ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນເຂົ້າເມືອງ 11 ຄົນ ເສຍຊີວິດ ຍ້ອນລົດຕໍາກົກໄມ້ ຢູ່ແຄມທາງ ໃນລັດເທັກຊັສ


ແຜນທີ່ລັດເທັກຊັສ ທີ່ລົດກະບະທີ່ບັນຈຸຄົນພວກຄົນເຂົ້າເມືອງ ຢ່າງແໜ້ນອັດ
​ແລ່ນໄປຕໍາກົກໄມ້ຢູ່ແຄມທາງດ່ວນເສັ້ນນຶ່ງ.
ແຜນທີ່ລັດເທັກຊັສ ທີ່ລົດກະບະທີ່ບັນຈຸຄົນພວກຄົນເຂົ້າເມືອງ ຢ່າງແໜ້ນອັດ ​ແລ່ນໄປຕໍາກົກໄມ້ຢູ່ແຄມທາງດ່ວນເສັ້ນນຶ່ງ.

ຕໍາຫລວດຢູ່ລັດເທັກຊັສ
ທາງຕາເວັນຕົກສຽງໃຕ້
ຂອງສະຫະລັດເວົ້າວ່າ ມີ
11 ຄົນເສຍຊີວິດ ແລະອີກ
12 ຄົນໄດ້ຮັບບາດເຈັບ
ລຸນຫລັງທີ່ລົດກະບະທີ່
ບັນຈຸຄົນຢ່າງແໜ້ນອັດ
​ແລ່ນໄປຕໍາກົກໄມ້ຕົ້ນນຶ່ງ
ຢູ່ແຄມທາງດ່ວນໃນເຂດ
ຊົນນະບົດແຫ່ງນຶ່ງ.

ພວກເຈົ້າໜ້າທີ່ ທີ່ກໍາລັງ
ສືບສວນອຸປະຕິເຫດລົດ
ດັ່ງກ່າວ ທີ່ເກີດຂຶ້ນຢູ່ໃກ້
ເມືອງ Belclair ຫ່າງຈາກ
ເມືອງ Antonio ປະມານ
130 ກິໂລແມັດ ໄປທາງ​ທິດ​ໃຕ້ນັ້ນເວົ້າວ່າ ພວກເຂົາເຈົ້າຍັງບໍ່ທັນຮູ້ເທື່ອວ່າ ພວກໄດ້ຮັບ ເຄາະຮ້າຍ ເປັນພວກຄົນເຂົ້າເມືອງທີ່ຜິດກົດໝາຍ ຫລືບໍ່ ແຕ່ກໍເວົ້າວ່າ “ອາດເປັນໄປໄດ້.”

ພວກເຈົ້າໜ້າທີ່ລາດຕະເວນຊາຍແດນ ກໍາລັງໄດ້ໃຫ້ຄວາມຊ່ວຍເຫລືອ ໃນການສືບສວນ
ດັ່ງກ່າວ.

ໃນເດືອນເມສາທີ່ຜ່ານມາ ລົດຕູ້ຄັນນຶ່ງທີ່ຂົນສົ່ງພວກຄົນເຂົ້າເມືອງກໍຂວ້າມ ໃນຂະນະທີ່
ແລ່ນລົບໜີພວກເຈົ້າໜ້າທີ່ລາດຕະເວນຊາຍແດນ ຢູ່ໃກ້ຊາຍແດນແມັກຊິໂກ ເຮັດໃຫ້ 9
ຄົນໃນຈໍານວນ 17 ຄົນຢູ່ໃນລົດ ຄັນນັ້ນ ເສຍຊີວິດ.

XS
SM
MD
LG