ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປັ່ນລົບ ຂອງຈີນ ທີ່ໄປຄາຫາດ ຢູ່ໃກ້ກັບ ຟີລິບປິນ ກໍາລັງເດີນທາງ ມຸ້ງໜ້າ ກັບຄືນປະເທດ


ພາບຖ່າຍທາງອາກາດຂອງເກາະແຫ່ງນຶ່ງ ຊຶ່ງເປັນສ່ວນນຶ່ງຂອງໝູ່ເກາະ Spratly ເຂດນ່ານນໍ້າທີ່ມີການຂັດແຍ່ງກັນ ຢູ່ໃກ້ກັບຊາຍຝັ່ງທາງຕາເວັນຕົກຟີລິບປິນ ຢູ່ທະເລຈີນໃຕ້ ບ່ອນທີ່ກໍາປັ່ນລົບລຳນຶ່ງຂອງຈີນແລ່ນໄປຄາຫາດ ໃນວັນພຸດແລ້ວນີ້
ພາບຖ່າຍທາງອາກາດຂອງເກາະແຫ່ງນຶ່ງ ຊຶ່ງເປັນສ່ວນນຶ່ງຂອງໝູ່ເກາະ Spratly ເຂດນ່ານນໍ້າທີ່ມີການຂັດແຍ່ງກັນ ຢູ່ໃກ້ກັບຊາຍຝັ່ງທາງຕາເວັນຕົກຟີລິບປິນ ຢູ່ທະເລຈີນໃຕ້ ບ່ອນທີ່ກໍາປັ່ນລົບລຳນຶ່ງຂອງຈີນແລ່ນໄປຄາຫາດ ໃນວັນພຸດແລ້ວນີ້

ກໍາປັ່ນລົບລຳ​ນຶ່ງຂອງຈີນທີ່ແລ່ນ​ໄປ​ຄາ​ຫາດ ຢູ່ໃນເຂດນ່ານນໍ້າທີ່ມີການຂັດແຍ່ງກັນ ຢູ່ ໃກ້ກັບຟີລິບປິນໃນວັນພຸດທີ່ຜ່ານມານັ້ນສາມາດ​ແລ່ນ​ອອກ​ໄປ​ຈາກ​ບໍລິ​ເວນ​ດັ່ງກ່າວ​ໄດ້​ແລ້ວໃນວັນອາທິດມື້ນີ້ແລະພວມເດີນທາງມຸ້ງໜ້າກັບຄືນປະເທດ. ຖະແຫລງການຂອງ ກະຊວງປ້ອງກັນປະເທດຈີນເວົ້າວ່າ ພະນັກງານຂອງຕົນປອດໄພ ແລະກໍ່າປັ່ນດັ່ງກ່າວ
ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍໜ້ອຍນຶ່ງ.

ກໍາປັ່ນຂອງ​ຈີນ​ລຳ​ນີ້ພວມ​ຢູ່​ໃນທະເລຈີນໃຕ້ ເວລາມັນ​ແລ່ນ​ໄປ​ຄາ​ຫາດທີ່ເປັນຮູບພະຈັນ
ເຄິ່ງດວງ ໃນບໍລິ​ເວນ​ໝູ່ເກາະ Spratly ປະມານ 110 ກິໂລແມັດ ຫ່າງຈາກແຄມຝັ່ງທະ
ເລ ເກາະປາລາວານຂອງຟີລິບປິນຢູ່ທາງຕາເວັນຕົກຂອງປະເທດນັ້ນ. ຫາດດັ່ງກ່າວນີ້ ແມ່ນຢູ່ພາຍໃນເຂດເສດຖະກິດພິ​ເສດຂອງຟີລິບປິນໂດຍ ຊຶ່ງ​ຕັ້ງຢູ່​ໃນລັດສະໝີ 370 ກິ
ໂລແມັດ ແລະຢູ່ໃນເຂດທີ່ເຊື່ອກັນວ່າ ມີຄວາມອຸດົມສົມບູນ​ໄປດ້ວຍແຮ່ທາດຕ່າງໆ​ນັ້ນ.

ຟີລິບປິນ, ຈີນ, ໄຕ້ຫວັນ, ບຣູໄນ, ມາເລເຊຍ ແລະຫວຽດນາມຕ່າງກໍໄດ້ອ້າງເອົາກໍາມະ
ສິດທັງໝົດ ຫລືບໍ່ກໍສ່ວນໃດສ່ວນນຶ່ງ​ຂອງໝູ່ເກາະ Spratly. ບັນຫາ ຂັດແຍ້ງດັ່ງກ່າວ​ໄດ້ທໍາລາຍບັນຍາກາດຂອງກອງປະຊຸມປະຈໍາປີຂອງລັດຖະມົນ ຕີກະຊວງການຕ່າງ
ປະເທດ​ ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ຫຼືອາ​
ຊ່ຽນ​ ທີ່ຈັດຂຶ້ນໃນອາທິດແລ້ວນີ້ ໃນກໍາປູເຈຍຊຶ່ງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ
​ຟີ​ລິບ​ປິນໄດ້ກ່າວຫາຈີນວ່າ ການບໍ່​ຊື່​ກົງຫຼອກລວງແລະ ​ໃຊ້ການນາບຂູ່.

ກະຊວງການຕ່າງປະເທດ​ຂອງຟີລິບປິນເວົ້າວ່າ ຕົນກໍາລັງຕິດຕາມແລະສືບສວນສອບ
ສວນ​ເບິ່ງສະພາບ ທີ່ພາໃຫ້ກໍ່າປັ່ນຂອງຈີນແລ່ນ​ໄປ​ຄາ​ຫາດດັ່ງກ່າວນັ້ນ.

XS
SM
MD
LG