ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣວັນດາ ແລະຄົງໂກ ຕົກລົງ ໃຊ້ກອງກໍາລັງ ທະຫານສາກົນ ເພື່ອສູ້ລົບ ກັບພວກກະບົດ


ທ່ານ Jean
Ping, ປະທານຂອງກໍາມະການສະຫະພັນອາຟຣິກກາ ຫລື AU ກ່າວໃນວັນອາທິດວານນີ້ວ່າ ກຸ່ມປະ ເທດໃນຂົງເຂດ ຍິນດີທີ່ຈະປະກອບສ່ວນເຂົ້າການຕໍ່ສູ້ຕ້ານກັບກໍາລັງຂອງພວກກະບົດ ໃນພາກຕາເວັນອອກ ຂອງຄົງໂກ
ທ່ານ Jean Ping, ປະທານຂອງກໍາມະການສະຫະພັນອາຟຣິກກາ ຫລື AU ກ່າວໃນວັນອາທິດວານນີ້ວ່າ ກຸ່ມປະ ເທດໃນຂົງເຂດ ຍິນດີທີ່ຈະປະກອບສ່ວນເຂົ້າການຕໍ່ສູ້ຕ້ານກັບກໍາລັງຂອງພວກກະບົດ ໃນພາກຕາເວັນອອກ ຂອງຄົງໂກ

ປະທານາທິບໍດີ ຣວັນດາ ແລະສາທາລະນະລັດຄົງໂກຕົກລົງກັນ ທີ່ຈະໃຊ້ກອງກໍາລັງ
ທະຫານສາກົນ ເພື່ອຕໍ່ສູ້ກັບພວກກະບົດຢູ່ທາງພາກຕາເວັນອອກຂອງຄົງໂກ ແລະລາດ ຕະເວນຢູ່ຕາມຊາຍແດນຂອງສອງປະເທດດັ່ງກ່າວ.

ປະທານາທິບໍດີ ຣວັນດາ ທ່ານ Paul Kagame ແລະ ປະທານາທິບໍດີຄົງໂກ Joseph
Kabila ໄດ້ພົບປະກັນໃນວັນອາທິດວານນີ້ ນອກກອງປະຊຸມສຸດຍອດຂອງສະຫະພັນອາ
ຟຣິກກາ ທີ່ດໍາເນີນໄປເປັນເວລາສອງ ວັນຢູ່ປະເທດເອທີໂອເປຍ.

ຄົງໂກ ແລະຣະວັນດາ ມັກຈະປ່ຽນກັນກ່າວຫາຊຶ່ງກັນແລະກັນວ່າ ໃຫ້ການສະໜັບສະໜູນຢູ່ ເບື້ອງຫລັງຂອງພວກກຸ່ມກະບົດທີ່ຕໍ່ຕ້ານກັນ ຊຶ່ງເປັນການກ່າວຫາທີ່ລັດຖະບານທັງຂອງກຸງ
Kigali ແລະ ກຸງ Kinshasa ປະຕິເສດ.

ພວກເຈົ້າໜ້າທີ່ດ່ັງກ່າວບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຂະໜາດກອງກໍາລັງທະຫານຫລື
ອໍານາດທີ່ກໍາລັງດັ່ງກ່າວໄດ້ຖືກມອບໝາຍ, ວັນທີຈະຖືກນໍາໃຊ້ຫລື ວ່າພວກທະຫານດັ່ງ
ກ່າວຈະມາຈາກໃສ. ປະທານຂອງກໍາມະການສະຫະພັນອາຟຣິກກາ ຫລື AU ທ່ານ Jean
Ping ກ່າວໃນວັນ ອາທິດວານນີ້ວ່າ ກຸ່ມປະເທດໃນຂົງເຂດ ຍິນດີທີ່ຈະປະກອບສ່ວນເຂົ້າໃນ ການຕໍ່ສູ້ຕ້ານກັບກໍາລັງຂອງພວກກະບົດດັ່ງກ່າວ.

XS
SM
MD
LG