ທີ່ປະເທດຈີນຝົນຕົກແຮງທີ່ສຸດທີ່ໄດ້ກະໜໍ່າໃສ່ນະຄອນຫລວງປັກກິ່ງໃນ
ຮອບ 6 ທົດສະວັດນັ້ນໄດ້ສັງຫານຢ່າງໜ້ອຍ 10 ຄົນ ແລະໄດ້ບັງຄັບໃຫ້
ປະຊາຊົນຢ່າງນ້ອຍ 5 ໝື່ນຄົນຕ້ອງໄດ້ຍົກຍ້າຍໜີຈາກບ້ານເຮືອນໄປຢູ່
ບ່ອນອື່ນ.
ອົງການຂ່າວຊິນຫົວຂອງລັດລາຍງານຂ່າວໃນວັນອາທິດມື້ນີ້ວ່າ ນໍ້າຖ້ວມ
ຢ່າງຂະໜານໃຫຍ່ ໄດ້ເຮັດໃຫ້ຊາວເມືອງຫລາຍໆຄົນຕົກຄ້າງຢູ່ກັບບ່ອນ
ແລະລົດລາຫລາຍໆຄັນ ໄຫລໄປຕາມຖະໜົນຫົນທາງ.
ຊິນຫົວລາຍງານອີກວ່າ ເດີ່ນບິນສາກົນປັກກິ່ງໄດ້ລົບລ້າງຖ້ຽວບິນຫລາຍ
ຮ້ອຍຖ້ຽວ ສົ່ງຜົນໃຫ້ພວກຄົນເດີນທາງຕົກຄ້າງຢູ່ສະໜາມບິນຢ່າງໜ້ອຍ
8 ໝື່ນຄົນ.
ເຈົ້າໜ້າທີ່ເວົ້າວ່າ ເຂດອອ້ມແອ້ມນະຄອນຫລວງປັກກິ່ງໄດ້ຮັບນໍ້າຝົນໃນອັດ
ຕາສະເຫລ່ຍ 17 ຊັງຕີແມດ ແຕ່ບາງເຂດເຊ່ນເຂດຄຸ້ມ Fangshan ມີຝົນຕົກ
ຫລາຍຮອດ 46 ຊັງຕີແມດ. ພາຍຸຝົນທີ່ໄດ້ເລິ່ມມາແຕ່ວັນເສົາວານນີ້ ອາດຈະ
ຕົກໄປຮອດແລງວັນຈັນມື້ອື່ນ.