ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີຊ່ອງຫວ່າງ ໃນການກວດ ປະຫວັດນັກສຶກສາ ຕ່າງປະເທດ ທີ່ຝຶກບິນ ໃນ ສຫລ (ວີດິໂອ)


ເບິ່ງວິດີໂອພາສາອັງກິດ

ລາຍງານໃໝ່ຂອງລັດຖະບານສະຫະລັດເວົ້າວ່າ ​ນັກ​ສຶກສາ​ຕ່າງປະ​ເທດບາງຄົນ ​ທີ່​ຈົບ ການຝຶກບິນຢູ່ໃນສະຫະລັດໃນຊຸມປີໝໍ່ໆມານີ້ ບໍ່ໄດ້ຜ່ານ ການກວດກາທີ່ໃຊ້ຂໍ້ມູນບັນທຶກ ດ້ານກໍ່ການຮ້າຍລ່ວງ​ໜ້າ ແຕ່ຢ່າງໃດເລີຍ.

ລາຍງານໃນວັນພຸດວານນີ້ ຈາກຫ້ອງການຮັບຜິດຊອບຂອງລັດຖະບານ ສະຫະລັດເວົ້າວ່າ ໂຮງຮຽນສອນຂັບຍົນພານິດຂອງອາເມຣິກາ ຍັງອາດສືບ​ຕໍ່ໃຫ້ການຝຶກອົບຮົມແກ່ພວກທີ່ສາ
ມາດເປັນຜູ້ກໍ່ການຮ້າຍໄດ້ໂດຍບໍ່ຮູ້ ສຶກຕົວ. ພວກກໍ່ການຮ້າຍ al-Qaida ບາງຄົນ ທີ່ເອົາ
​ເຮືອບິນສະຫະລັດບິນ​ເຂົ້າຕໍາສູນກາງການຄ້າໂລກຫຼື World Trade Center ທີ່ນະຄອນ
ນີວຢອກ, ທໍານຽບຫ້າແຈ ​ແລະ​ທົ່ງ​ແຫ່ງ​ນຶ່ງຢູ່ລັດ Pennsylvania ໃນວັນທີ 11 ກັນຍາປີ
2001 ນັ້ນ ແມ່ນໄດ້ຮັບການຝຶກອົບຮົມຢູ່ໃນສະຫະລັດ.

ມີຫລາຍກວ່າ 3 ພັນຄົນໄດ້ເສຍຊີວິດໃນການໂຈມຕີໃນຄັ້ງນັ້ນ.

ພາຍຫລັງການ​ໂຈມ​ຕີ​ໃນວັນທີ 11 ກັນຍາປີ 2001 ເປັນຕົ້ນມາ ລັດຖະບານສະຫະລັດໄດ້
ຕັ້ງກົດລະບຽບເພື່ອຮັບປະກັນວ່າ ນັກ​ສຶກສາຕ່າງປະ​ເທດ ທັງ​ໝົດໃນຂະແໜງການບິນ ຈະ
ຕ້ອງ​ໄດ້​ມີການກວດປະຫວັດດ້ານອາຍາ ແລະກວດເບິ່ງວ່າມີຊື່ຢູ່ໃນບັນຊີຂອງພວກກໍ່ການ
ຮ້າຍຫຼືບໍ່. ແຕ່ຢ່າງໃດກໍຕາມ ໂຮງຮຽນບາງແຫ່ງ ຍັງບໍ່ໄດ້ປະຕິບັດຕາມຂັ້ນຕອນ ໃນດ້ານ
ການຮັກສາ ຄວາມປອດໄພຕ່າງໆເຫລົ່ານີ້.

XS
SM
MD
LG