ສະມາຊິກຄົນນຶ່ງທີ່ເປັນຜູ້ສ້າງ
ຕັ້ງພັກລັດຖະບານທີ່ປົກຄອງ
ປະເທດເອທີໂອເປຍໃນປັດຈຸ
ບັນ ໄດ້ກ່າວຫາກຸ່ມຝ່າຍຄ້ານ
ແລະສື່ມວນຊົນຢູໂຣບວ່າ ເວົ້າ
ໂຍກເກີນຄວາມເປັນຈິງ ກ່ຽວ
ກັບບັນຫາທາງສຸຂະພາບຂອງ
ນາຍົກລັດຖະມົນຕີ Meles Zenawi.
ມີລາຍງານຂ່າວທີ່ຂັດແຍ້ງກັນ
ກ່ຽວກັບອາການຂອງນາຍົກ
ລັດຖະມົນຕີທີ່ດໍາລົງຕໍາແໜ່ງ
ມາເປັນເວລາຍາວນານ ທີ່ບໍ່ໄດ້
ປະກົດຕົວຕໍ່ປວງຊົນມາເປັນເວລາ 2 ອາທິດແລ້ວ.
ໃນການໃຫ້ສໍາພາດຕໍ່ ວີໂອເອນັ້ນ ທ່ານ Sibhat Nega ຈາກແນວໂຮມປົດປ່ອຍປະຊາຊົນ
Tigrai ທີ່ປົກຄອງເອທີໂອເປຍ ໃນປັດຈຸບັນ ໄດ້ປະຕິເສດຕໍ່ລາຍງານຂ່າວຂອງສື່ມວນຊົນຢູ
ໂຣບ ທີ່ເວົ້າວ່າ ທ່ານ Meles ກໍາລັງມີອາການສາຫັດ ແລະຮັກສາຕົວຢູ່ໃນໂຮງໝໍ Saint Luc ທີ່ນະຄອນ Brussels ປະ ເທດແບລຢ້ຽມ.
ຄໍາຖະແຫລງການຂອງ ທ່ານ Nega ແມ່ນກົງກັນກັບຄໍາເວົ້າຂອງພວກເຈົ້າໜ້າ ທີ່ລັດຖະບານ ທີ່ໄດ້ກ່າວຕໍ່ວີໂອເອໃນວັນພຸດວານນີ້ວ່າ ທ່ານນາຍົກລັດຖະມົນຕີ ທີ່ມີອາຍຸ 57 ປີນັ້ນກໍາລັງ
ປ່ວຍ ແຕ່ກໍບໍ່ໄດ້ປ່ວຍເຖິງຂັ້ນສາຫັດ.
ທ່ານ Nega ຊຶ່ງເປັນເພື່ອນຂອງທ່ານ Meles ເວົ້າວ່າ ບັນຫາດັ່ງກ່າວບໍ່ໄດ້ທໍາໃຫ້ຊາວເອ ທີໂອເປຍສ່ວນໃຫຍ່ກັງວົນໃຈແຕ່ຢ່າງໃດ. ທ່ານໄດ້ກ່າວຫາກຸ່ມຝ່າຍຄ້ານວ່າ ກໍາລັງພະ ຍາຍາມສວຍໃຊ້ອາການປ່ວຍຂອງທ່ານ Meles ເພື່ອໃຫ້ຝ່າຍຕົນເອງໄດ້ປຽບ.