ພວກເຈົ້າໜ້າທີ່ບູນກາເຣຍເວົ້າວ່າ ຜູ້ວາງລະເບີດສະລະຊີບໄດ້ທຳການ ໂຈມຕີທີ່ຮ້າຍແຮງ
ໃສ່ລົດເມຄັນນຶ່ງທີ່ບັນທຸກພວກນັກທ່ອງທ່ຽວອິສຣາແອລ ໃນວັນພຸດວານນີ້.
ລັດຖະມົນຕີກະຊວງພາຍໃນບູນກາເຣຍ ທ່ານ Tsvetan Tsvetanov ເວົ້າໃນວັນພະຫັດ
ມື້ນີ້ວ່າ ການໂຈມຕີຢູ່ໃນເມືອງ Burgas ຊຶ່ງເປັນຫົວເມືອງແຄມທະເລດໍານັ້ນ ໄດ້ສັງຫານ
ຊາວອິສຣາແອລ 6 ຄົນ ພ້ອມກັບ ຄົນຂັບລົດເມທີ່ເປັນຊາວບູນກາເຣຍອີກດ້ວຍ.
ທ່ານກ່າວວ່າ ຍັງບໍ່ທັນຮູ້ໄດ້ເທື່ອວ່າຜູ້ວາງລະເບີດທີ່ຕ້ອງສົງໄສແມ່ນໃຜ, ແຕ່ກໍຮູ້ວ່າຜູ້ກ່ຽວ ຖືໃບຂັບຂີ່ປອມຈາກລັດມິຊິແກນຂອງສະຫະລັດ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີໃນຄັ້ງນີ້ເທື່ອ.
ເຈົ້າໜ້າທີ່ອິສຣາແອລໄດ້ຖິ້ມໂທດໃສ່ອີຣ່ານ. ນາຍົກອິສຣາແອລ ທ່ານ Benjamin Netanyahu
ເວົ້າວ່າ ການໂຈມຕີທີ່ຄ້າຍຄືກັນຕໍ່ພວກນັກ ທ່ອງທ່ຽວອິສຣາແອລ ຢູ່ອິນເດຍ, ໄທ ແລະບ່ອນ
ອື່ນໆອີກ ກໍໄດ້ຊີ້ໃສ່ ອີຣ່ານເຊັ່ນກັນ. ແຕ່ຢ່າງໃດກໍຕາມ ທ່ານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບ ເລື້ອງນີ້.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວປະນາມການວາງລະເບີດດັ່ງກ່າວ
ວ່າເປັນ “ການໂຈມຕີກໍ່ການຮ້າຍທີ່ປ່າເຖື່ອນ.”