ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍກະບົດ ແລະ ທະຫານຊີເຣຍ ຍັງ​ສູ້ລົບກັນ ຢູ່​ນະຄອນ ດາ​ມັສກັສ (ສະໄລດ໌ກັບວີດີໂອ)


ຄວັນອອກມາຈາກ ຊານເມືອງ Erbeen ໃນນະຄອນຫລວງ Damascus ຂອງຊີເຣຍ, 19 ກໍລະກົດ, 2012.
ຄວັນອອກມາຈາກ ຊານເມືອງ Erbeen ໃນນະຄອນຫລວງ Damascus ຂອງຊີເຣຍ, 19 ກໍລະກົດ, 2012.

ການສູ້ລົບກັນລະຫວ່າງຝ່າຍກະບົດ ກັບກໍາລັງທະຫານລັດຖະບານຊີເຣຍຍັງ​ດຳ​ເນີນ
​ຢູ່​ຕໍ່​ມາ ໃນນະຄອນຫລວງ ໃນວັນພະຫັດມື້ນີ້ ມື້ນຶ່ງລຸນຫລັງ ເຫດການວາງ​ລະ​ເບີດ
ທີ່​ໄດ້​ສັງຫານລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ເຈົ້າໜ້າ​ທີ່​ຄົນອື່ນ​ອີກສອງຄົນ ໃນ
ລະຫວ່າງມີກອງປະຊຸມເຈົ້າໜ້າທີ່ລະດັບສູງຂອງຊີເຣຍຢູ່ນັ້ນ.

ພວກກະບົດໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດທີ່ເກີດຂຶ້ນ ໃນ​ວັນ​ພຸດ
ວານ​ນີ້ ທີ່ນະຄອນຫລວງດາ​ມັສກັສ ໂດຍອ້າງວ່າ ເຫດການນັ້ນ ເປັນການສະແດງເຖິງ
ການເລີ້ມຕົ້ນຂອງການສິ້ນສຸດລົງຂອງລະບອບການປົກຄອງຂອງປະທານທິບໍດີ Bashar al-Assad.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ຮຽກຮ້ອງໃຫ້ ສະພາ​ຄວາມ​ໝັ້ນ
ຄົງ​ອົງການ​ສະຫະ​ປະຊາ​ຊາດ ຮັບຜ່ານຂໍ້ກໍານົດ ອັນຈະແຈ້ງ ແລະໜັກແໜ້ນ ກ່ຽວກັບການ
ລົງໂທດຕໍ່ຊີເຣຍ ແລະເວົ້າວ່າ ມັນ​ເຖິງ​ເວລາ​ແລ້ວ ທີ່ທ່ານ Assad ຈະຕ້ອງສະລະ​ອຳນາດ.

​ໃນຂະນະ​ດຽວ​ກັນ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດຄາດ​ວ່າ​ຈະ​ລົງ​ຄະ​ແນ​
ນສຽງກັນໃນ​ວັນ​ພະຫັດມື້​ນີ້ ກ່ຽວ​ກັບ​ການຮ່າງຍັດຕິ ​ທີ່ອາດ​ຈະທຳ​ການລົງໂທດຕໍ່ລັດ
ຖະບານຂອງທ່ານ Assad. ທາງດ້ານຣັດເຊຍ ກໍໄດ້ສັນຍາວ່າ ຈະ​ໃຊ້​ສິດ​ຍັບ​ຍັ້ງ ຫຼືວີ​ໂຕ້ຕໍ່
ມາດຕະການດັ່ງກ່າວ.

ເລຂາທິການໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ ພັນ ກິມູນ ກໍາລັງຮຽກ ຮ້ອງໃຫ້ສະພາ​
ຄວາມ​ໝັ້ນຄົງ ແບກຫາບພາລະຄວາມຮັບຜິດຊອບຂອງ ຕົນ ແລະດໍາເນີນການຢ່າງມີປະສິດ
ທິຜົນ. ທ່ານຍັງກາວອີກວ່າ ປະຊາຊົນ ຊີເຣຍ ໄດ້ທົນທຸກທໍລະມານມາເປັນເວລາດົນນານ ໂພດແລ້ວ.

ເບິ່ງວີດີໂອກ່ຽວຂ້ອງ

XS
SM
MD
LG