ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

AU ເຕືອນວ່າ ພວກຫົວຮຸນແຮງ ຢູ່ມາລີ ມີແຜນສ້າງຕັ້ງ ບ່ອນ​ຫຼົບລີ້​ ແຫ່ງ​ໃໝ່


ນະຄອນຫລວງ Addis Ababa ຂອງເອທີໂອເປຍ ບ່ອນທີ່ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບອາຟຣິກາ ຫລື AU ຈັດກອງປະຊຸມຂຶ້ນໃນວັນເສົາວານນີ້


ສະພາສັນຕິພາບ ແລະຄວາມ
ໝັ້ນຄົງຂອງສະຫະພາບອາ
ຟຣິກາຫລື AU ທີ່ດໍາເນີນກອງ
ປະຊຸມຢູ່ນະຄອນຫລວງ Addis
Ababa ຂອງເອທີໂອເປຍ ໃນ
ວັນເສົາວານນີ້ ໄດ້ເຕືອນວ່າ
ພວກນັບຖືສາສະໜາອິສລາມ
ຫົວຮຸນແຮງຢູ່ພາກເໜືອຂອງ
ມາລີ ມີເຈດຕະນາທີ່ຈະສ້າງຕັ້ງ
ບ່ອນ​ຫຼົບລີ້​ແຫ່ງ​ໃໝ່ເພື່ອດຳ​ເນີນ ​ກິດຈະກໍາຂອງຕົນ.

ປະທານຂອງ AU ທ່ານ Jean Ping ເອີ້ນສະພາບການອັນນີ້ວ່າ ແມ່ນນຶ່ງໃນ ວິກິດ
ການທີ່ຮຸນແຮງທີ່ສຸດ ທີ່ທະວີບດັ່ງກ່າວກໍາລັງປະເຊີນໜ້າຢູ່
ແລະກໍາມະການສະພາສັນ ຕິພາບແລະຄວາມໝັ້ນຄົງຂອງ AU ທ່ານ Ramtane Lamara ເວົ້າວ່າການ​ເສີມ​ຂະ ຫຍາຍການຄວບຄຸມຂອງພວກກໍ່ການຮ້າຍ ແລະກຸ່ມອາດຊະຍາກໍາ ​ໃຫ້​ເຂັ້ມແຂງຂຶ້ນ ນັ້ນເປັນການນາບຂູ່ຕໍ່ສັນຕິພາບສາກົນ.

ພວກມຸສລິ​ມຫົວແຮງຈັດ ​ໄດ້​ເຂົ້າຄວບ​ຄຸມ​ເຂດທະເລຊາຍທີ່ກວ້າງໃຫຍ່ຢູ່ພາກເໜືອຂອງມາ
ລີ ຫຼັງຈາກ​ໄດ້​ມີ​ການ​ກໍ່ກະບົດ ໂດຍພວກແບ່ງແຍກດິນແດນ Tuareg.

AU ກໍາລັງດຳ​ເນີນ​ງານ​ຮ່ວມ​ກັບອົງການປະຊາ​ຄົມ​ເສດຖະກິດ​ບັນດາ​ລັດ​ອາ​ຟຣິກາ​ຕາ
​ເວັນຕົກ​ຫຼື ECOWAS ແລະອົງການສະຫະປະຊາຊາດເພື່ອສະໜັບສະໜຸນລັດຖະບານ
ຊົ່ວຄາວຂອງມາລີ ທີ່ສ້າງຕັ້ງຂຶ້ນພາຍຫລັງການກໍ່ລັດຖະປະຫານ ໃນວັນທີ 22 ເດືອນ
ມີນາຜ່ານມາ ແລະເພື່ອສົນທະນາກ່ຽວກັບທາງເລືອກຕ່າງໆ ເພື່ອຈະຮັບມືກັບພວກມຸສ
ລິ​ມຫົວຮຸນແຮງ.

XS
SM
MD
LG