ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

New Zealand ປະກາດ ຫ້າມໃຊ້ ຢາເມັດພາຣຕີ ແລະກັນຊາປອມ


ຕົ້ນກັນຊາ cannabis ທີ່ພວກຜະຫລິດຢາຢູ່ນີວເຊີເຮັດຢາທຽມ
ຕົ້ນກັນຊາ cannabis ທີ່ພວກຜະຫລິດຢາຢູ່ນີວເຊີເຮັດຢາທຽມ

ໃນວັນຈັນມື້ນີ້ New Zealand ໄດ້ປະກາດເກືອດຫ້າມການໃຊ້ຢາເມັດພາຣຕີ ແລະກັນ ຊາປອມ-ຊຶ່ງເປັນຢາທີ່ພາໃຫ້ມີຄວາມຮູ້ສຶກ ທີ່ເອີ້ນກັນວ່າ ຟຸ້ງຊານ ເວັ້ນເສຍແຕ່ວ່າຜູ້ຜະ ລິດຈະສາມາດສະໜອງຫລັກຖານທາງການແພດໃຫ້ເຫັນໄດ້ວ່າຢາເຫລົ່ານີ້ປອດໄພ.

ລັດຖະມົນຕີກະຊວງ​ສາທາຣະນະ​ສຸກ ທ່ານ Peter Dunne ກ່າວໃນວັນ ຈັນມື້ນີ້ວ່າ ກົດໝາຍໃນປັດຈຸບັນແມ່ນລົ້ມ​ເເຫລວ ເພາະວ່າໃນທັນທີທັນໃດ ທີ່ຜູ້ອອກລະບຽບ ການເກືອດຫ້າມຢາທຽມປະເພດນຶ່ງ, ພວກຜູ້ຜະລິດກໍຈະ ດັດແປງສູດຜະລິດຂອງມັນ
ໄປໜ້ອຍນຶ່ງ ແລ້ວກໍເລີ້ມເອົາມັນມາໃຊ້ອີກ. ທ່ານ Dunne ກ່າວອີກວ່າ ກົດໝາຍໃໝ່
ໝາຍຄວາມວ່າ ອຸດສາຫະກໍາຜະລິດຢາ ທີ່ພາໃຫ້ເກີດອາລົມເພີດເພີນ ຈະໄດ້ຖືກລົບ​
ລ້າງ​ໃຫ້​ໝົດໄປ​ຢ່າງ​ສິ້ນ​ເຊີງ​ເລີຍມື້​ໃດ​ມື້ນຶ່ງ.

ອົງການຄວບຄຸມຢາເສບຕິດ ແລະອາຊະຍາກໍາແຫ່ງສະຫະປະຊາຊາດ ຫລື UNODC
ເວົ້າວ່າ ການໃຊ້ຢາທີ່ຜິດໆນີ້ແມ່ນຍັງມີຢູ່​ຢ່າງສະໝໍ່າສະເໝີ ໂດຍທີ່ 4.8% ຂອງພົນລະ
ເມືອງທີ່ມີອາຍຸລະຫວ່າງ 15 ຫາ 64 ປີ ​ແມ່ນ​ພາກັນໃຊ້ສານທີ່ຜິດກົດໝາຍນີ້. ແຕ່ວ່າ
ໃນບົດລາຍງານກ່ຽວກັບຢາເສບຕິດ

ໃນໂລກຂອງຕົນນັ້ນ ອົງການສະຫະປະຊາຊາດເວົ້າວ່າ ຄວາມຕ້ອງການຂອງສານ ທີ່ບໍ່
ຢູ່ໃນການຄວບຄຸມຂອງສາກົນ ເຊັ່ນວ່າ ກັ່ນຊາທຽມ ແລະຢາເມັດພາຣຕີ ​ແມ່ນໄດ້ພຸ້ງຕົວສູງ ຂຶ້ນຢ່າງ​ໃຫຍ່.

XS
SM
MD
LG