຣ. Avery ແມ່ນໃນປີ 1990 ໃນໄລຍະທີ່ລັດຖະບານກໍາລັງດຳ​ເນີນຂັ້ນຕອນການອະນຸມັດ ສານຊ່ວຍຫລຸດຜ່ອນການ ຮຸກຖູໃນປອດທີ່ຫາກໍ່ເລີ້ມໃໝ່ ທີ່ມີຊື່ວ່າ Exosurf. ທ່ານໝໍຍາມທີ່ເຮັດວຽກກັບທ່ານນາງ
ຢູ່ຫ້ອງນັ້ນ ເວົ້າໃຫ້ທ່ານນາງຟັງ. ທ່ານນາງອະທິບາຍດັ່ງນີ້:

ນາງ Lauren ແລະທ້າວ David Perkins ຖ່າຍຮູບກັບລູກນ້ອຍ 3 ຄົນໃນຈໍານວນ 6 ຄົນຂອງພວກເຂົາເຈົ້າ ທີ່ເກີດກ່ອນກໍານົດ ທີ່ໂຮງໝໍສໍາລັບເດັກຂອງລັດເທັກຊັສ ໃນເດືອນເມສາທີ່ຜ່ານມາ
ນາງ Lauren ແລະທ້າວ David Perkins ຖ່າຍຮູບກັບລູກນ້ອຍ 3 ຄົນໃນຈໍານວນ 6 ຄົນຂອງພວກເຂົາເຈົ້າ ທີ່ເກີດກ່ອນກໍານົດ ທີ່ໂຮງໝໍສໍາລັບເດັກຂອງລັດເທັກຊັສ ໃນເດືອນເມສາທີ່ຜ່ານມາ

ດຣ. Anne Hansen ເວົ້າວ່າ
ແລະທ່ານໝໍປະຈໍາການທີ່
ຂ້ອຍເຮັດ ວຽກນໍານັ້ນເວົ້າວ່າ
ເມື່ອເຈົ້າຖືກຍາມໃນຄືນມື້ນີ້ີ້
ຖ້າຫາກມີເດັກທາຣົກເກີດມາ
ແລະເກີດກ່ອນກໍານົດ ເຈົ້າ
ຄວນເຝົ້າເບິ່ງປະຫວັດລັກສະ
ນະຂອງພະຍາດຢ່າງໃກ້ຊິດ
ເພາະວ່າ ຄືນນີ້ເປັນຄືນສຸດ
ທ້າຍ ກ່ອນທີ່ພວກເຮົາ ຈະ
ເລີ້ມເອົາສານ Exosurf ໃສ່
ໃຫ້ເດັກທາຣົກທີ່ເກີດກ່ອນກໍານົດຂອງເຮົາທຸກຄົນ ສະນັ້ນນີ້ຄືໂອກາດສຸດທ້າຍໃນຊີວິດ
ຂອງເຈົ້າທີ່ຈະໄດ້ເຫັນວ່າ ເດັກເກີດກ່ອນກໍານົດຈະເຮັດແນວໃດ ຖ້າຫາກພວກເຂົາບໍ່ໄດ້
ຮັບສານ Exosurf. ແລະຈາກນັ້ນ ທ່ານໝໍຍາມຜູ້ນັ້ນກໍໄດ້ເລົ່າເລື້ອງຂອງ
ດຣ. Avery
ແລະການຄົ້ນພົບຂອງທ່ານນາງໃຫ້ຂ້ອຍຟັງໝົດ.”

ດຣ. Mary Ellen Avery ຮວມອາຍຸໄດ້ 84 ປີ ໃນເວລາທ່ານນາງເສຍຊີວິດ ໃນວັນທີ 4
ເດືອນທັນວາ ປີກາຍນີ້.

ແລະນັ້ນກໍຄືລາຍງານ Special English Education ຂອງວີໂອເອ

XS
SM
MD
LG